ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ຢູເຄຣນ ຖືກຂ້າຕາຍ ໃນການ ປະທະກັນ ຢູ່ພາກ ຕາເວັນອອກ ຂອງປະເທດ


ລົດຖັງ ຢູເຄຣນ ເຄື່ອນທີ່ເຂົ້າໃກ້ກັບເມືອງ Mariupol, ພາກພື້ນ Donetsk, ພາກຕາເວັນອອກຂອງ ຢູເຄຣນ. 21 ຕຸລາ, 2015.
ລົດຖັງ ຢູເຄຣນ ເຄື່ອນທີ່ເຂົ້າໃກ້ກັບເມືອງ Mariupol, ພາກພື້ນ Donetsk, ພາກຕາເວັນອອກຂອງ ຢູເຄຣນ. 21 ຕຸລາ, 2015.

ທະຫານ ຢູເຄຣນຄົນນ່ຶງຖືກຂ້າຕາຍ ແລະ ອີກ 8 ຄົນໄດ້ຮັບບາດ ເຈັບໃນການໂຈມຕີໃນພາກຕາເວັນອອກຂອງປະເທດ, ໃນຂະນະ ທີ່ການຕໍ່ສູ້ລະຫວ່າງ ທະຫານລັດຖະບານ ກັບພວກແບ່ງແຍກດິນ ແດນທີ່ ຣັດເຊຍ ສະໜັບສະໜູນ ສ້າງຄວາມເຄັ່ງຕຶງສູງຂຶ້ນເຖິງ ແມ່ນຈະ ມີຂໍ້ຕົກລົງຢຸດຍິງແລ້ວກໍຕາມ.

ໃນການຖິ້ມລະເບີດໃນວັນອາທິດວານນີ້ ແມ່ນໄດ້ເກີດຂຶ້ນຢູ່ສະ ຖານທີ່ໃກ້ກັບເມືອງ Donetest ເຊິ່ງພວກກະບົດໄດ້ຕັ້ງຂຶ້ນເປັນ ນະຄອນຫຼວງຂອງພວກເຂົາເອງ.

ໃນວັນອາທິດວານນີ້, ຢູເຄຣນ ລາຍງານວ່າທະຫານ 5 ຄົນໄດ້ຖືກຂ້າຕາຍໃນການໂຈມຕີ ໂດຍກົງຈາກພວກຫົວແບ່ງແຍກດິນແດນ.

ພາຍໃຕ້ຂໍ້ຕົກລົງຢຸດຍິງນັ້ນ, ທັງສອງຝ່າຍຕ້ອງໄດ້ຖອນອາວຸດສ່ວນໃຫຍ່ອອກຈາກເຂດ ສົງຄາມ ເປັນສ່ວນຂອງແຜນ 12 ຂໍ້.

ພວກກະບົດໄດ້ເປີດການຍຶດອຳນາດໃນເດືອນມີນາ 2014 ຫຼັງຈາກ ຣັດເຊຍ ເຂົ້າຍຶດ ແຫຼມ Crimea, ເພື່ອຊອກຫາທາງທີ່ໃກ້ຄຽງກັນເພື່ອ ແຍກອອກຈາກນະຄອນຫຼວງ Kyiv ຫຼັງຈາກ ລັດຖະບານສະໜັບສະໜູນສະຫະພາບ ຢູໂຣບ ຂຶ້ນກຳອຳນາດ. ປະຊາຊົນຫຼາຍກວ່າ 8,000 ຄົນໄດ້ຖືກຂ້າຕາຍໃນການຕໍ່ສູ້ດັ່ງກ່າວ.

ຢູເຄຣນ ແລະ ປະເທດຕາເວັນຕົກໄດ້ກ່າວຫາ ຣັດເຊຍ ໃນການສະໜັບສະໜູນພວກກະບົດ ດ້ວຍທະຫານ ແລະ ອາວຸດ, ເຊິ່ງເປັນການກ່າວຫາທີ່ ມອສໂກ ປະຕິເສດ.

XS
SM
MD
LG