ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໝູ່​ເກາະໂຊໂລມອນ ປະຕິເສດ ຕໍ່​ການ​ຕ້ອງ​ຕິ ກ່ຽວກັບຄວາມສໍາພັນທາງດ້ານຄວາມໝັ້ນຄົງ ທີ່ເພີ້ມຂຶ້ນກັບຈີນ

ແຟ້ມຮູບ-ໃນການຢ້ຽມຢາມ ນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານທານາສເຊ ໂຊໂກແວ, ຂວາ, ແລະຄູ່ຮ່ວມຕໍາແໜ້ງຂອງທ່ານ ທ່ານລີ ຈຽງ, ກວດກາກອງກຽດຕິຍົດ ໃນລະຫວ່າງພິທີຕ້ອນຮັບ ຢູ່ທີ່ຫໍປະຊຸມໃນຂອງປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 10 ກໍລະກົດ 2023.

ຜູ້ນໍາຂອງໝູ່ເກາະໂຊໂລມອນ ຕອບໂຕ້ຄືນຕໍ່ການຕໍາໜິວິຈານ ຂອງຄວາມສໍາພັນທາງດ້ານຄວາມໝັ້ນຄົງຂອງປະເທດທ່ານ ກັບ ຈີນ, ໂດຍກ່າວວ່າ ສະຫະ ລັດ ແລະ ອອສເຕຣເລຍ ບໍ່ມີຫຍັງຕ້ອງຢ້ານ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ນາຍົກລັດຖະມົນຕີ ມານາສເຊ ໂຊກາແວ ກ່າວໃນວັນຈັນວານນີ້ ຢູ່ທີ່ການຖະ ແຫຼງຂ່າວລຸນຫຼັງທີ່ທ່ານກັບຄືນມາຈາກການຢ້ຽມຢາມຈີນ, ເຊິ່ງທ່ານໄດ້ພົບປະກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ແລະບັນເຈົ້າໜ້າທີ່ລະດັບສູງຄົນອື່ນໆ.

ທ່ານໂຊໂກແວກ່າວວ່າ ນຶ່ງໃນຂໍ້ຕົກລົງ ທີ່ທ່ານໄດ້ລົງນາມໃນການເດີນທາງໄປຢ້ຽມຢາມຂອງທ່ານນັ້ນ ແມ່ນຍົກລະດັບການຮ່ວມມື ທາງດ້ານຄວາມໝັ້ນຄົງກັບ ຈີນ ທີ່ຈະເສີມສ້າງຄວາມເຂັ້ມ ແຂງໃນການບັງຄັບໃຊ້ກົດໝາຍຢູ່ໃນປະເທດຂອງທ່ານ.

ທັງສະຫະລັດ ແລະ ອອສເຕຣເລຍ ໄດ້ຍົກລະດັບຄວາມກັງວົນກ່ຽວກັບຄວາມລັບຂອງແຜນການໃໝ່ທາງດ້ານຕໍາຫຼວດ. ຢູ່ທີ່ການຖະແຫຼງຂ່າວ, ທ່ານໂຊໂກແວ ໄດ້ກ່າວຫາ ສະຫະ ລັດ ແລະອອສເຕຣເລຍວ່າ “ບໍ່ແມ່ນເພື່ອນບ້ານ​ທີ່​ດີ” ໂດຍການປະນາມຕໍ່ແຜນ ການຕໍາຫຼວດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG