ໂຈນທະເລໂຊມາເລຍ ໄດ້ປ່ອຍເຮືອບັນທຸກນໍ້າມັນຂະໜາດໃຫຍ່ລໍານຶ່ງ ເພື່ອແລກປ່ຽນກັບອັນທີ່ພວກເຂົາຮ້ອງວ່າ ຄ່າໄຖ່ຈໍານວນຫລາຍກວ່າ 9 ລ້ານໂດລາ ທີ່ເຊື່ອກັນວ່າເປັນເງິນກ້ອນໃຫຍ່ທີ່ສຸດ ທີ່ພວກໂຈນທະເລໂຊມາເລຍ ເຄີຍໄດ້ຮັບມາ.
ພວກໂຈນສະລັດ ໄດ້ພາກັນຈີ້ເຮືອບັນທຸກນໍ້າມັນ Samho Dream ຂອງເກົາຫລີໃຕ້ໃນເດືອນເມສາຜ່ານມາ ຢູ່ມະຫາ ສະມຸດອິນເດຍ. ກໍາປັ່ນລໍາດັ່ງກ່າວ ກໍາລັງບັນທຸກນໍ້າມັນ ດິບ ທີ່ມີມູນຄ່າຫລາຍກວ່າ 170 ລ້ານໂດລາ ຈາກອີຣັກ ໄປຍັງສະຫະລັດ ໂດຍມີລູກເຮືອຢູ່ 24 ຄົນ ຊຶ່ງເປັນຄົນ ເກົາຫລີໃຕ້ ແລະ ຟີລິບປິນ.
ບໍ່ເປັນທີ່ແຈ້ງຂາວວ່າ ແມ່ນໃຜເປັນຄົນຈ່າຍເງິນເສຍຄ່າໄຖ່ ທີ່ຖືກຖິ້ມລົງໃຫ້ພວກໂຈນສະລັດ ຈາກເຮືອບິນເຮລີຄອບເຕີລໍານຶ່ງນັ້ນ.
ໃນວັນເສົາວານນີ້ເຊ່ນກັນ ກະຊວງຂົນສົ່ງຂອງຈີນກໍເວົ້າວ່າ ພວກໂຈນທະເລຍັງໄດ້ປ່ອຍເຮືອບັນທຸກເຄມີ ທີ່ຕິດທຸງສິງກະໂປ ທີ່ຊື່ວ່າ Golden Blessing ທີ່ມີລູກເຮືອ 19 ຄົນ ເປັນຄົນຈີນນັ້ນ.
ກໍາປັ່ນລໍາດັ່ງກ່າວ ຖືກຍຶດໃນເດືອນມິຖຸນາ ໃນຂະນະທີ່ແລ່ນຈາກຊາອຸດີ ອາເຣເບຍ ໄປຫາອິນເດຍ. ກະຊວງຂົນສົ່ງຂອງຈີນ ກ່າວວ່າ ກໍາປັ່ນລໍານັ້ນ ດຽວນີ້ກໍາລັງມຸ້ງໜ້າໄປສູ່ເຂດນ່ານນໍ້າທີ່ປອດໄພ ໂດຍມີກໍາລັງກອງທັບເຮືອຂອງຈີນ ຕິດຕາມຄຸ້ມຄອງຄວາມປອດໄພໃຫ້.