ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ໂຊມາເລຍ ສັ່ງໃຫ້ຮັກສາ ຄວາມປອດໄພ ເຄັ່ງຄັດຂຶ້ນ ກວ່າເກົ່າ


ນາຍົກລັດຖະມົນຕີ ໂຊມາເລຍ ທ່ານ ຮັສຊານ ອາລີ ໄຄເຣ ກ່າວຄຳປາໄສຕໍ່ບັນດາສະມາຊິກສະພາໃນລະຫວ່າງກອງ
ປະຊຸມ ສະພາແຫ່ງຊາດໃນນະຄອນຫຼວງ ໂມກາດິຊູ,
1 ມີນາ, 2017.
ນາຍົກລັດຖະມົນຕີ ໂຊມາເລຍ ທ່ານ ຮັສຊານ ອາລີ ໄຄເຣ ກ່າວຄຳປາໄສຕໍ່ບັນດາສະມາຊິກສະພາໃນລະຫວ່າງກອງ ປະຊຸມ ສະພາແຫ່ງຊາດໃນນະຄອນຫຼວງ ໂມກາດິຊູ, 1 ມີນາ, 2017.

ນາຍົກລັດຖະມົນຕີ ຂອງໂຊມາເລຍ ທ່ານ ຮັສຊານ ອາລີ ໄຄເຣ ໄດ້ສັ່ງໃຫ້ຕຳຫຼວດ
ແລະ ເຈົ້າໜ້າທີ່ສືບລັບ ເພີ່ມການຮັກສາຄວາມປອດໄພຂຶ້ນ “ຮ້ອຍເປີເຊັນ” ໃນທັນທີ
ຢູ່ໃນນະຄອນຫຼວງ ໂມກາດີຊູ ຫຼັງຈາກເກີດການໂຈມຕີ ໂດຍ ກຸ່ມອາລ-ຊາບັບ
(Al-Shabab) ທີ່ໄດ້ສັງຫານເກືອບ 40 ຄົນ ເມື່ອວັນສຸກຜ່ານມານີ້.

ການໂຈມຕີເມື່ອວັນສຸກຜ່ານມານີ້ ເປັນຄັ້ງທຳອິດ ຢູ່ໃນນະຄອນຫຼວງ ໂດຍກຸ່ມອາລ-
ຊາບັບ ນັບຕັ້ງແຕ່ ເດືອນຕຸລາປີກາຍນີ້ ເປັນຕົ້ນມາ ເມື່ອລົດບັນທຸກລະເບີດ ໄດ້ສັງຫານ
ຫຼາຍກວ່າ 500 ຄົນ ແລະ ການໂຈມຕີຢູ່ທີ່ໂຮງແຮມ ໃນສອງສັບປະດາ ຫຼັງຈາກນັ້ນມາ
ທີ່ໄດ້ເອົາຊີວິດຄົນ ອີກຢ່າງໜ້ອຍ 30 ຄົນ.

ເມື່ອປີກາຍນີ້ ລັດຖະບານ ໄດ້ຈັດຕັ້ງ ກຳລັງຮັກສາຄວາມປອດໄພ ແລະຄວາມໝັ້ນ
ຄົງຂອງໂມກາດີຊູ ຂຶ້ນ ຜູ້ທີ່ໄດ້ຖືກຊີ້ນຳໃຫ້ເຂົ້າກວດຄົ້ນພວກເຮືອນຊານທີ່ສົງໄສວ່າ
ເປັນບ່ອນຫລົບລີ້ ໃຫ້ແກ່ພວກຫົວຮຸນແຮງ ແລະ ໃຫ້ຕັ້ງປ້ອມກວດກາຂຶ້ນໂດຍບໍ່ຕ້ອງ
ແຈ້ງຫລ່ວງໜ້າ.

ແຕ່ຄວາມພະຍາຍາມດັ່ງກ່າວ ໄດ້ປະສົບກັບຄວາມລົ້ມແຫຼວຫຼາຍປະການ ທີ່ລວມທັງ
ການໂຈມຕີດ້ວຍລົດບັນທຸກລະເບີດທີ່ຮ້າຍແຮງ ແລະ ການຍິງສັງຫານຫົວໜ້າໜ່ວຍ
ຮັກສາຄວາມປອດໄພ ສອງຄົນ ພາຍຫຼັງເກີດການໂຈມຕີດ້ວຍລະເບີດ. ແລ້ວຍັງມີ
ເຫດການຕ່າງໆ ບ່ອນທີ່ກຳລັງຮັກສາຄວາມປອດໄພ ກຳລັງທຳງານ ຮ່ວມກັບກຳລັງ
ຮັກສາຄວາມໝັ້ນຄົງ ໄດ້ປະທະກັນ ຫຼັງຈາກທີ່ເຂົ້າໃຈຜິດຊຶ່ງກັນແລະກັນ ວ່າ ແຕ່ລະ
ຝ່າຍເປັນກຸ່ມອາລ-ຊາບັບ.

ບັນດາເຈົ້າໜ້າທີ່ກ່າວວ່າ ພວກທະຫານໂຊມາເລຍ ແລະ ກຳລັງຂອງສະຫະພາບ
ອາຟຣິກາ ຈະຕ້ອງໄດ້ປັບປຸງການຮັກສາຄວາມປອດໄພ ຢູ່ໃນໂມກາດີຊູ ຖ້າພວກເຂົາ
ຈະໄດ້ຮັບການສະໜັບສະໜູນ ຈາກມະຫາຊົນ ຜູ້ທີ່ບໍ່ເຊື່ອໝັ້ນວ່າ ທັງສອງກຸ່ມດັ່ງກ່າວ
ຈະສາມາດຍຸຕິ ການໂຈມຕີຂອງກຸ່ມອາລ-ຊາບັບ ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG