ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າກຸ່ມ ຫົວຮຸນແຮງ ໂຊມາເລຍ ເຂົ້າມອບຕົວ ຕໍ່ລັດຖະບານ


ທ້າວ Mukhtar Robow, ອະດີດຫົວໜ້າກຸ່ມຫົວຮຸນແຮງ ໂຊມາເລຍ al-Shabab, ຊ້າຍ, ປາກົດຕົວໃນກອງປະຊຸມ
ຖະແຫຼງຂ່າວທີ່ໄຮ່ນາແຫ່ງໜຶ່ງໃນເມືອງ Afgoye ຕັ້ງຢູ່ພາກ
ໃຕ້ຂອງນະຄອນຫຼວງ ໂມກາດິຊູ.​ ໂຊມາເລຍ. 11 ພຶດສະພາ, 2011.
ທ້າວ Mukhtar Robow, ອະດີດຫົວໜ້າກຸ່ມຫົວຮຸນແຮງ ໂຊມາເລຍ al-Shabab, ຊ້າຍ, ປາກົດຕົວໃນກອງປະຊຸມ ຖະແຫຼງຂ່າວທີ່ໄຮ່ນາແຫ່ງໜຶ່ງໃນເມືອງ Afgoye ຕັ້ງຢູ່ພາກ ໃຕ້ຂອງນະຄອນຫຼວງ ໂມກາດິຊູ.​ ໂຊມາເລຍ. 11 ພຶດສະພາ, 2011.

ຫົວຮຸນແຮງ ໂຊມາເລຍ ອາວຸໂສຄົນໜຶ່ງ ຜູ້ທີ່ໄດ້ຫຼົບໜີເປັນເວລາຫຼາຍປີໄດ້ມອບຕົວຕໍ່
ລັດຖະບານແລ້ວ, ອິງຕາມເຈົ້າໜ້າທີ່ສືບລັບທີ່ໄດ້ກ່າວຕໍ່ວີໂອເອ ພະແນກ ໂຊມາເລຍ.

ທ້າວ Mukhtar Robow, ທີ່ຮູ້ຈັກວ່າ “Abu Mansour” ໄດ້ພົບກັບຕົວແທນລັດຖະ
ບານໃນຕອນເຊົ້າຂອງວັນອາທິດມື້ນີ້ຢູ່ບ່ອນຫຼົບລີ້ຂອງລາວ ໃນບ້ານ Abal ຕັ້ງຢູ່ພາກ
ຕາເວັນຕົກສຽງໃຕ້ຂອງ ໂຊມາເລຍ, ແລະ ຕໍ່ມາໄດ້ຖືກນຳຕົວໄປເມືອງໃຫຍ່ Huddur,
ອີງຕາມການກ່າວຕໍ່ວີໂອເອພະແນກ ໂຊມາເລຍ ຂອງເຈົ້າໜ້າທີ່ລະດັບສູງພາກພື້ນ

ທ່ານ Shine Moallim Nurow ແມ່ນຜູ້ບັນຊາການຂອງກອງກຳລັງພິເສດໃນລັດຖະ
ບານພາກພື້ນຕາເວັນຕົກສຽງໃຕ້ຂອງປະເທດ. ທ່ານໄດ້ນຳພາບັນດາເຈົ້າໜ້າທີ່ລັດຖະ
ບານຜູ້ທີ່ໄດ້ໄປຮອດຖານທີ່ໝັ້ນຂອງທ້າວ Robow ໃນບ້ານ Abal ໃນວັນເສົາວານນີ້.

ທ່ານໄດ້ກ່າວວ່າ ທ່ານໄດ້ພົບກັບລາວໃນຄືນວານນີ້ ທີ່ສະໜາມຮົບໃນບ້ານ Abal ບ່ອນ
ທີ່ຄົນຂອງທ້າວ Robow ແລະ ພວກ Al-Shabaab ໄດ້ຕໍ່ສູ້ກັນເມື່ອສອງສາມວັນທີ່
ຜ່ານມາ.

ທ່ານໄດ້ກ່າວວ່າ “ພວກເຮົາໄດ້ຖືກມອບໝາຍໜ້າທີ່ໂດຍລັດຖະບານກາງ ແລະ ລັດຖະ
ບານພາກພື້ນຕາເວັນຕົກສຽງໃຕ້ໃຫ້ໄປທີ່ນັ້ນ, ພວກເຮົາໄດ້ພົບກັບລາວ ແລະ ຫຼັງຈາກ
ນັ້ນໄດ້ຕົກລົງກັບລາວ ເພື່ອເດີນທາງໄປເມືອງ Huddur ນຳກັນ.”

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າສາມາດຢືນຢັນຕໍ່ເຈົ້າໄດ້ວ່າລາວຢູ່ເມືອງ Hudder ແລ້ວ,
ລາວກຳລັງນັ່ງຢູ່ກັບຂ້າພະເຈົ້າໃນຕອນນີ້.”

ອີງຕາມເຈົ້າໜ້າທີ່ສືບລັບອາວຸດໂສນັ້ນ ທ້າວ Robow ໄດ້ກ່າວຕໍ່ບັນດາເຈົ້າໜ້າທີ່ລັດ
ຖະບານວ່າ ລາວໄດ້ໜີອອກຈາກພວກ al-Shabaab ແລະ ຢາກເຮັດວຽກກັບລັດຖະ
ບານ ໂຊມາເລຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG