ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກໂທດ ໂຊມາເລຍ 114 ຄົນທີ່ຖືກ ປ່ອຍໂຕ ຈາກປະເທດ ອີທິໂອເປຍ ເດີນທາງກັບຮອດ ປະເທດຂອງຕົນ


ນັກການທູດ ໂຊມາເລຍ ທ່ານ Mohamed Ali Nur, ທີ່ຖືກຖ່າຍຮູບໃນການໃຫ້ສຳພາດທີ່ນະຄອນຫຼວງ ໄນໂຣບີ ໃນເດືອນກັນຍາ 2013, ກ່າວຂອບໃຈລັດຖະບານ ອີທິໂອເປຍ ສຳລັບການປ່ອຍຕົວນັກໂທດ 114 ຄົນ.
ນັກການທູດ ໂຊມາເລຍ ທ່ານ Mohamed Ali Nur, ທີ່ຖືກຖ່າຍຮູບໃນການໃຫ້ສຳພາດທີ່ນະຄອນຫຼວງ ໄນໂຣບີ ໃນເດືອນກັນຍາ 2013, ກ່າວຂອບໃຈລັດຖະບານ ອີທິໂອເປຍ ສຳລັບການປ່ອຍຕົວນັກໂທດ 114 ຄົນ.

ປະຊາຊົນ ໂຊມາເລຍ ຫຼາຍກວ່າ 100 ຄົນທີ່ຫາກໍຖືກປ່ອຍຕົວອອກຈາກ ສະຖານທີ່ກັກ
ຂັງໃນປະເທດ ອີທິໂອເປຍ ແລະ ຖືກມອບໃຫ້ລັດຖະບານ ໂຊມາເລຍ ເມື່ອບໍ່ດົນມານີ້,
ໄດ້ເດີນທາງຮອດນະຄອນຫຼວງ ໂມກາດິຊູ ໃນວັນເສົາວານນີ້, ອີງຕາມການກ່າວຂອງວີ
ໂອເອ ພະແນກ ໂຊມາເລຍ.

ນັກໂທດ 114 ຄົນໄດ້ຍິ້ມ ແລະ ບາງຄົນກໍຂຸເຂົ່າລົງພື້ນດິນ ແລະ ກົ້ມຈູບຂີ້ດິນ ໃນເວລາ
ທີ່ພວກເຂົາລົງຈາກເຮືອບິນ. ບັນດາພໍ່ແມ່ ແລະ ຍາດຕິພີ່ນ້ອງທີ່ລໍຖ້າພວກເຂົາຢູ່ສະ
ໜາມບິນໄດ້ຮ້ອງດີໃຈ ແລະ ນໍ້າຕາ ໄຫຼ.

ບັນດາເຈົ້າໜ້າທີ່ລັດຖະບານໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນວ່າ ພວກນັກ ໂທດ ໂຊມາເລຍ
ໄດ້ຖືກຂັງໃນຄຸກປະເທດ ອີທິໂອເປຍ ສຳລັບການ ກະທຳຜິດຫຼາຍຢ່າງ, ລວມທັງການ
ເຂົ້າປະເທດ “ຜິດກົດໝາຍ.”

ທ່ານ Jamaludin Mustafa ເອກອັກຄະລັດຖະທູດ ອີທິໂອເປຍ ປະຈຳ ໂຊມາເລຍ
ຜູ້ທີ່ໄດ້ຢູ່ກັບພວກນັກໂທດຈາກ ອີທິໂອເປຍ ໄດ້ກ່າວ ວ່າ ການເຄື່ອນໄຫວດັ່ງກ່າວແມ່ນ
ສັນຍານຂອງສາຍພົວພັນທີ່ດີ ລະ ຫວ່າງ ສອງປະເທດ.

ທ່ານ Omar ໄດ້ກ່າວວ່າ “ພວກນັກໂທດບາງຄົນ ໄດ້ຖືກຕັດສິນຂັງ ຄຸກເຖິງ 20 ປີ ແລະ
ການປ່ອຍຕົວພວກເຂົາສະແດງໃຫ້ເຫັນເຖິງສາຍພົວ ພັນທີ່ດີຂຶ້ນ ລະຫວ່າງ ສອງປະ
ເທດຂອງພວກເຮົາ.”

ການປ່ອຍຕົວພວກນັກໂທດໄດ້ມີຂຶ້ນ ລຸນຫຼັງການເຈລະຈາລະຫວ່າງ ນາ ຍົກລັດຖະມົນ
ຕີ ໂຊມາເລຍ ທ່ານ Hassan Ali Khayre ກັບ ຄູ່ຮ່ວມຕຳແໜ່ງຈາກ ອີທິໂອເປຍ ທ່ານ Hailemariam Desalegn, ໃນການເຈລະຈາຕ່າງຫາກ ຈາກກອງປະຊຸມສຸດຍອດຜູ້
ນຳປະເທດສະຫະພັນ ອາຟຣິກາ ຄັ້ງທີ 29 ໃນນະຄອນຫຼວງ ອາດິສ ອາບາບາ ຂອງ
ອີທິໂອເປຍ.

ເອກອັກຄະລັດຖະທູດ ໂຊມາເລຍ ປະຈຳ ອີທິໂອເປຍ ທ່ານ Mohamed Ali Nur, ຜູ້ທີ່
ໄດ້ເດີນທາງຮ່ວມໄປກັບພວກນັກໂທດນັ້ນ, ໄດ້ກ່າວຂອບໃຈ ອີທິໂອເປຍ ສຳລັບການ
ໃຫ້ອະໄພຍາໂທດໃຫ້ແກ່ພວກ ເຂົາເຈົ້າ.

ທ່ານ Nur ໄດ້ກ່່າວວ່າ “ພວກເຮົາຮູ້ສຶກຂອບໃຈຫຼາຍ ຕໍ່ ອີທິໂອເປຍ ສຳລັບການມອບອິດສະຫຼະພາບໃຫ້ແກ່ຊາວ ໂຊມາເລຍ ພວກນີ້ອີກຄັ້ງ ໜຶ່ງ. ຕອນນີ້ຍັງເຫຼືອຊາວ ໂຊມາ
ເລຍ ພຽງ 6 ຄົນທີ່ຍັງຖືກຂັງຄຸກໃນ ອີທິໂອເປຍ ແລະ ພວກເຮົາໄດ້ຕົກລົງກັນວ່າ ພວກ
ເຂົາຈະຖືກປ່ອຍ ຕົວໃນໄວໆນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG