ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ ລັດ​ຖະ​ບານ​ກາງ ໂຊ​ມາ​ເລຍ ຖືກ​ສັງ​ຫານ


ໜ່ວຍ​ກູ້​ໄພ​ສຸກ​ເສີນ​ໂຊ​ມາ​ເລຍ ກຳ​ລັງ​ຍ້າຍ​ຊາກ​ສົບຄົນນຶ່ງ ຈາກ ການ​ວາງ​ລະ​ເບີດ​ລົດ ຢູ່​ຮ້ານສັບ​ພະ​ສິນ​ຄ້າ ໃນ​ນະ​ຄອນ​ຫຼວງ ໂມ​ກາ​​ດີ​ຊູ ວັນ​ທີ 4 ກຸມ​ພາ 2019.
ໜ່ວຍ​ກູ້​ໄພ​ສຸກ​ເສີນ​ໂຊ​ມາ​ເລຍ ກຳ​ລັງ​ຍ້າຍ​ຊາກ​ສົບຄົນນຶ່ງ ຈາກ ການ​ວາງ​ລະ​ເບີດ​ລົດ ຢູ່​ຮ້ານສັບ​ພະ​ສິນ​ຄ້າ ໃນ​ນະ​ຄອນ​ຫຼວງ ໂມ​ກາ​​ດີ​ຊູ ວັນ​ທີ 4 ກຸມ​ພາ 2019.

​ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້ກ່າວ​ວ່າ ສະ​ມາ​ຊິກ​ສະ​ພາແຫ່ງ​ຊາດ ລັດ​ຖະ​
ບານ​ກາງ​ ໂຊ​ມາ​ເລຍ ໄດ້​ຖືກ​ຍິງ​ຕາຍ​ໃນ​ວັນ​ເສົາ​ວານ​ນີ້​ໃນ​ນະ​ຄອນ​ຫຼວງ​ໂມ​ກາ​ດີ​ຊູ.

ພວກຫົວ​ຮຸນ​ແຮງ ອາລ-ຊາ​ບັບ ທີ່​ພົກ​ພາປືນ​ສັ້ນ ໄດ້ຍິງ​ສະ​ມາ​ຊິກ​ສະ​ພາ ທ່ານ​ໂອ​ສ​
ມານ ອີ​ລ​ມີ ໂບ​ກໍເຣ ໃນ​ຂະ​ນະ​ທີ່​ທ່ານ​ຢ້ຽມ​ຢາມ​ເຮືອນ​ໃໝ່​ຂອງ​ທ່ານ ທີ່​ກຳ​ລັງ​ຢູ່​ພາຍ​
ໃຕ້​ການ​ກໍ່​ສ້າງ​ໃນ​ຄຸ້ມ​ບ້ານ ກາ​ຣານ ທາງ​ພາກ​ເໜືອ​ຂອງ​ນະ​ຄອນ ​ໂມ​ກາ​ດີ​ຊູ ອີງ​ຕາມ
​ບັນ​ດາ​ຜູ້​ເຫັນ​ເຫດ​ການ.

ຖະ​ແຫຼງ​ການທີ່​ຖືກ​ເປີດ​ເຜີຍ​ໂດຍ​ວິ​ດ​ທະ​ຍຸ ​ອັນ​ດາ​ລັ​ສ, ເຊິ່ງ​ແມ່ນ​ກະ​ບອກ​ສຽງ​ຂອງກຸ່ມ
​ກໍ່​ການ​ຮ້າຍນັ້ນ ໄດ້ກ່າວ​ວ່າ “ບັນ​ດາ​ສະ​ມາ​ຊິກ​ ມູ​ຈາ​ຮາ​ດິນ ຂອງພວກ​ເຮົາໄດ້​ຍິງ ແລະ
​ສັງ​ຫານ​ສະ​ມາ​ຊິກສະ​ພາແຫ່ງ​ຊາດ​ທີ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ດົນ​ທີ່​ສຸດ ​ຂອງ​ລັດ​ຖະ​ບານນອກ
ສາ​ສະ​ໜານັ້ນ.” ກຸ່ມອາລ-ຊາ​ບັບ ເປັນ​ພັນ​ທະ​ມິດ​ກັບ ອາລ-ໄກ​ດາ.

ຕຳ​ຫຼວດ​ໄດ້​ກ່າວວ່າ ທ່ານ​ ໂບ​ກໍເ​ຣ ໄດ້​ເສຍ​ຊີ​ວິດ​ໃນ​ທັນ​ທີ ກ່ອນ​ໜ່ວຍ​ກູ້​ໄພເດີນ​ທາງ​
ໄປ​ເຖິງ.

ທ່ານ​ໂບ​ກໍເ​ຣ ໄດ້ເປັນສະ​ມາ​ຊິກ​ອາ​ວຸ​ໂສ​ທີ່ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ ​ໂຊ​ມາ​ເລຍ​ ໃນ​ປັດ​
ຈຸ​ບັນ. ທ່ານ​ເຄີຍເປັນ​ພັນ​ໂທ​ທະ​ຫານ ແລະ ​ຄັ້ງ​ນຶ່ງ​ໄດ້​ເປັນ​ຮອງ​ໂຄ​ສົກ​ສະ​ພາ ຊຶ່ງ​ເວ​ລາ
​ນັ້ນ​ຢູ່​ໃນ​ລັດ​ຖະ​ບານ​ໃໝ່ໂຊ​ມາ​ເລຍ (TFG) ໃນ​ປີ 2017, ແຕ່​ທ່ານ​ໄດ້​ລາ​ອອກ​ເນື່ອງ
​ຈາກ​ເຫດ​ຜົນທີ່ພົວ​ພັນ​ກັບ​ສຸ​ຂະ​ພາບ​ໃນ​ປີ 2010.

ນຶ່ງ​ໃນ​ຈຳ​ນວນ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​ຢູ່​ໃນ​ສະ​ພາ​ແຫ່​ງ​ຊາດ ທ່ານ​ ດາ​ເຮີຣ ອາ​ມິນ
ແຈສ​ໂຊ ​ແມ່ນ​ນຶ່ງ​ໃນ​ຜູ້​ທຳ​ອິດທີ່​ໄດ້​ຮັບ​ຂ່າວ​ການ​ສັງ​ຫານ ແລະ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ວ່າ​
ທ່ານ​ ໂບ​ກໍເ​ຣ ໄດ້​ເປັນ​ທີ່​ຮູ້​ຈັກ​ດັ່ງ​ກັບຜູ້​ສ້າງ​ສັນ​ຕິ​ພາບ ແລະ​ ນັກ​ເຈ​ລ​ະ​ຈາ.

ແຜນ​ທີ​ນະ​ຄອນ​ໂມ​ກາ​ດິ​ຊູ ປະ​ເທດ​ໂຊ​ມາ​ເລຍ.
ແຜນ​ທີ​ນະ​ຄອນ​ໂມ​ກາ​ດິ​ຊູ ປະ​ເທດ​ໂຊ​ມາ​ເລຍ.

ທ່ານ​ແຈ​ສ​ໂຊ ກ່າວ​ວ່າ “ທ່ານ​ເປັນ​ຄົນ​ມັກ​ສັນ​ຕິ​ພາບ ຜູ້ອາ​ວຸ​ໂສ​ສຸດ ແລະນຶ່ງ​ໃນ​ບັນ​ດາ
​ສະ​ມາ​ຊິກ​ທີ່​ຫ້າວ​ຫັນຫຼາຍຂອງ​ສະ​ພາແຫ່ງ​ຊາດ.”

ທ່ານ​ ໂບ​ກໍ​ເຣ ເປັນ​ສະ​ມາ​ຊິກ​ສະ​ພາ​ຄົນ​ທຳ​ອິດ​ທີ່ຖືກ​ສັງ​ຫານ​ໃນ​ນະ​ຄອນ​ຫຼວງ​ໂມ​ກາ
​ດິ​ຊູ ​ປີ​ນີ້.

ຍັງ​ບໍ່​ມີ​ໃຜອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ເທື່ອ​ຕໍ່​ການ​ສັງ​ຫານດັ່ງ​ກ່າວ ແຕ່​ວ່າ ​ພວກ​ຫົວ​ຮຸນ
​ແຮງອາ​ລ-ຊາ​ບັບ ມັກ​ຈະ​ເອົາຜົນ​ງານ ກ່ຽວ​ກັບ ​ການ​ສັງ​ຫານບັນ​ດາ​ສະ​ມາ​ຊິກ​ສະ​ພາ
ແຫ່ງ​ຊາດ, ບັນ​ດາ​ລັດ​ຖະ​ກອນ, ພະ​ນັກ​ງານ​ລັດ​ຖະ​ບານ​ອື່ນ​ໆ ແລະ​ບັນ​ດາ​ນັກ​ເຄື່ອນ
​ໄຫວ​ພົນ​ລ​ະ​ເຮືອນ​ທີ່ຖືກ​ຄັດ​ເລືອກ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG