ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ນາຍທະຫານ ໂຊມາເລຍ ໄດ້ຖືກຈົດຈຳ ໃນຖານະເປັນ ແມ່ຍິງ ແລະເປັນວິລະສະຕຣີ


ພັນເອກ ຟາດູໂມ ອາລີ ​ຊຶ່ງຍັງຮູ້ຈັກກັນອີກຊື່ນຶ່ງວ່າ ເຟ ອາລີ ອາຍຸ 33 ປີ ຜູ້ທີ່ໄດ້, ໄດ້ໃຊ້ຊີວິດເພື່ອພະຍາຍາມນຳເອົາ ສັນຕິພາບ ແລະຄວາມໝັ້ນຄົງ ກັບຄືນມາຍັງປະເທດບ້ານເກີດ ຂອງນາງ ນັ້ນກໍຄື ປະເທດໂຊມາເລຍ.
ພັນເອກ ຟາດູໂມ ອາລີ ​ຊຶ່ງຍັງຮູ້ຈັກກັນອີກຊື່ນຶ່ງວ່າ ເຟ ອາລີ ອາຍຸ 33 ປີ ຜູ້ທີ່ໄດ້, ໄດ້ໃຊ້ຊີວິດເພື່ອພະຍາຍາມນຳເອົາ ສັນຕິພາບ ແລະຄວາມໝັ້ນຄົງ ກັບຄືນມາຍັງປະເທດບ້ານເກີດ ຂອງນາງ ນັ້ນກໍຄື ປະເທດໂຊມາເລຍ.

ທ່ານນາງ ຟາດູໂມ ອາລີ ​ຊຶ່ງຍັງຮູ້ຈັກກັນອີກຊື່ນຶ່ງວ່າ ເຟ ອາລີ ໄດ້ໃຊ້ຊີວິດເພື່ອພະຍາ
ຍາມນຳເອົາສັນຕິພາບ ແລະຄວາມໝັ້ນຄົງ ກັບຄືນມາຍັງປະເທດບ້ານເກີດ ຂອງນາງ
ນັ້ນກໍຄື ປະເທດໂຊມາເລຍ.

ຫຼັງຈາກໄດ້ເຂົ້າສະໝັກເປັນທະຫານໃນປີ 2007 ມາດຽວນີ້ ທ່ານນາງມີອາ ຍຸໄດ້ 33 ປີ
ມີລູກ 10 ຄົນ ໄດ້ເປັນຜູ້​ບັນ​ຊາ​ການກອງພົນໜ່ວຍກ້າຕາຍ ທີ່ ໄດ້ຮັບການຝຶກແອບ
ໂດຍໜ່ວຍກອມມັງໂດຂອງສະຫະລັດ ທີ່ຮູ້ຈັກກັນໃນຊື່ ດານັບ (Danab). ທ່ານນາງ
ໄດ້ເຂົ້າຮ່ວມໃນການສູ້ລົບຕໍ່ຕ້ານ ກຸ່ມຫົວຮຸນແຮງ ອາລ-ຊາບັບ ມາຫຼາຍຄັ້ງ ລວມທັງ
ການຕໍ່ສູ້ ທີ່ໄດ້ປົດປ່ອຍນະຄອນຫຼວງ ໂມກາດິສຊູ.

ແຕ່ໃນວັນທີ 22 ພຶດສະພາ ໃນຂະນະທີ່ຢືນຍາມຢູ່ດ່ານກວດກາແຫ່ງນຶ່ງ ໃນນະຄອນ
ຫຼວງ ຢູ່ນັ້ນ ທ່ານນາງ ອາລີ ໄດ້ຖືກຂ້າຕາຍດ້ວຍລົດລະເບີດ. ສາມີຂອງທ່ານນາງ ຄື
ທ່ານ ບາຊາຣ ຊາຣີຟ ອັບດູລາຮີ ຊຶ່ງເປັນສະມາຊິກ ຂອງກອງກຳລັງດານັບ ນັ້ນ ​ກໍໄດ້
ເສຍຊີວິດເຊັ່ນກັນ ໃນການໂຈມຕີດັ່ງກ່າວ.

ຜູ້ບັນຊາການ ບາຊາຣ ຊາຣີຟ ອັບດູລາຮີ, ສາມີຂອງທ່ານນາງ ຟາດູໂມ ອາລີ ແລະທັງເປັນສະມາຊິກ ຂອງກອງພົນໜ່ວຍກ້າຕາຍ Danab, ໄດ້ເສຍຊີວິດ ເມື່ອວັນທີ 22 ພຶດສະພາ ໃນການໂຈມຕີ ໃນນະຄອນຫຼວງ ໂມກາດູສຊູ.
ຜູ້ບັນຊາການ ບາຊາຣ ຊາຣີຟ ອັບດູລາຮີ, ສາມີຂອງທ່ານນາງ ຟາດູໂມ ອາລີ ແລະທັງເປັນສະມາຊິກ ຂອງກອງພົນໜ່ວຍກ້າຕາຍ Danab, ໄດ້ເສຍຊີວິດ ເມື່ອວັນທີ 22 ພຶດສະພາ ໃນການໂຈມຕີ ໃນນະຄອນຫຼວງ ໂມກາດູສຊູ.

ທ່ານ ຮາຊານ ອາລີ ໂມຮຳເມັດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໄດ້ຊີ້
ໃຫ້ເຫັນ ຍ້ອນວ່າທ່ານນາງ ອາລີ ເວົ້າພາສາອັງກິດ​ໄດ້ ທ່ານນາງຈຶ່ງເປັນ​ຂົວ ທີ່ມີປະ
ໂຫຍດ ໃນການເຊື່ອມຕໍ່ລະຫວ່າງ ກອງທັບແຫ່ງຊາດຂອງໂຊມາເລຍ ກັບກອງກຳລັງ
ຂອງສະຫະພາບອາຟຣິກາ ທີ່ປະຈຳການ ຢູ່ໃນໂຊມາເລຍ. ທ່ານນາງ ອາລີ ຍັງໄດ້ເປັນ
ແມ່ຍິງຄົນທຳອິດ ທີ່ເປັນພະນັກງານພິເສດ ປະຈຳການ ໃຫ້ແກ່ອະດີດ ປະທານາທິບໍດີ
ໂຊມາເລຍ ທ່ານ ເຊັກ ຊາຣີຟ. ທ່ານ ໂມຮຳເມັດ ໄດ້ກ່າວບອກວີໂອເອ ພະແນກພາສາ
ໂຊມາລີ ວ່າ “ທ່ານນາງ ໄດ້ພັດທະນາ ໃນດ້ານທັດສະນະຄະຕິ ຂອງກອງທັບ ແລະ
ເປັນວິລະສະຕຣີຜູ້ນຶ່ງ ທີ່ພວກເຮົາໄດ້ສູນເສຍໄປ.”

ເອື້ອຍຂອງທ່ານນາງ ອາລີ ທ່ານນາງ ມາລີອຸນ ມາເມັດ ໄດ້ກ່າວວ່າ ລາວເປັນແບບຢ່າງ
ທີ່ດີ ບໍ່ວ່າຢູ່ນອກບ້ານ ຫຼືພາຍໃນບ້ານ.

ທ່ານນາງ ມາເມັດ ເວົ້າອີກວ່າ “ລາວໄດ້ຊ່ອຍລ້ຽງດູລູກເຕົ້າຂອງຂ້ອຍຫຼາຍຄົນ ເບິ່ງ
ແຍງ ພໍ່ແລະແມ່ ແລະໄດ້ເປັນແຮງບັນດານໃຈ ໃຫ້ແກ່ພວກເຮົາໝົດທຸກຄົນ. ພວກ
ເຮົາໂສກເສົ້າເສຍໃຈ ທີ່ພວກລູກເຕົ້າຂອງລາວ ໄດ້ສູນເສຍທັງພໍ່ແລະແມ່ ໃນມື້
ດຽວກັນ.”

ພວກລູກໆຂອງທ່ານນາງ ມີອາຍຸ ລະຫວ່າງແຕ່ 17 ປີ ຫາລູກທາລົກ ທີ່ເກີດໃໝ່ໄດ້ພຽງ
22 ມື້. ທ່ານນາງ ອາລີ ໄດ້ແຕ່ງງານມາກ່ອນແລ້ວ ແລະໄດ້ສູນ ເສຍສາມີຄົນກ່ອນໄປ
ຍ້ອນການໂຈມຕີຂອງກຸ່ມອາລ-ຊາບັບ ເມື່ອສອງປີຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG