ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມ al-Shabab ສັງຫານ ຕົວປະກັນ ຊາວຝຣັ່ງ


Denis Allex ຕົວປະກັນຊາວຝຣັ່ງທີ່ຖືກ ກຸ່ມຫົວຮຸນແຮງ Al-Shabab
ປະຫານຊີວິດ
Denis Allex ຕົວປະກັນຊາວຝຣັ່ງທີ່ຖືກ ກຸ່ມຫົວຮຸນແຮງ Al-Shabab ປະຫານຊີວິດ
ກຸ່ມ​ຫົວ​ຮຸນ​ແຮງ​ໂຊ​ມາ​ເລຍ al-Shabab ​ເວົ້າ​ວ່າ ຕົນ​ໄດ້​ປະຫານ​ຊີວິດ​ຕົວ ປະກັນ​ຊາວ​ຝຣັ່ງນຶ່ງ​ຄົນ ທີ່​ໄດ້​ຖືກ​ລັກພາ​ໂຕ​ໄປ ​ແລະ​ຖືກ​ກັກ​ຂັງ​ໄວ້​ເປັນ ເວລາຫຼາຍກວ່າ​ສາມ​ປີ​ນັ້ນ.

ກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ໄດ້​ລົງ​ຂ່າວ​ຜ່ານ​ທາງ Twitter ​ເມື່ອ​ວັນພະ ຫັດ​ມື້​ນີ້​ວ່າ ທ່ານ Denis Allex ​ໄດ້​ຖືກ​ປະຫານ​ຊີວິດ​ ​ໃນ​ມື້ວານນີ້.

ກຸ່ມ​ດັ່ງກ່າວ ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງເມື່ອ​ວັນ​ພຸດ​ວານ​ນີ້ ທີ່​ປະກາດ ​ອອກ​ໄປ​ວ່າ​ ຕົນ​ມີ​ເຈຕະນາ​ຈະ​ສັງຫານ​ເຈົ້າໜ້າ​ທີ່​ສືບ​ລັບຜູ້​ທີ່​ເປັນ​ເປົ້າໝາຍ ​ຂອງ​ການ​ປະຕິບັດ​ງານ​ບຸກ​ເຂົ້າ​ໄປ​ປ່ອຍ​ຂອງຝຣັ່ງ ​ທີ່​ບໍ່​ປະສົບ​ຜົນ​ສໍາ​ເລັດ​ເມື່ອ​ອາທິດ​ຜ່ານມາ​ນີ້. ທາງ​ການ​ຝຣັ່ງ​ໄດ້​ສັນ​ນິດ​ຖານ​ວ່າ​ຜູ້ກ່ຽວເສ​ຍຊີວິດ​ແລ້ວ.

ກຸ່ມ al-Shabab ​ເວົ້າວ່າ ຕົນ​ສັງຫານ ທ່ານ Allex ​ເພື່ອ​ແກ້​ແຄ້ນ​ໃຫ້​ອັນ​ທີ່ຕົນ​ອ້າງ​ວ່າ ພວກ​ພົນລະ​ເຮືອນ​ຖືກ​ຂ້າ​ຕາຍ​ໂດຍ​ກໍາລັງ​ປະຕິບັດ​ການ​ຂອງ ຝຣັ່ງ ​ໃນ​ລະຫວ່າງ​ການ​ບຸກ​ໂຈມ​ຕີ​ເມື່ອ​ຕອນແລງ​ວັນ​ສຸກ​ຜ່ານ​ມາ ພ້ອມ​ທັງ ປະ​ທ້ວງ​ໃນ​ສິ່ງ​ທີ່​ຕົນ​ເອີ້ນ​ວ່າ ນະ​ໂຍບາຍ​ຕໍ່ຕ້ານ​ມຸສລິ​ມຂອງຝຣັ່ງ ​ແລະ ການ​ປະຕິບັດ​ການ​ທາງ​ທະຫານ​ຂອງ​ປະ​ເທດ ​ໃນ​ຝຣັ່ງ ​ແລະ​ອັຟກາ​ນີສຖານ.

ທ່ານ Allex ຖືກ​ລັກ​ພາ​ໂຕ​ໄປ​ຈາກ​ໂຮງ​ແຮມ​ແຫ່ງ​ນຶ່ງ​ຢູ່​ນະຄອນຫຼວງ Mogadishu ຂອງ​ໂຊ​ມາ​ເລຍ ​ໃນເດືອນກໍລະກົດ​ປີ 2009 ຊຶ່ງ​ກ່ອນໜ້າ​ນັ້ນ ຜູ້ກ່ຽວ​ເປັນ​ຄົນນຶ່ງ​ໃນ​ທີ​ມງານ ຊ່ວຍ​ເຝິກ​ແອບ​ທະຫານ​ຂອງລັດຖະບານ​ໂຊ​ມາ​ເລຍ​ເພື່ອ​ສູ້​ລົບ​ກັບ​ກຸ່ມພວກ​ຫົວ​ຮຸນ​ແຮງ al-Shabab.
XS
SM
MD
LG