ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມກະບົດ ໂຊມາເລຍ ຈະຕັດສິນ ຊະຕາກຳ ຕົວປະກັນຝຣັ່ງ


ໃນຮຸບທີ່ບໍ່ມີວັນທີ ທີ່ຂັດອອກຈາກວີດິໂອ ທີ່ອອກຢູ່ໃນເວັບໄຊ໌ຂອງພວກຫົວຮຸນແຮງ ອິສລາມແລະນໍາອອກເຜີຍແຜ່ ໃນວັນພຸດ ທີ 9 ມິຖຸນາ 2010 ຜູ້ຊາຍທີ່ເປັນພະນັກງານຮັກສາ ຄວາມປອດໄພຂອງຝຣັ່ງ ທ່ານ Denis Allex ໄດ້ອ່ານໃບຮ້ອງຂໍໃຫ້ຖືກປ່ອຍຈາກການກັກຂັງຂອງກຸ່ມຫົວຮຸນແຮງ al-Shabaab ຊອງໂຊມາເລຍ.
ໃນຮຸບທີ່ບໍ່ມີວັນທີ ທີ່ຂັດອອກຈາກວີດິໂອ ທີ່ອອກຢູ່ໃນເວັບໄຊ໌ຂອງພວກຫົວຮຸນແຮງ ອິສລາມແລະນໍາອອກເຜີຍແຜ່ ໃນວັນພຸດ ທີ 9 ມິຖຸນາ 2010 ຜູ້ຊາຍທີ່ເປັນພະນັກງານຮັກສາ ຄວາມປອດໄພຂອງຝຣັ່ງ ທ່ານ Denis Allex ໄດ້ອ່ານໃບຮ້ອງຂໍໃຫ້ຖືກປ່ອຍຈາກການກັກຂັງຂອງກຸ່ມຫົວຮຸນແຮງ al-Shabaab ຊອງໂຊມາເລຍ.
ກຸ່ມກະບົດ al-Shabab ໃນໂຊມາເລຍເວົ້າວ່າ ຕົນໄດ້ທໍາ
ການຕັດສິນໃຈກ່ຽວກັບຊະຕາກຳຂອງຕົວປະກັນຄົນຝຣັ່ງ
ທ່ານ Dennis Allex ທີ່ກໍາລັງທະຫານຝຣັ່ງໄດ້ພະຍາຍາມ ທີ່ຈະບຸກເຂົ້າໄປປ່ອຍຕົວຜູ້ກ່ຽວ ແຕ່ບໍ່ສໍາເລັດຜົນນັ້ນ.

ໃນຖະແຫລງການທີ່ນຳເຜີຍແຜ່ອອກໃນວັນຈັນວານນີ້ ກຸ່ມ
ດັ່ງກ່າວເວົ້າວ່າ ຕົນໄດ້ມີການ “ຕັດສິນທີ່ເປັນເອກະສັນກັນ” ກ່ຽວກັບຊະຕາກໍາຂອງທ່ານ Allex ແລະກໍໄດ້ເວົ້າວ່າ ລາຍລະອຽດກ່ຽວກັບຄໍາຕັດສິນນັ້ນ ຈະຖືກພິມເຜີຍແຜ່ໃນ “ບໍ່ພໍ
ເທົ່າໃດຊົ່ວໂມງຂ້າງໜ້ານີ້.”

ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງທ່ານ Jean-Yves Le Drian ເວົ້າວ່າທະ ຫານຝຣັ່ງຄົນນຶ່ງ ໄດ້ຖືກສັງຫານໃນການພະຍາຍາມບຸກເຂົ້າໄປປ່ອຍຜູ້ກ່ຽວໃນວັນສຸກ ຜ່ານມານີ້ ແລະອີກຜູ້ນຶ່ງໄດ້ຫາຍສາບສູນ ແລະຄາດວ່າ ເສຍຊີວິດແລ້ວ. ທ່ານຍັງເວົ້າ ອີກວ່າ ພວກເຈົ້າໜ້າທີ່ເຊື່ອວ່າ ທ່ານ Allex ໄດ້ ຖືກພວກທີ່ຈັບທ່ານໄປນັ້ນ ຂ້າຕາຍ ແລ້ວເຊັ່ນກັນ.

ກຸ່ມ al-Shabab ໄດ້ເອົາຮູບຂອງອັນທີ່ປະກົດວ່າແມ່ນສົບຂອງທະຫານຝຣັ່ງຄົນນຶ່ງ ຢູ່ໃນ ບັນຊີ Twitter ຂອງຕົນ ພ້ອມທັງອາວຸດຂອງຝຣັ່ງທີ່ຕົນຢຶດໄດ້.

ນັກລົບໂຊມາລີ 17 ຄົນໄດ້ຖືກສັງຫານຊີວິດໃນໄລຍະທີ່ມີການບຸກໂຈມຕີໃນວັນສຸກຜ່ານ ມານີ້. ແຕ່ວ່າ ນັກວິເຄາະເຫດການ ທ່ານ Roland Marchal ທີ່ສູນຄົນຄວ້າທາງວິທະ ຍາສາດແຫ່ງຊາດຝຣັ່ງ ກ່າວຕໍ່ວີໂອເອວ່າ ທະຫານຂອງຝຣັ່ງບໍ່ໄດ້ຄາດຫວັງວ່າຈະມີ ການຕ້ານຢັນໃນລະດັບທີ່ພວກເຂົາເຈົ້າພົບເຫັນຢູ່ທີ່ນັ້ນ.

ປະທານາທິບໍດີບາຣັກ ໂອບາມາເວົ້າວ່າ ສະຫະລັດໄດ້ສະໜອງ “ການສະໜັບສະໜຸນ ດ້ານເທັກນິກ” ແບບຈຳກັດ ຕໍ່ການປະຕິບັດງານຂອງຝຣັ່ງດັ່ງກ່າວ.
XS
SM
MD
LG