ສະຫະລັດ ໄດ້ຮັບການແຈ້ງຢ່າງເປັນທາງການໃນວັນຈັນວານນີ້ວ່າ ລັດຖະບານຂອງໝູ່ເກາະໂຊໂລມອນໄດ້ປະກາດໂຈະເປັນການຊົ່ວຄາວຕໍ່ການຢ້ຽມຢາມຂອງກຳປັ່ນທັງໝົດ ໃນຂະນະທີ່ຕົນທຳການປັບປຸງລະບຽບການກ່ຽວກັບເລື້ອງນີ້ ອີງຕາມຄຳເວົ້າໂຄສົກຂອງກະຊວງການຕ່າງປະເທດສະຫະລັດ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນ 6 ມື້ ຫຼັງຈາກເຈົ້າໜ້າທີ່ຂອງໝູ່ເກາະໂຊໂລມອນໄດ້ປະຕິເສດ ບໍ່ອະນຸມັດທາງດ້ານການທູດໃຫ້ກຳປັ່ນຂອງໜ່ວຍຍາມຝັ່ງຂອງສະຫະລັດລຳນຶ່ງ ເຂົ້າຕື່ມນ້ຳມັນແລະອາຫານທີ່ເມືອງຫຼວງໂຮເນຍຣາ. ໂຄສົກກະຊວງການຕ່າງປະເທດສະຫະລັດເອີ້ນເຫດການນີ້ວ່າ “ເປັນເລື້ອງທີ່ໜ້າເສຍໃຈ.”
ທ່ານຈອນ ເຄີບີ ຜູ້ປະສານງານດ້ານຍຸດທະສາດສື່ສານຄົມມະນາຄົມຂອງສະພາຄວາມໝັ້ນຄົງແຫ່ງຊາດ ປະຈຳທຳນຽບຂາວ ທີ່ກອງປະຊຸມຖະແຫຼງຂ່າວໃນຕອນບ່າຍຂອງວັນຈັນວານນີ້ ໄດ້ກ່າວເຖິງກິດຈະກຳຕ່າງໆຂອງຈີນຢູ່ໃນເຂດມະຫາສະໝຸດປາຊີຟິກ.
ທ່ານເຄີບີກ່າວວ່າ “ເປັນທີ່ຈະແຈ້ງ ພວກເຮົາໄດ້ເຫັນຈີນທຳການຂົ່ມຂູ່ແລະບີບບັງຄັບໃຫ້ປະເທດຕ່າງໆ ໃນທົ່ວຂົງເຂດອິນໂດ-ປາຊີຟິກ ປະຕິບັດຕາມຄຳສັ່ງຂອງພວກເຂົາເຈົ້າແລະຮັບໃຊ້ໃນອັນທີ່ພວກເຂົາເຈົ້າເຊື່ອວ່າ ເປັນຜົນປະໂຫຍດແຫ່ງຊາດແບບເຫັນແກ່ຕົວຂອງພວກເຂົາ ແທນທີ່ຈະແມ່ນຜົນປະໂຫຍດທົ່ວໄປສຳລັບຂົງເຂດອິນໂດ-ປາຊີຟິກທີ່ເສລີແລະເປີດກວ້າງ. ມັນເປັນເລື້ອງທີ່ໜ້າເສຍໃຈ. ພວກເຮົາໄດ້ທຳການຕ້ອງຕິຢ່າງແຮງເວລາພວກເຮົາເຫັນມັນ.”
ກຳປັ່ນຂອງໜ່ວຍຍາມຝັ່ງ ໂອລີເວີ ເຮັນຣີ ໄດ້ແລ່ນໄປຈອດຢູ່ປາປົວນິວກີເນຍເພື່ອຕື່ມນ້ຳມັນແລະເຄື່ອງຂອງຕ່າງໆ ອີງຕາມເຈົ້າໜ້າທີ່ຂອງໜ່ວຍຍາມຝັ່ງສະຫະລັດ. ວາລະສານ SeaWaves ໄດ້ຂຽນລົງໃນທວີດເຕີ້ ເມື່ອວັນທີ 23 ສິງຫາຜ່ານມານີ້ວ່າ ກຳປັ່ນລົບຂອງອັງກິດ HMS Spey ກໍໄດ້ຖືກ “ປະຕິເສດບໍ່ໃຫ້ເຂົ້າຈອດ” ຢູ່ທີ່ໝູ່ເກາະໂຊໂລມອນຄືກັນ.
ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້ແລ້ວ ກອງທັບເຮືອຂອງອັງກິດບໍ່ໄດ້ໃຫ້ຄວາມເຫັນໃດໆຕໍ່ລາຍງານຂອງສື່ສັງຄົມທີວ່າ “ກຳປັ່ນລາດຕະເວນ ທີ່ເຂົ້າຮ່ວມໃນການປະຕິບັດງານ Operation Island Chief ເພື່ອຕິດຕາມເບິ່ງການຫາປາແບບຜິດກົດໝາຍຢູ່ໃນເຂດເສດຖະກິດສະເພາະຂອງຟິຈິ ປາປົວນິວກີເນຍ ໝູ່ເກາະໂຊໂລມອນ ແລະວານູອາຕູ ໄດ້ຖືກປະຕິເສດບໍ່ໃຫ້ເຂົ້າຈອດທີ່ທ່າກຳປັ່ນຂອງໝູ່ເກາະໂຊໂລມອນ.”
ຄຳສັ່ງໂຈະຊົ່ວຄາວດັ່ງກ່າວນີ້ ຈະບໍ່ສາມາດປ້ອງກັນ ບໍ່ໃຫ້ກຳປັ່ນເມີຊີ (Mercy) ຂອງກອງທັບເຮືອສະຫະລັດ ຊຶ່ງຈະເລີ້ມການປະຕິບັດງານທາງດ້ານມະນຸດສະທຳເປັນເວລາ 2 ອາທິດ ຢູ່ທີ່ໝູ່ເກາະໂຊໂລມອນ ຮ່ວມກັບອອສເຕຣເລຍແລະຍີ່ປຸ່ນທີ່ເປັນພາຄີ ເຂົ້າຈອດໄດ້ ຍ້ອນວ່າກຳປັ່ນເມີຊີ ຊຶ່ງເປັນກຳປັ່ນໂຮງໝໍ ໄດ້ຮັບການອະນຸມັດລ່ວງໜ້າ ກ່ອນການອອກຄຳສັ່ງໂຈະ ອີງຕາມໂຄສົກກະຊວງການຕ່າງປະເທດສະຫະລັດ. ລາຍງານຂ່າວຂອງສື່ມວນຊົນໃນທ້ອງຖິ່ນແຈ້ງວ່າ ກຳປັ່ນເມີຊີ ຈະເລີ້ມໃຫ້ການປິ່ນປົວພວກຄົນເຈັບໃນວັນອັງຄານ ທີ 30 ສິງຫາມື້ນີ້.