ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ສົ່ງກໍາລັງຕໍາຫຼວດ ແລະທະຫານ ເພື່ອໄປຮັບ​ມື​ກັບການປະທ້ວງ ຢູ່ໝູ່ເກາະໂຊໂລມອນ


ແຜນທີ່ ໝູ່ເກາະໂຊໂລມອນ
ແຜນທີ່ ໝູ່ເກາະໂຊໂລມອນ

ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ສ​ກັອດ ມໍ​ຣິ​ສັນ ໄດ້​ອະ​ນຸ​ມັດ​ໃຫ້​ສົ່ງ​ຕຳ​ຫຼວດ​ ທະ​ຫານ ແລະ​ເຈົ້າ​ໜ້າ​ທີ່​ການ​ທູດ ປະ​ມານ 100 ຄົນ​ໄປ​ຍັງ​ໝູ່​ເກາະ​ໂຊໂລມອນ ໃນ​ຂະ​ນະ​ທີ່​ພວກ​ປະ​ທ້ວງ​ ຕໍ່​ຕ້ານ​ລັດ​ຖະ​ບານ ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ໃຫ້ລັອກ​ດາວ ​ຫຼື​ປິດ​ເມືອງ ເປັນ​ມື້​ທີ​ສອງ ​ໃນ​ວັນ​ພະ​ຫັດ​ມື້ນີ້.

ທ່ານ​ມໍ​ຣິ​ສັນ ກ່າວ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂຊ​ໂລມອນ ທ່ານ​ມາ​ນາ​ສ​ເຊ ໂຊ​ກາວາ​ເຣ ໄດ້​ຮ້ອ​ງ​ຂໍ​ຄວາມ​ຊ່ວຍ​ເຫຼືອ ແລະ​ບົດ​ບາດ​ຂອງອອ​ສ​ເຕ​ຣ​ເລຍ​ກໍ​ຄື “ສະ​ໜອງ​ສະ​ຖຽນ​ລະ​ພາບ ແລະ​ຄວາມ​ໝັ້ນ​ຄົງ.”

ທ່ານ​ມໍ​ຣິ​ສັນ​ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ມັນ​ບໍ່​ແມ່ນ​ຄວາມ​ຕັ້ງ​ໃຈ​ຂອງ​ລັດ​ຖະ​ບານອອ​ສ​ເຕ​ຣ​ເລຍ ທີ່​ຈະ​ແຊກ​ແຊ​ງາ​ເຂົ້າ​ໃນ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ໝູ່​ເກາະ​ໂຊ​ໂລມອນ. ນັ້ນ​ແມ່ນ​ໃຫ້​ພວກ​ເຂົາ​ເຈົ້າ​ແກ້​ໄຂ​ເອົາ​ເອງ.”

ທ່ານ​ໂຊ​ກາ​ວາ​ເຣ ໄດ້​ປະ​ກາດ​ການ​ລັອກ​ດາວ ຢູ່​ໃນ​ນະ​ຄອນ​ຫຼວງ ​ໂຮ​ເນຍ​ຣາ ແຕ່​ຕອນ​ແລງ​ຂອງມື້​ວັນ​ພຸດ ໄປ​ຫາ​ແລງວັນ​ສຸກ ຫຼັງ​ຈາກ​ພວກ​ປະ​ທ້ວງ​ປະ​ມານ ນຶ່ງ​ພັນ​ຄົນ​ໄປ​ເຕົ້າ​ໂຮມ​ກັນ ​ເພື່ອຮຽກ​ຮ້ອງ​ໃຫ້​ທ່ານ​ລາ​ອອກ ຍ້ອນ​ບັນ​ຫາ​ພາຍ​ໃນ​ປະ​ເທດ​ຈຳ​ນວນ​ນຶ່ງ.

ພວກ​ປະ​ທ້ວງ​ໄດ້​ຈູດ​ໄຟ​ຈຳ​ນວນ​ນຶ່ງ ເຜົາ​ຄຸ້​ມ​ຄົນ​ຈີນ ຢູ່​ໃນເຂດນະ​ຄອນ​ຫຼວງ​ໂຮ​ເນຍ​ຣາ ແລະ​ພະ​ຍາ​ຍາມ​ທີ່​ຈະ​ບຸກ​ໂຈມ​ຕີສະ​ພາ​ແຫ່ງ​ຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG