ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໂຊ​ມາ​ເລຍ ເອົາ​ຊະ​ນະ​ຜູ້​ໂຈມ​ຕີ ຈາກກ​ຸ່ມ​ອາ​ລ-ຊາ​ບາບ ທີ່​ນະ​ຄອນ​ໂມ​ກາ​ດິ​ສ​ຊູ


ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໂຊ​ມາ​ເລຍ ເຂົ້າ​ຄວບ​ຄຸມ​ຕຶກ​ອາ​ຄານທີ່​ຄຸ້າ​ອັ​ຟ​ດີ​ອາ​ສ ໃນ​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ອາ​ລ-ຊາ​ບາບ ໂຈມ​ຕີໃນ​ວັນ​ທີ 21 ກຸມ​ພາ 2023.
ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໂຊ​ມາ​ເລຍ ເຂົ້າ​ຄວບ​ຄຸມ​ຕຶກ​ອາ​ຄານທີ່​ຄຸ້າ​ອັ​ຟ​ດີ​ອາ​ສ ໃນ​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ອາ​ລ-ຊາ​ບາບ ໂຈມ​ຕີໃນ​ວັນ​ທີ 21 ກຸມ​ພາ 2023.

ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໂຊ​ມາ​ເລຍ ​ໄດ້​ສິິ້ນ​ສຸດ​ການຢຶດ​ຕຶກ​ອາ​ຄານ​ບ້ານ​ພັກ​ຫຼັງ​ນຶ່ງ ​ຂອງ​ພວກ​ຫົວ​ຮຸນ​ແຮງ​ອາ​ລ-ຊາ​ບາບ​ ເປັນ​ເວ​ລາ 7 ຊົ່ວ​ໂມງ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ ອີງ​ຕາມ​ຄຳ​ເວົ້າ​ຂອງ​ລັດ​ຖະ​ບານ​ໂຊ​ມາ​ເລຍ.

ກະ​ຊວງ​ຖະ​ແຫຼງ​ຂ່າວ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ສັງ​ຫານ 10 ຄົນ ແລະ​ອີກ 7 ຄົນ​ໄດ້​ຮັບ​ບາດ​ເຈັບ ຮວມ​ທັງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ 4 ​ຄົນ ທີ່​ພົວ​ພັນ​ໃນ​ການ​ປະ​ຕິ​ບັດ​ງານ​ເພື່ອ​ຍຸດ​ຕິ​ການ​ຢຶດ​ອາ​ຄານ​ດັ່ງ​ກ່າວ.

ລັດ​ຖ​ະ​ບານ​ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ແມ່ນ​ພົນ​ລະ​ເຮືອນ​ທີ່​ໄຮ້​ດຽງ​ສາ ແລະ “ວິ​ລະ​ຊົນ.”

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ 4 ຄົນ​ທີ່​ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ​ໄດ້​ຖືກ​ຂ້າ​ຕາຍ.

ພວກ​ຫົວ​ຮຸນ​ແຮງ ໄດ້​ບຸກ​ໂຈມ​ຕີ​ບ້ານ​ພັກ ​ທີ່​ປິ່ນ​ປົວ​ສະ​ມາ​ຊິກ​ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຝ່າຍ​ລັດ​ຖະ​ບານ ​ທີ່​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ເຂດ​ພາກ​ກາງ​ຂອງ​ໂຊ​ມາ​ເລຍ.

ປະ​ຊາ​ຊົນ​ຄົນ​ນຶ່ງ​ທີ່​ຂໍ​ສະ​ຫງວນ​ຊື່​ຍ້ອນ​ເຫດ​ຜົນ​ທາງ​ດ້ານ​ຄວາມ​ປອດ​ໄພ​ກ່າວ​ວ່າ “ສຽງ​ລະ​ເບີດ​ໄດ້​ດັງ​ຂຶ້ນ ທີ່​ບໍ່​ຄ່ອຍ​ຄື​ກັບ​ສຽງ​ລະ​ເບີດ​ທົ່ວ​ໄປແລະ​ຂ້ອຍ​ເອງ​ກໍ​ຮູ້​ສຶກ​ບໍ່​ຄ່ອຍ​ດີ​ປານ​ໃດ ແຕ່​ໝູ່​ຂອງ​ຂ້ອຍ​ບໍ່​ຄິດ​ວ່າ​ມັນ​ແມ່ນ​ສຽງ​ລະ​ເບີດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG