ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ Al-Shabab ​ທຳການໂຈມ​ຕີ ທໍານຽບ ປະທານາທິບໍດີ ​ໂຊມາເລຍ (ວີດີໂອ)


ທະຫານລັດຖະບານ ໂຊມາເລຍ ຢຶນຍາມ ບ່ອນທີ່ຖືກໂຈມຕີ ດ້ວຍລົດລະເບີດສະລະຊີບ ທີ່ປະຕູເຂົ້າ ທໍານຽບປະທານາທິບໍດີ ໂຊມາເລຍ.
ທະຫານລັດຖະບານ ໂຊມາເລຍ ຢຶນຍາມ ບ່ອນທີ່ຖືກໂຈມຕີ ດ້ວຍລົດລະເບີດສະລະຊີບ ທີ່ປະຕູເຂົ້າ ທໍານຽບປະທານາທິບໍດີ ໂຊມາເລຍ.
ພວກ​ຫົວ​ຮຸນ​ແຮງ ທີ່​ເປັນເຄືອຂ່າຍຂອງ Al-Qaida ​ໄດ້​ທໍາ
​ການໂຈມ​ຕີທໍານຽບ ປະທານາທິບໍດີ​ໂຊມາເລຍ ​ໃນ​ວັນ​ສຸກ
​ວານນີ້. ປະ​ທາ​ນາ​ທິບໍດີ ບໍ່​ໄດ້​ຮັບ​ບາດ​ເຈັບ ​ແຕ່​ມີຢ່າງ​ໜ້ອຍ
17 ຄົນ ​ໄດ້​ເສ​ຍຊີວິດ.

ກຸ່ມກໍ່​ການ​ຮ້າຍ Al-Shabab ​ໄດ້ອ້າງ​ເອົາ​ຄວາ​ມຮັບຜິດ
ຊອບ​ໃນທັນທີ ຕໍ່ການ​ໂຈມຕີທໍານຽບປະທານ​າທິບໍດີ ທີ່​ຮູ້​
ກັນ​ໃນນາມ ວິລລາໂຊ​ມາເລຍນັ້ນ.

ບັນດາ​ຜູ້​ເຫັນ​ເຫ​ດການ​ກ່າວ​ວ່າ ການ​ໂຈມຕີເລີ້ມດ້ວຍ​ ການ
ວາງ​ລະ​ເບີດ​ລົດ ຫລັງ​ຈາກ​ນັ້ນພວກ​ມື​ປືນ​ກໍໄດ້ບຸກເຂົ້າໄປ
ໃນທໍານຽບປະທານາທິບໍດີ. ທະຫານສະຫະພາບອາ​ຟຣິກາ ​ແລະ​ທະຫານ​ລັດຖະບານ
ໂຊ​ມາເລຍ ​ໄດ້​ຕ້ານຢັນແລະ ຂັບ​ໄລ່ພວກ​ໂຈມຕີໃຫ້ຖອຍໄປ.

​ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພໂຊ​ມາເລຍຄົນ​ນຶ່ງ ກ່າວ​ຕໍ່​ພະ​ແນ​ກພາສາໂຊ​ມາເລຍ
ວ່າ ພວກເສຍ​ຊີວິດ ແມ່ນຮວມ​ທັງທະຫານ​ເຈັດ​ຄົນ ພວກ​ໂຈມ​ຕີຢ່າງ​ໜ້ອຍແປດ​ຄົນ ​
ແລະຄົນອື່ນໆອີກ​ສອງ​ຄົນ​. ຄົນ​ນຶ່ງ​ໃນ​ຈໍານວນ​ຜູ້​ເສຍ​ຊີວິດຄື ທ່ານ Mohamud Indha
-Asse ທີ່ ​ໄດ້​ເປັນ​ຫົວໜ້າ​ຫ້ອງການຂອງສຳນັກງານ ນາຍົກລັດຖະມົນຕີ.

ທ່ານ Nick Kay ​ເປັນ​ຜູ້​ຕາງພິເສດຂອງ​ເລຂາທິການໃຫຍ່ສະຫະ​ປະຊາ​ຊາດ ປະຈຳ​
ໂຊ​ມາເລຍກ່າວ​ວ່າ ທ່ານໄດ້​ໂອ້ລົມກັບປະທານາທິບໍດີ Hassan Sheik Mohamud
​ບໍ່ດົນຫລັງ​ຈາກມີ​ການ​ໂຈມ​ຕີແລ້ວ.

ທ່ານ Nick Kay ເວົ້າວ່າ “ສິ່ງທຳອິດທີ່ຂ້າພະເຈົ້າໄດ້ຍິນໃນຕອນເຊົ້າມື້ນີ້ ກໍ ແມ່ນໂທ
ລະສັບຈາກປະທານາທິບໍດີບໍ່ດົນຫລັງຈາກມີການໂຈມຕີເກີດຂຶ້ນ. ທ່ານ ຢາກໃຫ້ການ
ຄໍ້າປະກັນຕໍ່ຂ້າພະເຈົ້າວ່າ ທ່ານບໍ່ໄດ້ຮັບອັນຕະລາຍ ບໍ່ໄດ້ຮັບບາດ ເຈັບ ແລະການ
ໂຈມຕີໃນຄັ້ງນີ້ ບໍ່ປະສົບຜົນສຳເລັດ.”

ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ນັ້ນ ປະທານາທິບໍດີ Mohamud ໄດ້ສົ່ງ
ຄວາມເສົ້າສະຫຼົດໃຈໄປຫາຄອບຄົວຂອງພວກທີ່ເສຍຊີວິດ ແລະປະກາດ ວ່າ ກຳລັງ
ທະຫານໂຊມາເລຍແລະສະຫະພາບອາຟຣິກາ ຈະກຳຈັດກຸ່ມດັ່ງກ່າວ ໃຫ້ສິ້ນຊາກໄປ.

Somali
please wait
Embed

No media source currently available

0:00 0:00:37 0:00
XS
SM
MD
LG