ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະປະຊາຊາດ ເລີ້ມສົ່ງອາຫານ ໄປຊ່ອຍໂຊມາເລຍ


ທ່ານນາງ Josette Sheeran ຫົວໜ້າບໍລິຫານໂຄງການອາຫານໂລກ ຖືຫໍ່ອາຫານເດັກ Wawa Mum ທີ່ຈະສົ່ງໄປຍັງໂຊມາເລຍໃນລະຫວ່າງການກ່າວຕໍ່ກອງປະຊຸມນັກຂ່າວ. ທີ່ກຸງໂຣມ ອີຕາລີ.
ວັນທີ 26 ກໍລະກົດ 2011
ທ່ານນາງ Josette Sheeran ຫົວໜ້າບໍລິຫານໂຄງການອາຫານໂລກ ຖືຫໍ່ອາຫານເດັກ Wawa Mum ທີ່ຈະສົ່ງໄປຍັງໂຊມາເລຍໃນລະຫວ່າງການກ່າວຕໍ່ກອງປະຊຸມນັກຂ່າວ. ທີ່ກຸງໂຣມ ອີຕາລີ. ວັນທີ 26 ກໍລະກົດ 2011

ໂຄງການ​ອາຫານ​ໂລກຂອງ​ສະຫະ​ປະຊາ​ຊາດ​ຈະ​ເລີ້ມ​ຂົນ​ສົ່ງ​ອາຫານ​ທາງ​ອາກາດ​ໄປ​ຍັງ​ໂຊ
ມາ​ເລຍ​ໃນ​ວັນ​ອັງຄານ​ມື້​ນີ້. ທ່ານ​ນາງ Josette Sheeran ຫົວໜ້າ​ບໍລິຫານໂຄງການ​ອາ
ຫານ​ໂລກ ຫລື WFP ກ່າວ​ວ່າ ການຈັດສົ່ງ​ທີ່​ວ່າ​ນີ້​ຈະ​ເປັນ​ການ​ສົ່ງ​ອາຫານ​ທາງ​ອາກາດ​ຄັ້ງ​
ທໍາ​ອິດ ນັບ​ແຕ່​ທາງ​ສະຫະ​ປະຊາ​ຊາດ​ປະກາດ​ວ່າ​ມີ​ຄວາ​ມອຶດຫິວ​ໃນ​ສອງເຂດຂອງໂຊ​ມາ​
ເລຍ​ໃນ​ສັບປະດາແລ້ວ​ນີ້.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຢ່າງ​ຂະໜານ​ໃຫຍ່​ແມ່ນຈໍາ​ເປັນ​ເພື່ອ​ຊ່ອຍກູ້​ຊີ
ວິດ​ຜູ້​ຄົນ​ຈໍານວນ​ຫລາຍ​ລ້ານ​ຄົນທີ່​ອາ​ໄສຢູ່​ໃນ ເຂດ​ແຫລມ​ອາ​ຟຣິກາ​ແຫ່ງ​ນີ້​ໃຫ້ລອດພົ້ນ
ຈາກ​ຄວາມ​ອຶດຫິວ. ອົງການໃຫ້ຄວາມຊ່ອຍເຫຼືອຂອງສະຫະລັດຫຼືຢູເສດກ່າວວ່າ ມີຫຼາຍ
ກວ່າ 11 ລ້ານຄົນໃນປັດຈຸບັນ ພວມຕ້ອງການຄວາມຊ່ອຍເຫຼືອສຸກເສີນເພື່ອຈະມີຊີວິດຢູ່
ລອດໄດ້.

ອົງການ​ສະຫະ​ປະຊາ​ຊາດ​ຍັງ​ປະກາດ​ໃຫ້​ຮູ້​ຕື່ມ​ວ່າ ຕົນ​ຈະເລີ້ມຈັດສົ່ງການຊ່ອຍເຫຼືອດ້ານ
ອາຫານທາງອາກາດ​ໄປ​ຍັງ​ກຸງ Mogadishu ນະຄອນ​ຫລວງ​ຂອງ​ໂຊ​ມາ​ເລຍ​ເຊ່ນ​ກັນ ຕະ
ຫຼອດ​ທັງ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ຂອງ​ເອທີ​ໂອ​ເປຍ​ແລະ​ໄປ​ສູ່​ພາກ​ເໜືອ​ຂອງ​ເຄັນ​ຢາ​ໃນ​ວັນ​
ອັງຄານ​ມື້​ນີ້
.
ນອກ​ນີ້ໂຄງການ​ອາຫານ​ໂລກສະຫະ​ປະຊາ​ຊາດ​ຍັງ​ເປີດ​ກອງ​ປະຊຸມສຸກ​ເສິນ​ຂຶ້ນ​ໃນ​ກຸງ​ໂຣມ
ນະຄອນຫລວງ​ອີ​ຕາ​ລີ​ໃນ​ວັນ​ຈັນ​ວານ​ນີ້ ບ່ອນ​ທີ່​ທ່ານ Jacques Diouf ຫົວໜ້າ​ໂຄງການ
ອາຫານ​ໂລກ​ບັນ​ລະ​ຍາຍ​ວ່າ​ເປັນ​ໄພພິບັດ ອັນ​ເປັນ​ສະຖານະ​ການ​ທີ່​ຂົງເຂດດັ່ງກ່າວກຳລັງ
ປະເຊີນ ​ທ່າມກາງ​ໄພ​ແຫ້ງ​ແລ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ 60 ປີຜ່ານມາ.

ກອງ​ປະຊຸມ​ຂອງ​ພວກ​ບໍລິຈາກ​ການ​ຊ່ອຍ​ເຫລືອ​ ຈະ​ໄຂ​ຂຶ້ນ​ທີ່​ກຸງ Nairobia ປະ​ເທດ​ເຄັນ​ຢາ​
ໃນ​ວັນ​ພຸດ​ມື້​ອື່ນ ​ເວລາ​ໂຄງການ​ອາຫານ​ໂລກ​ຈະ​ຮ້ອງຂໍການ​ຊ່ອຍ​ເຫລືອ​ເປັນ​ມູນ​ຄ່າ 1 ພັນ
600 ລ້ານ​ໂດ​ລາ​ເພື່ອນຳໄປຊ່ອຍປະຊາຊົນ​ຈໍານວນ​ຫຼາຍ​ລ້ານຄົນທີ່ຂາດແຄນອາຫານການ
ກິນ ຊຶ່ງ​ສ່ວນ​ຫລາຍ​ເປັນ​ພວກ​ເດັກນ້ອຍ​ນັ້ນ.

XS
SM
MD
LG