ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ 4 ຄົນ, ພົນ​ລະ​ເຮືອນ 1 ຄົນ ຖືກ​ຂ້າ​ຕາຍ​ຢູ່​ແຄວ້ນ ແຄ​ສ​ເມຍ


ທະ​ຫານ​ເສີມ ອິນ​ເດຍ ຢືນ​ຢູ່​ໃກ້​ຊາກລົດ​ເມ​ທີ່​ຖືກ​ທຳ​ລາຍ ຫຼັງ​ຈາກ​ລະ​ເບີດ​ແຕກ​ໃນ​ເມືອງ ປຳ​ປ​ໍ, ພາກ​ສ່ວນ​ຂອງແຄວ້ນ ແຄ​ສ​ເມຍ ທີ່​ຖືກ​ຄວບ​ຄ​ຸມ​ໂດຍ ອິນ​ເດຍ. 14 ກຸມ​ພາ, 2019.
ທະ​ຫານ​ເສີມ ອິນ​ເດຍ ຢືນ​ຢູ່​ໃກ້​ຊາກລົດ​ເມ​ທີ່​ຖືກ​ທຳ​ລາຍ ຫຼັງ​ຈາກ​ລະ​ເບີດ​ແຕກ​ໃນ​ເມືອງ ປຳ​ປ​ໍ, ພາກ​ສ່ວນ​ຂອງແຄວ້ນ ແຄ​ສ​ເມຍ ທີ່​ຖືກ​ຄວບ​ຄ​ຸມ​ໂດຍ ອິນ​ເດຍ. 14 ກຸມ​ພາ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ທະ​ຫານ ອິນ​ເດຍ 4 ຄົນ​ ແລະ ພົນ​ລະ​ເຮືອນ​ຄົນ​ນຶ່ງ​ໄດ້​ຖືກ​
ຂ້າຕາຍໃນວັນຈັນມື້ນີ້ ໃນການຍິງປະທະກັນລະຫວ່າງພວກຫົວຮຸນແຮງ ກັບ ທະຫານ
ໃນແຄວ້ນ ແຄສເມຍ ທີ່ ອິນເດຍ ປົກຄອງນັ້ນ.

ການ​ຍິງ​ຕໍ່​ສູ້​ກັນ​ລະ​ຫວ່າງສອງ​ຝ່າຍ ໄດ້​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ມື້ນີ້ ເມື່ອ​ພວກ​ຫົວ​ຮຸນ​ແຮງ​
ໄດ້ຍິງປືນໃສ່ກອງກຳລັງ ທີ່ໄດ້ດຳເນີນການປະຕິບັດການກວດຄົ້ນ.

ກຸ່ມ​ອິ​ສ​ລາມ ຈາ​ອິ​ສ ອີ ໂມ​ຮຳ​ມັດ ທີ່​ອາ​ໄສ​ຢູ່​ປະ​ເທດ ປາ​ກິ​ສ​ຖານ ໄດ້​ອ້າງ​ເອົາ​ຄວາມ​
ຮັບຜິດຊອບ ສຳລັບການລະເບີດລົດສະຫຼະຊີບ ທີ່ໄດ້ແນເປົ້າໝາຍໃສ່ຂະບວນທະ
ຫານເສີມໃນວັນພະຫັດທີ່ຜ່ານມາ ແລະ ໄດ້ສັງຫານທະຫານຢ່າງໜ້ອຍ 40 ຄົນ ເປັນ
ການໂຈມຕີທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍທົດສະວັດ ໃນພາກພື້ນທີ່ມີຄວາມວຸ້ນວາຍ
ນັ້ນ.

ອິນ​ເດຍ ໄດ້​ກ່າວ​ຫາ ປາ​ກິ​ສ​ຖານ ວ່າ ສະ​ໜອງ​ທີ່ຫຼົບ​ລີ້​ໃຫ້​ກຸ່ມ ຈາ​ອິ​ສ ອີ ໂມ​ຮຳ​ມັດ
ແລະ ໄດ້ຮຽກຮ້ອງໃຫ້ລັດຖະບານ ອິສລາມາບັດ ຢຸດເຊົາສະໜັບສະໜູນກຸ່ມກໍ່ການ
ຮ້າຍ ທີ່ປະຕິບັດການຈາກເຂດແດນຂອງເຂົາເຈົ້າ.

ລັດ​ຖະ​ບານ ອິ​ສ​ລາ​ມາ​ບັດ ໄດ້​ປະ​ຕິ​ເສດ​ການ​ເຊື່ອມ​ໂຍງ​ໃດໆ​ກັບ​ການ​ໂຈມ​ຕີ​ໃນ​ວັນ​
ພະຫັດທີ່ຜ່ານມາ.

ອິ​ນ​ເດຍ ແລະ ປາ​ກິ​ສ​ຖານ ແຕ່​ລະ​ຝ່າຍ​ແມ່ນ​ປົກ​ຄອງ​ສ່ວນ​ນຶ່ງ​ຂອງ​ແຄວ້ນ ແຄ​ສ​ເມຍ,
ແຕ່ທັງສອງຝ່າຍໄດ້ອ້າງວ່າ ເຂດແດນດັ່ງກ່າວແມ່ນຂອງຕົນທັງໝົດ.

ພວກ​ກະ​ບົດ​ໄດ້​ຕໍ່​ສູ້​ກັບ​ລັດ​ຖະ​ບານ ອິນ​ເດຍ ນັບ​ຕັ້ງ​ແຕ່​ປີ 1989 ເປັນ​ຕົ້ນ​ມາ, ຮຽກ​
ຮ້ອງໃຫ້ແຄວ້ນ ແຄສເມຍ ທີ່ຖືກຄວບຄຸມໂດຍ ອິນເດຍ ຖືກນຳມາໂຮມກັນກັບພາກ
ສ່ວນທີ່ຖືກຄວບຄຸມໂດຍ ປາກິສຖານ ຫຼື ສ້າງຕັ້ງມັນໃຫ້ເປັນປະເທດເອກະລາດຂຶ້ນ
ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG