ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ຫົວ​ຮຸນ​ແຮງ al- Shabab ​ສັງຫານ​ ​ນັກ​ຮ້ອງຊື່ດັງ ​ຊາວ​ໂຊ​ມາ​ເລຍ (ວີດີໂອ)


Somalia Violence SOTVO
please wait

No media source currently available

0:00 0:00:38 0:00

ນັກ​ຮ້ອງ​ຊາວ​ໂຊ​ມາ​ເລຍ ທີ່​ມີ​ຊື່​ສຽງ ຜູ້​ຊຶ່ງ​ເປັນ​ສະມາຊິກ​ລັດຖະ
ສະພາໄດ້ຖືກ​ສັງຫານ​ໂດຍກຸ່ມຫົວ​ຮຸນ​ແຮງອິສລາມ.

ກຸ່ມ​ຫົວ​ຮຸນ​ແຮງ al- Shabab ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ
ໃນ​ວັນ​ພຸດ​ວານ​ນີ້ ໃນ​ການ​ສັງຫານ​ ທ່ານ​ນາງ Saado Ali
Warsame ຂ້າງ​ນອກ​ໂຮງ​ແຮມ Ambassador ໃນ​ນະຄອນ
Mogodishu. ຜູ້​ທີ່​ເຫັນ​ເຫດການ​ໄດ້ກ່າວ​ຕໍ່ VOA ພະ​ແນ​ກ
ໂຊ​ມາ​ເລຍວ່າ ມື​ປືນຢູ່​ໃນ​ລົດໄດ້ຍິ​ງ​ໃສ່​ໜ້າ​ເອິກ ທ່ານ​ນາງ​ຫຼາຍໆ​ນັດ ​ແລ້ວກໍຫ​ລົບ​ໜີໄປ.

ນາຍົກລັດຖະມົນຕີໂຊ​ມາ​ເລຍ ທ່ານ Abdiweli Sheikh Ahmed ​ໄດ້​ປະນາມ​ຢ່າງ​ຮຸນ​ແຮງ​ ຕໍ່​ການ​ສັງຫານທ່ານ​ນາງ Warsame ​ໂດຍກ່າວເຖິງການ​ໂຈມຕີ​ນີ້​ວ່າ ​ປ່​າເຖື່ອນ.

ການສະແດງຂອງ​ທ່ານ​ນາງ Saado Ali Warsame:


ທ່ານ​ນາງ ​ແມ່ນ​ເປັນ​ທີ່​ຮູ້ຈັກ​ກັນດີ ​ໃນ​ຖານະນັກ​ຮ້ອງທີ່ມີຊື່ສຽງ ຊຶ່ງໃນ​ເມື່ອ​ກ່ອນຕັ້ງ​ຫລັກ
ແຫລ່ງທີ່ນະ​ຄອນ Minneapolis ​ໃນສະ​ຫະລັດ. ສະມາຊິກ​ສະພາ​ໂຊ​ມາ​ເລຍ ທ່ານ Abdikadir Hassan ​ໄດ້​ບອກ​ກັບ VOA ວ່າ ທ່ານເຄີຍໄດ້ຮ່ວມງານ ​ກັບທ່ານ​ນາງ Warsame ​ໃນ​ໂຄງການ​ຕໍ່ສູ້​ເພື່ອ​ຄວາມ​ຍຸຕິ​ທຳຂອງ​ໂຊ​ມາ​ເລຍ.

​ໃນ​ປີ 2012 ທ່ານ​ນາງ Warsame​ໄດ້​ກັບ​ຄືນ​ເມືອໂຊ​ມາ​ເລຍ ​ແລະ​ເປັນ​ແມ່ຍິງ ​ໃນຈຳ
ນວນ ບໍ່​ເທົ່າ​ໃດ​ຄົນ ຢູ່ໃນລັດຖະສະພາຊຸດ​ໃໝ່​ຂອງ​ປະ​ເທດ.

ທ່ານ​ນາງ ​ແມ່ນ​ສະມາຊິກ​ລັດຖະສະພາ​ຜູ້​ທີ 4 ທີ່​ໄດ້​ຖືກ​ສັງຫານ​ໂດ​ຍກຸ່ມ​ຫົວ​ຮຸນ​ແຮງ
al- Shabab ​ໃນ​ປີ​ນີ້.

XS
SM
MD
LG