ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແຜ່ນດິນ​ໄຫວ ​ແຮງເຖິງ 7.6 ຣິກ​ເຕີ ປະທະຂົງເຂດ ໃກ້ໆກັບໝູ່ເກາະ Solomon


ພວກພະນັກງານກຳລັງຂົນເຄື່ອງຊ່ອຍເຫຼືອ ໃສ່ລົດບັນທຸກ ກ່ອນມຸ້ງໜ້າ ໄປສູ່ຂົງເຂດປະສົບໄພແຜນດິນໄຫວ ແລະຄື້ນຟອງສຸນາມິ ທີ່ Honiara,ໝູ່ເກາະ Solomon .
ພວກພະນັກງານກຳລັງຂົນເຄື່ອງຊ່ອຍເຫຼືອ ໃສ່ລົດບັນທຸກ ກ່ອນມຸ້ງໜ້າ ໄປສູ່ຂົງເຂດປະສົບໄພແຜນດິນໄຫວ ແລະຄື້ນຟອງສຸນາມິ ທີ່ Honiara,ໝູ່ເກາະ Solomon .
ບັນດາ​ເຈົ້າ​ໜ້າ​ທີ່​ໄດ້ລົບ​ລ້າງ ຄຳ​ເຕືອນ​ໃຫ້​ລະວັງ​ຄື້ນຟອງ​
ສຸ​ນາ​ມິ ທີ່​ໄດ້​ປະກາດ​ອອກ​ໄປ ຫຼັງ​ຈາກ​ເກີດແຜ່ນດິນ​ໄຫວ​
ຢ່າງ​ແຮງ​ ໃນ​ຕອນ​ເຊົ້າ​ວັນ​ອາທິດ ຢູ່​ໃກ້ໆ​ກັບ​ໝູ່​ເກາະ So
lomon ​ໃນ​ມະຫາ​ສະມຸດ​ປາຊີ​ຟິກ.

ກົມ​ສຳ​ຫຼວດທໍລະນີວິທະຍາ​ສະຫະລັດ ກ່າວ​ວ່າ ​ແຜ່ນດິນ​ໄຫວ
​ທີ່​ມີ​ຄວາມ​ແຮງ 7.6 ຣິກ​ເຕີ ​ໄດ້ປະ​ທະ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​
ມື້​ນີ້ ຢູ່​ຫ່າງ​ຈາກເກາະ Kira Kira ໄປ​ທາງ​ທິດ​ໃຕ້​ ປະມານ
100 ຫຼັກ​ກິ​ໂລ​ແມັດ​ ​ຢູ່ພື້ນ​ທະ​ເລ ​ເລິກ​ລົງ​ໄປ​ 29 ຫຼັກ​ກິ​ໂລ​ແມັດ.

ຄະນະ​ກຳມະການມະຫາ​ສະມຸດ​ສາດ​ລະຫວ່າງ​ລັດຖະບານ
ໄດ້ອອກ​ຄຳ​ເຕືອນ ​ໃຫ້ລະວັງ​ຄື້ນຟອງ​ຍັກ​ສຸ​ນາ​ມິ​ ສຳ​ລັບ​ເຂດ​ໝູ່​ເກາະ Solomon,
Vanuatu ​ແລະ​ໃນ Papua New Guinea ຫຼັງ​ຈາກ​ມີ​ລາຍ​ງານ​ວ່າຄື້ນຟອງໃຫຍ່
​3 ຄື້ນ​ ໄດ້​ເກີດ​ຂຶ້ນຢູ່​ຈຸດ​ໃຈກາງ​ຂອງ​ແຜ່ນດິນ​ໄຫວ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ປະຊາຊົນ​ທີ່​ອາ​ໄສ​ຢູ່​ໃນ​ພື້ນ​ທີ່​ຕຳ່ໄດ້ຕອບ​ສະໜອງ
​ຕໍ່​ຄຳ​ເຕືອນ ​ໂດຍ​ພາກັນ​ຍົກຍ້າຍ​ຂຶ້ນ​ໄປ​ໄປ​ອາ​ໄສ​ຢູ່​ໃນ​ເຂດ​ດິນສູງ​ຫຼື​ເນີນ​ພູ​ ​ແລະ​ລໍຖ້າ​
ຄຳ​ເຕືອນ​ຫລືຄຳ​ແນະນຳ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່.

ມີຄື້ນຟອງໃຫຍ່ໆ​ຊັດ​ເຂົ້າ​ປະ​ທະຝັ່ງ​ໝູ່​ເກາະ ​ແຕ່​ບໍ່​ມີ​ລາຍງານ​ແຈ້ງ​ໃຫ້​ຊາບ​ ກ່ຽວ​ກັບ
ຜູ້​ບາດ​ເຈັບ ຫຼື​ຄວາມ​ເສຍ​ຫາຍ​ທີ່​ຮ້າຍ​ແຮງ​ໃດໆ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG