ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຈນທະເລ ໂຊມາເລຍ ປ່ອຍຕົວພວກລູກເຮືອ ຕ່າງປະເທດ 26 ຄົນ


A cyclist rides the "Space Bikes" attraction on the eve of World Bicycle Day in Brussels, Belgium.
A cyclist rides the "Space Bikes" attraction on the eve of World Bicycle Day in Brussels, Belgium.

ພວກເຈົ້າໜ້າທີ່ກ່າວວ່າ ໃນວັນເສົາວານນີ້ພວກກອງໂຈນທະເລ ໂຊມາເລຍ ໄດ້ປ່ອຍໂຕ ພວກລູກເຮືອ 26 ຄົນ ທີ່ໄດ້ຖືກຈັບໄປເວລາກໍ່າປັ່ນຂອງພວກເຂົາເຈົ້າຖືກຈີ້ເມື່ອເກືອບ 5 ປີກ່ອນ ເຮັດໃຫ້ການຈັບໄປເປັນໂຕປະກັນອັນຍາວນານທີ່ສຸດຂອງປະເທດໄດ້ສິ້ນສຸດລົງ.

ແຫຼ່ງຂ່າວທີ່ມີຄວາມໄກ້ຊິດກັບພວກກອງໂຈນ ໄດ້ບອກນັກຂ່າວວີໂອເອວ່າ ພວກໂຕປະ ກັນໄດ້ຖືກປ່ອຍຫຼັງຈາກພວກຈັບເຂົາເຈົ້າໄປໄດ້ຮັບເງິນຄ່າໄຖ່ 2 ລ້ານໂດລາ ຊຶ່ງເປັນຈຳ ນວນເງິນທີ່ໂຈນທະເລຜູ້ຮຽກຮ້ອງເອົາຊໍ້າແລ້ວຊໍ້າອີກ ຢູ່ໃນການສຳພາດກັບສື່ມວນຊົນ ທ້ອງຖິ່ນ.

ໂຈນທະເລຜູ້ທີ່ບອກຊື່ລາວເອງວ່າແມ່ນ ໂອມາ ນົວ ໄດ້ແຈ້ງໃຫ້ສະຖານີວິທະຍຸທ້ອງຖິ່ນ ຊາບທາງໂທລະສັບວ່າ “ພວກເຮົາໄດ້ປ່ອຍໂຕພວກລູກເຮືອດັ່ງກ່າວແລ້ວ ລຸນຫຼັງພວກ ເຮົາໄດ້ຮັບເງິນຄ່າໄຖ່ 2 ລ້ານ ໂດລາຕາມທີ່ໄດ້ຕົກລົງກັນນັ້ນ.”

ທ່ານ Burhan Warsame Igal ຣມຕ ທ່າເຮືອ Gulmudugໄດ້ບອກ ວີໂອເອ ວ່າ “ຂ້າ ພະເຈົ້າພຽງແຕ່ສາມາດແຈ້ງໃຫ້ຊາບຄວາມຄັກແນ່ວ່າ ພວກລູກເຮືອດັ່ງກ່າວໄດ້ຖືກ ປ່ອຍໂຕແລ້ວ ແລະພວກເຂົາເຈົ້າກໍຈະອອກໄປຈາກໂຊມາເລຍໃນວັນອາທິດມື້ນີ້.” ທ່ານປະຕິເສດບໍ່ຍອມໃຫ້ລາຍລະອຽດໃດໆ ກ່ຽວກັບວ່າບາດກ້າວຕ່າງໆໃນການປ່ອຍ ໂຕເປັນແບບໃດ ຫຼືວ່າເງິນຄ່າໄຖ່ນັ້ນໄດ້ຈ່າຍແທ້ຫຼືຢ່າງໃດ.

ພວກລູກເຮືອດັ່ງກ່າວມີລວມທັງຄົນມາຈາກ ກຳປູເຈຍ, ຈີນ, ອິນໂດເນເຊຍ, ຟີລິບປິນ ໄຕ້ຫວັນ ແລະ ຫວຽດນາມ.

ໂຄງການ ຊ່ອຍເຫຼືອພວກໂຕປະກັນຂອງ ສປຊ ຊຶ່ງຕິດຕາມເລື້ອງນີ້ແລະພະຍາຍາມໃຫ້ ການຊ່ອຍເຫຼືອແກ່ເຂົາເຈົ້າ ກໍໄດ້ປະກາດເຖິງການປ່ອຍໂຕພວກຕົວປະກັນນີ້ເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG