ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານຮັກສາສັນຕິພາບ ຂອງສະຫະພາບ ອາຟຣິກາ ຖືກກ່າວຫາ ເລື້ອງການສັງຫານ ຊາວໂຊມາເລຍ 11 ຄົນ


ທະຫານຮັກສາສັນຕິພາບ ຂອງສະຫະພາບ ອາຟຣິກາ ແມ່ນເຫັນໄດ້ ໃນເມືອງ Deynile ຂອງນະຄອນຫຼວງ Mogadishu, ປະເທດໂຊມາເລຍ. ວັນທີ 20 ຕຸລາ 2011.
ທະຫານຮັກສາສັນຕິພາບ ຂອງສະຫະພາບ ອາຟຣິກາ ແມ່ນເຫັນໄດ້ ໃນເມືອງ Deynile ຂອງນະຄອນຫຼວງ Mogadishu, ປະເທດໂຊມາເລຍ. ວັນທີ 20 ຕຸລາ 2011.

ບັນດາເຈົ້າໜ້າທີ່ ໂຊມາເລຍ ກ່າວຫາ ກຳລັງຮັກສາສັນຕິພາບ ຂອງສະຫະພາບ
ອາຟຣິກາ ເລື້ອງການສັງຫານ ພົນລະເຮືອນ 11 ຄົນ ໃນສອງເຫດການ ທີ່ໄດ້ເກີດ ຂຶ້ນຄົນລະເທື່ອ ເມື່ອທ້າຍສັບປະດານີ້.

ຜູ້ປົກຄອງຂົງເຂດລຸ່ມ Shabelle ທ່ານ Ibrahim Aden Najah ໄດ້ບອກວີໂອເອ ພະແນກພາສາ ໂຊມາເລຍ ວ່າ ລົດຫຸ້ມເກາະທີ່ເປັນຂອງສະຫະພາບອາຟຣິກາ ຫຼື
AU ໄດ້ແລ່ນຢຽບເຮືອນຫຼາຍຫລັງ ເມື່ອຕອນແລງຂອງວັນອາທິດວານນີ້ ຫຼັງຈາກ ລະເບີດຝັງດິນ ໄດ້ແຕກໃສ່ ຂະບວນລົດຂອງສະຫະພາບອາຟຣິກາ ຢູ່ທີ່ ຄຸ້ມບ້ານ El-Wareegow ໃກ້ກັບ ເມືອງ Marka. ທ່ານໄດ້ເວົ້າວ່າ ຜູ້ເປັນແມ່ ພ້ອມກັບລູກ
ສາມຄົນ ແລະ ທາລົກຜູ້ໜຶ່ງ ເສຍຊີວິດ ໃນເຫດການດັ່ງກ່າວ. ແລະທ່ານໄດ້ຮຽກຮ້ອງ ເຖິງຄະນະກຳມາທິການ ສະຫະພາບອາຟຣິກາ ໃຫ້ເລີ້ມຕົ້ນສືບສວນສອບສວນ.

ຜູ້ປົກຄອງຜູ້ນັ້ນ ກ່າວຕື່ມວ່າ ພວກເດັກນ້ອຍທີ່ໄດ້ເສຍຊີວິດ ແມ່ນມີອາຍຸ ລະຫວ່າງ
6 ເດືອນ ຫາ 14 ປີ.

ໃນວັນເສົາມື້ກ່ອນນີ້ ທະຫານ ສະຫະພາບອາຟຣິກາ ໄດ້ເປີດສາກຍິງໃສ່ລົດເມ ຂະໜາດນ້ອຍ ຄັນໜຶ່ງ ຢູ່ໃກ້ໆກັບເມືອງ Qoryooley ສັງຫານພົນລະເຮືອນ 6 ຄົນ ຕາມທີ່ ຜູ່ປົກຄອງທ່ານ Najah ໄດ້ກ່າວນັ້ນ. ທ່ານ Najah ໄດ້ບອກວີໂອເອ ຕໍ່ໄປວ່າ “ຄະນະກຳມາທິການ ສະຫະພາບອາຟຣິກາ ຢູ່ໃນໂຊມາເລຍ ຫຼື AMISOM ໄດ້ ບອກຂ້າພະເຈົ້າ ວ່າ ພວກທະຂອງເຂົາ ແມ່ນກຳລັງລາດຕະເວນຢູ່ ໃນເວລາ ພວກເຂົາເຈົ້າໄດ້ປະເຊີນໜ້າກັບ ລົດເມຂະໜາດນ້ອຍດັ່ງກ່າວ. ພວກເຂົາສົງໄສ
ວ່າ ມັນເປັນລົດທີ່ບັນຈຸ ດ້ວຍວັດຖຸລະເບີດ ສະນັ້ນ ພວກເຂົາ ຈຶ່ງໄດ້ເປີດສາກຍິງ
ໃສ່ ເຮັດໃຫ້ໝົດທຸກຄົນຢູ່ໃນລົດເສຍຊີວິດ.”
ເຄືອຍາດຄົນໜຶ່ງ ຂອງຜູ້ຂັບລົດເມ ຂະໜາດນ້ອຍນັ້ນ ໄດ້ບອກວີໂອເອ ວ່າ ລົດຄັນດັ່ງກ່າວ ບັນທຸກພວກຜັກຕ່າງໆ ໄປສົ່ງຕະຫຼາດຢູ່ໃກ້ຕົວເມືອງ ໃນເວລາມັນຖືກຍິງ.

ວີໂອເອ ບໍ່ສາມາດຕິດຕໍ່ຂໍຄຳເຫັນຈາກ ຄະນະກຳມາທິການ ສະຫະພາບອາຟຣິກາ ຢູ່ໃນໂຊມາເລຍ ຫຼື AMISOM ໄດ້.

ພວກທະຫານ ສະຫະພາບ ອາຟຣິກາ ແມ່ນປະຈຳການຢູ່ໃນໂຊມາເລຍ ເພື່ອຮັກສາ ຄວາມປອດໄພ ໃຫ້ການຝຶກແອບແກ່ກຳລັງຮັກສາຄວາມປອດໄພ ຂອງໂຊມາເລຍ
ແລະ ໃຫ້ການຊ່ອຍເຫຼືອ ກຳລັງໃນທ້ອງຖິ່ນ ຕໍ່ສູ້ຕ້ານກຸ່ມຫົວຮຸນແຮງ ອິສລາມ al-Shabab.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG