ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກາະ​ໂຊ​ໂລມອນເວົ້າ​ວ່າ ຕຳ​ຫລວດ​ຈີນ​ໄປ ​ຊ່ວຍ​ ໃນ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​ຊຸມ​ຊົນ


ທຸງ​ຊາດ​ຂອງ​ເກາະ​ໂຊ​ໂລມອນແລະ​ທຸງ​ຈີ​ປີວ​ສະ​ບັດຢູ່​ໃກ້​ກັບ​ປະ​ຕູ​ໂຂງ​ຂອງຈະ​ຕຸ​ລັດ​ທຽນ​ອັນ​ເໝິນໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 11 ກໍ​ລະ​ກົດ, 2023.
ທຸງ​ຊາດ​ຂອງ​ເກາະ​ໂຊ​ໂລມອນແລະ​ທຸງ​ຈີ​ປີວ​ສະ​ບັດຢູ່​ໃກ້​ກັບ​ປະ​ຕູ​ໂຂງ​ຂອງຈະ​ຕຸ​ລັດ​ທຽນ​ອັນ​ເໝິນໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 11 ກໍ​ລະ​ກົດ, 2023.

ໝູ່​ເກາະ​ໂຊ​ໂລມອນ ໄດ້​ປະຕິ​ເສດ​ຂໍ້​ຄິດ​ເຫັນ​ຂອງ​ອອສ​ເຕຣ​ເລຍ ​ແລະປະ​ເທດ​ອື່ນກ່ຽວ​ກັບ​ຂໍ້​ຕົກລົງ​ດ້ານ​ຕຳຫຼວດ​ຂອງ​ຕົນ​ກັບ​ປັກ​ກິ່ງວ່າ ມັນເປັນ "ໄພ​ຂົ່ມຂູ່​ຕໍ່​ສັນຕິພາບ​ຂອງ​ພາກ​ພື້ນ​ປາຊີ​ຟິກ" ​ແລະ​ກ່າວ​ວ່າ ຈີນ​ຈະ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ 1,500 ຄົນ ​ໃນ​ດ້ານ​ການ​ຮັກ​ສາຄວາມ​ປອດ​ໄພທາງ​ອິນ​ເຕີ​ແນັດ ​ແລະການ​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ຊຸມ​ຊົນ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ສະຫະລັດ, ອອສເຕຣເລຍ, ນິວຊີແລນ ແລະ ພັກຝ່າຍຄ້ານຂອງໝູ່ເກາະ​ໂຊ​ໂລມອນ ໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ມາ​ນາ​ເຊ ໂຊ​ກາ​ແວ (Manasseh Sogavare) "ປະກາດ" ລາຍ​ລະ​ອຽດຂອງຂໍ້ຕົກລົງດ້ານຕຳຫຼວດທີ່ໄດ້ເຊັນ​ກັນ​ຢູ່ໃນປັກກິ່ງໃນວັນຈັນ ຜ່ານ​ມານັ້ນ ໃນທັນທີທັນໃດ, ທ່າມກາງຄວາມກັງວົນວ່າ ມັນຈະພາ​ໃຫ້​ມີ​ການແຂ່ງຂັນ ​ໃນພາກພື້ນ​ດັ່ງ​ກ່າວຕື່ມອີກ.

ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ໃນ​ວັນ​ສຸກ​ມື້​ນີ້ ຫ້ອງການ​ຂອງທ່ານ​ໂຊ​ກາ​ແວກ່າວ​ວ່າ ປະ​ເທດ​ໝູ່​ເກາະມະ​ຫາ​ສະ​ໝຸດປາຊີ​ຟິກແຫ່ງນັ້ນ ​ໄດ້​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານການ​ຮັກ​ສາຄວາມ​ສະ​ຫງົບ​ຂອງ​ຕົນ, ​ແລະ​ຕຳຫຼວດ​ຈີນຈະ​ໃຫ້​ການ​ສະໜັບສະໜູນ​ດ້ານ​ຕຳຫຼວດ​ເພີ້ມ​ເຕີມໃສ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ອອສ​ເຕຣ​ເລຍ ​ແລະ​ນິວຊີ​ແລນທີ່​ມີ​ຢູ່​ແລ້ວ.

"ບໍ່ມີໃຜມີການຜູກຂາດ​ດ້ານຄວາມຮູ້," ຖະ​ແຫລງ​ການນັ້ນເວົ້າ.

ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ທ່ານນາງເພນ​ນີ ວອງ ກ່າວວ່າ ທ່ານນາງໄດ້ “ສະແດງທັດສະນະທີ່ຈະແຈ້ງຂອງອອເຕຣເລຍ ກ່ຽວກັບຄວາມໝັ້ນຄົງຢູ່ໃນຂົງ​ເຂດປາຊີຟິກ” ໃນການພົບປະກັບນັກການທູດສູງສຸດ ຂອງຈີນ, ທ່ານ ຫວັງ ຢີ ທີ່ນະຄອນຫລວງ​ຈາ​ກາ​ຕາ ໃນຄືນວັນພະຫັດວານນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG