ກຸ່ມກະບົດ al-Shabab ໃນໂຊມາເລຍໄດ້ປະກາດວ່າ ຈະທໍາການໂຈມ ຕີເພີ່ມຕື່ມຢູ່ໃນປະ
ເທດດັ່ງກ່າວ ລຸນຫລັງທີ່ໄດ້ມີການໂຈມຕີດ້ວຍລະເບີດ ລົດບັນທຸກໃນນະຄອນຫລວງໂມ
ກາດີສຊູ ເມື່ອວັນອັງຄານວານນີ້ ທີ່ຍັງ ຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 70 ຄົນແລະບາດ
ເຈັບອີກຫລາຍສິບຄົນ.
ເຈົ້າໜ້າທີ່ແລະພວກເຫັນເຫດການກ່າວວ່າ ການໂຈມຕີໄດ້ມີຂຶ້ນໃນຕອນ ເດີກຂອງຄືນວັນ
ອັງຄານວານນີ້ ເວລາຜູ້ໂຈມຕີສະຫລະຊີບ 2 ຄົນ ໄດ້ ຂັບລົດບັນທຸກທີ່ເຕັມດ້ວຍລະເບີດ ແລ່ນເຂົ້າໄປໃນບໍລິເວນໂຮງການຂອງ ລັດຖະບານແຫ່ງນຶ່ງ ທີ່ຕັ້ງຢູ່ແຄມທາງ ທີ່ມີການສັນ
ຈອນໄປມາໜາແໜ້ນ ທີ່ສຸດນັ້ນ.
ກຸ່ມຫົວຮຸນແຮງອີສລາມໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງ ນີ້ໂດຍທັນທີ
ໂດຍກ່າວວ່າ ຕົນໄດ້ແນເປົ້າໝາຍໃສ່ລັດຖະບານກາງໃນໄລ ຍະຂ້າມຜ່ານຂອງໂຊມາເລຍ. ໂຄສົກຄົນນຶ່ງຂອງກຸ່ມກະບົດໄດ້ເຕືອນຊາວ ໂຊມາເລຍ ໃຫ້ພາກັນຢູ່ຫ່າງໆ ຈາກຕຶກໂຮງ
ການຂອງລັດຖະບານ ໂດຍ ກ່າວວ່າ ຈະມີການໂຈມຕີຢ່າງດຸເດືອດຮຸນແຮງຕື່ມອີກ.
ປະຊາຄົມນານາຊາດ ໄດ້ປະນາມຢ່າງວ່ອງໄວ ຕໍ່ເຫດຮ້າຍທີ່ໄດ້ເກີດຂຶ້ນ ຢູ່ໂຊມາເລຍ.