ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງ​ກຳ​ລັງ ຮັກ​ສາ​ຄວາມ​ປອດ​ໄພ ໂຊ​ມາ​ເລຍ ຢຸດ​ການ​ປິດ​ລ້ອມ ໂຮງ​ແຮມ 7 ຊົ່ວ​ໂມງ


ລົດ​ໂຮງ​ໝໍ ນຳ​ສົ່ງ​ຄົນ​ເຈັບ​ຈາກ​ການ​ໂຈມ​ຕີ ຢູ່​ໂຮງ​ແຮມ​ໃກ້​ກັບ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໄປ​ໂຮງ​ໝໍ. ນະ​ຄອນຫຼວງ ໂມ​ກາ​ດິ​​ສຊູ, ໂຊ​ມາ​ເລຍ. 10 ທັນ​ລາ, 2019.
ລົດ​ໂຮງ​ໝໍ ນຳ​ສົ່ງ​ຄົນ​ເຈັບ​ຈາກ​ການ​ໂຈມ​ຕີ ຢູ່​ໂຮງ​ແຮມ​ໃກ້​ກັບ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໄປ​ໂຮງ​ໝໍ. ນະ​ຄອນຫຼວງ ໂມ​ກາ​ດິ​​ສຊູ, ໂຊ​ມາ​ເລຍ. 10 ທັນ​ລາ, 2019.

ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ໂຊ​ມາ​ເລຍ ໄດ້​ຍິງຜູ້​ໂຈມ​ຕີ​ຫ້າ​ຄົນ​ເສຍ​ຊີ​ວິດ ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ຢູ່​ເບື້ອງ​ຫຼັງ​ການ​ບຸກ​ໂຈມ​ຕີ​ໃນ​ແລງວັນ​ອັງ​ຄານ​ວານນີ້ ຢູ່​ໂຮງ​ແຮມ​ຫຼູ​ແຫ່ງ​ນຶ່ງ ໃກ້​ກັບ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ “ຢ່າງ​ໜ້ອຍ​ຫ້າ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ ແລະ ຫຼາຍ​ຄົນ​ໄດ້​ຖືກ​ຊ່ວຍ​ເຫຼືອ​ອອກ​ມາ.”

ໃນບັນ​ດາ​ຜູ້​ທີ່​ຖືກ​ຂ້າ​ຕາຍ​ນັ້ນ ​ແມ່ນ​ອະ​ດີດ​ຜູ້​ພິ​ພາກ​ສາ ແລະ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ສາມ​ຄົນ ຜູ້​ທີ່​ໄດ້​ຕາຍ​ໃນ​ລະ​ຫວ່າງ​ການ​ຍິງ​ຕໍ່​ສູ້​ກັນ​ກັບ​ພວກ​ຫົວ​ຮຸນ​ແຮງ.

ໂຄ​ສົກ​ລັດ​ຖະ​ບານ ໂຊ​ມາ​ເລຍ ທ່ານ ອິ​ສ​ມາ​ແອ​ລ ມຸກ​ຕາ ໂອ​ມາ ໄດ້​ຢືນ​ຢັນ​ໃນ​ທວິດ​ເຕີ​ຂອງ​ທ່ານ​ວ່າ ຜູ້​ຕ້ອງ​ສົງ​ໄສ​ທັງ​ໝົດ​ຫ້າ​ຄົນ​ໄດ້​ເສຍ​ຊີ​ວິດ ແລະ ການ​ປະ​ຕິ​ບັດ​ການ​ແມ່ນ “ໄດ້​ສິ້ນ​ສຸດ​ລົງ.”

ການ​ປະ​ເຊີນ​ໜ້າ​ກັນ​ໄດ້​ແກ່​ຍາວ​ດົນ 7 ຊົ່ວ​ໂມງ ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ໄດ້​ຕໍ່​ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ຢູ່​ພາຍ​ໃນ​ໂຮມ​ແຮມ​ສອງ​ຊັ້ນ​ນັ້ນ. ມັນ​ເປັນ​ຄັ້ງ​ທີ​ສາມ​ທີ່​ພວກ​ຫົວ​ຮຸນ​ແຮງ ​ໄດ້​ບຸກ​ໂຈມ​ຕີ​ໂຮງ​ແຮມ​ດຽວ​ກັນ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ.

ກ່ອນ​ໜ້ານີ້​ຕຳຫຼວດ​ໄດ້​ຊ່ວຍ​ເຫຼືອ 82 ຄົນ​ອອກ​ມາ​ຈາກ​ໂຮງ​ແຮມ​ດັ່ງ​ກ່າວ. ສະ​ມາ​ຊິ​ກ​ສະ​ພາ​ຢ່າງ​ໜ້ອຍ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG