ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະເທດ ໄອວໍຣີ ໂຄສ ປະກາດສັນຕິພາບ ລຸນຫຼັງ ການກໍ່ຈະລາຈົນ 2 ມື້ຂອງພວກທະຫານ


ພວກທະຫານກະບົດ ຢູ່ດ່ານກວດກາໃນເມືອງ Bouake, ປະເທດ ໄອວໍຣີ ໂຄສ. 6 ມັງກອນ, 2017.
ພວກທະຫານກະບົດ ຢູ່ດ່ານກວດກາໃນເມືອງ Bouake, ປະເທດ ໄອວໍຣີ ໂຄສ. 6 ມັງກອນ, 2017.

ປະທານາທິບໍດີປະເທດ ໄອວໍຣີ ໂຄສ ທ່ານ Alassane Ouattara ກ່າວວ່າ ທ່ານໄດ້ບັນ ລຸຂໍ້ຕົກລົງສະບັບໜຶ່ງກັບພວກທະຫານກະບົດ ເພື່ອສິ້ນສຸດການລຸກຮືຂຶ້ນຕ້ານອຳນາດ ໄລຍະສັ້ນໃນວັນເສົາວານນີ້, ແຕ່ຂໍ້ຕົກລົງນັ້ນປາກົດວ່າ ເກືອບຈະລົ້ມລະລາຍໃນເວລາ ເກືອບສອງຊົ່ວໂມງຕໍ່ມາ.

ໃນເມືອງ Bouakem, ເຊິ່ງຕັ້ງຢູ່ພາກເໜືອຂອງປະເທດ ບ່ອນການຍຶດອຳນາດໄດ້ເກີດ ຂຶ້ນໃນຕອນແລງວັນສຸກທີ່ຜ່ານມານັ້ນ, ພວກທະຫານໄດ້ກ່າວປະນາມການຂາດຄວາມ ຮັບປະກັນ ຂອງປະນາທານາທິບໍດີວ່າ ພວກເຂົາຈະໄດ້ຮັບການຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການທາງການເງິນ. ພວກເຂົາໄດ້ຍິງປືນ AK ຂຶ້ນທ້ອງຟ້າພ້ອມກັນ ແລະ ຍິງອາວຸດໜັກຢູ່ນອກອາຄານລັດຖະບານ, ພວກທະຫານທີ່ບໍ່ພໍໃຈ ໄດ້ປິດລ້ອມລັດຖະ ມົນຕີປ້ອງກັນປະເທດ ແລະ ພວກເຈົ້າໜ້າທີ່ຄົນອື່ນໆໄວ້ຢູ່ໃນຕຶກ ຈົນຮອດຕອນແລງຂອງ ວັນເສົາວານນີ້.

ແນວໃດກໍຕາມ, ຫຼັງຈາກຫຼາຍຊົ່ວໂມງຜ່ານໄປ, ລັດຖະມົນຕີປ້ອງກັນປະເທດ ແລະ ຄົນ ອື່ນໆກໍໄດ້ຖືກປ່ອຍໄປ. ທ່ານ Donwahi ຜູ້ທີ່ຄຳເວົ້າຂອງລາວໄດ້ຖືກກ່າວເນັ້ນວ່າ ການ ຮຽກຮ້ອງຂອງພວກປະທ້ວງ ແມ່ນ “ພໍຟັງໄດ້ ແຕ່ ໜ້າເສົ້າໃຈ,” ພວກເຂົາເຈົ້າໄດ້ມຸ່ງໜ້າ ໄປສະໜາມບິນໃນທັນທີທັນໃດ ແລະ ໜີອອກຈາກເມືອງໄປ.

ໃນຕອນເຊົ້າຂອງວັນເສົາວານນີ້, ການຍິງກັນໄດ້ເກີດຂຶ້ນຢູ່ຖານທັບໃນນະຄອນ Abidjan, ເປັນເມືອງຫຼວງທາງການຄ້າຂອງ ໄອວໍຣີ ໂຄສ, ແລະ ພວກທະຫານໄດ້ກີດກັ້ນ ຖະໜົນເສັ້ນສຳຄັນຢູ່ທີ່ນັ້ນ, ໄດ້ຮຽກຄວາມຊົງຈຳຂອງການກະບົດທີ່ເກືອບກາຍເປັນເອ ກະລັກໂດຍພວກທະຫານເມື່ອສອງປີກ່ອນ. ແນວໃດກໍຕາມ, ຖ່າມກາງຄວາມເຄັ່ງຕຶງໃນ ສອງເມືອງທີ່ໃຫຍ່ທີ່ສຸດຂອງປະເທດນັ້ນ, ບໍ່ໄດ້ມີການລາຍງານວ່າ ໄດ້ມີການຍິງປືນຖືກ ຄົນ ຫຼື ການບາດເຈັບລົ້ມຕາຍແຕ່ຢ່າງໃດ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG