ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທັບ ໂຊມາເລຍ ປົດປ່ອຍເມືອງທີ່ສຳຄັນ ຈາກພວກຫົວຮຸນແຮງ ອາລ-ຊາບັບ


ແຜນທີ່ປະເທດ ໂຊມາເລຍ.
ແຜນທີ່ປະເທດ ໂຊມາເລຍ.

ກອງ​ທັບ​ໂຊ​ມາ​ເລຍ ​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ປົດ​ປ່ອຍ​ເຂດ​ແດນ​ຈາກ​ພວກ ອາ​ລ-ຊາ​ບັບ ຫຼາຍ​ຂຶ້ນ, ລວມ​ທັງ​ເມືອງ​ຍຸດ​ທະ​ສາດ​ແຫ່ງ​ນຶ່ງ​ທີ່​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ກຸ່ມ​ດັ່ງ​ກ່າວ 15 ປີ. ນັກ​ຂ່າວ​ວີ​ໂອ​ເອ ໂມ​ຮາ​ເມັດ ເດ​ຊານ (Mohamed Dhaysane) ມີ​ລາຍ​ງານ​ຈາກ​ນະ​ຄອນຫຼວງ ໂມ​ກາ​ດິສ​ຊູ, ປະ​ເທດ ໂຊ​ມາ​ເລຍ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ກອງ​ທັບ​ໂຊ​ມາ​ເລຍ​ໄດ້​ກ່າວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ຄັ້ງໃໝ່​ ຕໍ່​ພວກ​ນັກ​ລົບ ອາ​ລ-ຊາ​ບັບ ແລະ ໄດ້​ຍຶດ​ຄືນ​ເມືອງ​ນ້ອຍ ວາ​ໂບ ແຕ່​ເປັນ​ເມືອງ​ຍຸດ​ທະ​ສາດ ແລະ ໝູ່​ບ້ານ​ທີ່​ສຳ​ຄັນຫຼາຍ​ແຫ່ງ​ໃນ​ແຂວງ ກາ​ລ​ກາ​ດັດ ທາງ​ພາກ​ກາງ​ຂອງ​ປະ​ເທດ.

ກອງ​ທັບ​ບົກ, ເຊິ່ງ​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ທະ​ຫານ​ບ້ານ​ຊົນ​ເຜົ່າ ​ໃນ​ທ້ອງ​ຖິ່ນ, ໄດ້​ເຂົ້າ​ຮ່ວມ​ໃນ​ການ​ໂຈມ​ຕີ​ຢ່າງ​ໜັກ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ ອິ​ສ​ລາມ ເລີ່ມ​ຕົ້ນ​ໃນ​ຕອນ​ເຊົ້າໆ​ຂອງວັນ​ອັງ​ຄານ​ທີ່​ຜ່ານມາ, ອີງ​ຕາມ​ຜູ້ກວດ​ກາ​ພິ​ເສດ​ເມືອງ ມາ​ຮ​າ​ສ ທ່ານ ມູ​ມິນ ໂມ​ຮາ​ເມັດ ຮາ​ລາເນ, ຜູ້​ທີ່​ໄດ້​ລົມ​ກັບ​ວີ​ໂອ​ເອ​ທາງ​ໂທ​ລະ​ສັບ​ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ.

ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທ່ານ ອັບ​ດຸ​ລ​ລາ​ຮີ ອາ​ລີ ອາ​ນອດ ໄດ້​ຈັດ​ກອງ​ປະ​ຊຸ​ມ​ຖະ​ແຫຼ​ງ​ຂ່າວ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ແລະ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ຕໍ່​ກຸ່ມ​ດັ່ງ​ກ່າວ​ ແມ່ນ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ.

ທ່ານ ອາ​ນອ​ດ ກ່າວ​ວ່າ “ກອງ​ກຳ​ລັງ​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ ວາ​ໂບ, ເຊິ່ງ​ແມ່ນ​ເມືອງ​ທີ່​ໃຫຍ່,” ທ່ານ​ເວົ້າ​ຕື່ມ​ວ່າ “ມື້​ຄືນ​ນີ້ກອງ​ກຳ​ລັງ​ໄດ້​ຍຶດ​ເອົາ​ບ້ານ ວາ​ໂຮ​ລ, ແລະ ວານນີ້​ໄດ້​ເມືອງ ແອ​ລ​ບໍ ແລະ ແອ​ລ​ໂກ​ຣອ​ຟ.”

ທ່ານ​ໂຄ​ສົກ​ໄດ້​ກ່າວ​ວ່າ ເຂດ​ແດນ​ທີ່​ຖືກ​ປົດ​ປ່ອຍ​ດັ່ງ​ກ່າວ “ແມ່ນ​ເຂດ​ທີ່​ມີ​ປະ​ຊາ​ຊົນ​ອາ​ໄສ​ຢູ່​ໜາ​ແໜ້ນ ທີ່​ມີ​ນ້ຳ​ສ້າງ, ມີ​ເອ​ກະ​ລັກ ແລະ ດິນ​ກະ​ສິ​ກຳ.”

ກຸ່ມ ອາ​ລ-ຊາ​ບັບ ບໍ່​ໄດ້​ໃຫ້​ຄຳ​ເຫັນ ກ່ຽວ​ກັບ​ ການ​ກ່າວ​ອ້າງ​ຂອງກອງ​ທັບ​ບົກ ແຕ່​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຂ້າ​ທະ​ຫານ 15 ຄົນ, ລວມ​ທັງ​ເຈົ້າ​ໜ້າ​ທີ່, ໃນ​ການ​ວາງ​ລະ​ເບີດ ແລະ ຕໍ່​ສູ້​ກັນຢູ່​ເຂດ​ນອກ​ຂອງ​ເມືອງ ມາ​ຮາ​ສ.

ພວກ​ຫົວ​ຮຸນ​ແຮງ​ໄດ້​ຂະ​ຫຍາຍ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ​ນັບ​ຕັ້ງ​ແຕ່​ປະ​ທາ​ນາ​ທິ​ບໍ​ດີ ຮາ​ຊານ ເຊກ ມູ​ຮາ​ມັດ ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ ໃນ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ ແລະ ໄດ້​ປະ​ຕິ​ຍານ ​ທີ່​ຈະ “ເຮັດ​ສົງ​ຄາມ​ຢ່າງ​ສຸດ​ກຳ​ລັງ” ກັບ​ກຸ່ມ ອາ​ລ-ຊາ​ບັບ.

ໃນ​ຕົ້ນ​ອາ​ທິ​ດນີ້, ລັດ​ຖະ​ບານ​ໂຊ​ມາ​ເລຍ ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ໄດ້​ສັງ​ຫານ​ພວກ​ຫົວ​ຮຸນ​ແຮງ ອາ​ລ-ຊາ​ບັບ 200 ຄົນ ​ໃນ​ໄລ​ຍະ 4 ວັນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG