ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ ​ທີ່​ແລ່ນ​ດ້ວຍ ​ພະລັງ​ແສງ​ອາທິດ ລົງຈອດ ທີ່ Phoenix


Solar Plane
please wait
Embed

No media source currently available

0:00 0:00:57 0:00

ເຮືອບິນ​ທີ່​ແລ່ນ​ດ້ວຍ​ພະລັງ​ແສງ​ອາທິດ ທີ່​ພະຍາ​ຍາມບິນ​ອ້ອມ​ໂລກນັ້ນ​ໄດ້ ລົງ​ຈອດທີ່​ນະຄອນ Phoenix ລັດ​ອາຣິ​ໂຊ​ນາ ​ເພື່ອ​ໃຫ້​ສຳ​ເລັດ​ເສັດ​ສິ້ນ​ ໃນ​ການ​ເດີນທາງ​ຊ່ວງສຸດ​ທ້າຍຂອງ​ຕົນ.

ພວກ​ນັກ​ບິນ​ຂອງ​ເຮືອບິນ Solar Impulse 2 ​ໃ​ນຂັ້ນຕໍ່​ໄປຈະ​ບິນ​ໄປ​ນະ​ຄອນ ນິວຢອກ ກ່ອນ​ຈະ​ຂ້າມ​ໄປ​ມະຫາ​ສະມຸດ​ອັດແລນ​ຕິກ ​ເພື່ອ​ຢຸດ​ແວ່​ທີ່ຢູ​ໂຣບຫລື​ບໍ່ ກໍ​ອາ​ຟຣິກາ​ເໜືອ.

​ເປົ້າໝາຍ​ອັນ​ສຸດ​ທ້າຍ​ຂອງ​ເຂົາ​ເຈົ້າກໍ​ຄື​ບິນ​ໄປ​ຍັງ Abu Dabi ​ໃນສະຫະລັດ ອາຣັບ​ເອ​ເມີ​ເຣັສ ບ່ອນ​ທີ່​ການ​ເດີນທາງ​ເລີ້ມຂຶ້ນໃນ​ເດືອນ​ມີນາ​ປີ 2015. ​ເຮືອ ບິນ​ລຳ​ນີ້ຍັງ​ໄດ້​ລົງ​ຈອດ​ທີ່​ໂອ​ມານ ມຽນມາຈີນ ​ແລະ​ຍີ່ປຸ່ນ.

ພວກ​ຈັດ​ແຈງການ​ເດີນທາງ​ກ່າວ​ວ່າ ຕົນ​ຕ້ອງການ​ຢາກ​ສະ​ແດງ​ໃຫ້​ເຫັນເຖິງ ຄວາມ​ເປັນ​ໄປ​ໄດ້​ກ່ຽວກັບ​ເທັກ​ໂນ​ໂລ​ຈີ​ພະລັງງານ​ທີ່​ສະອາດ ແລະນັ້ນພວກ ເຂົາເຈົ້າໄດ້ສະແດງໃຫ້ເຫັນ ແລ້ວວ່າ ນສາມາດເຮັດໄດ້.

ເຮືອບິນ Solar Impulse 2 ມີ​ປີກ​ວ້າງ 236 ຟິດ ຄື​ຍາວ​ກວ່າ​ປີກ​ຂອງ​ເຮືອ ບິນ​ໂອ​ອິ້ງ 747.​ ​ເຮືອບິນ​ລຳ​ນີ້ ມີ​ແຊ​ລ​ແສງ​ອາທິດ​ຢູ່​ໃນ​ລຳ​ໂຕ 17,000 ​ແຊ​ລ ທີ່​ສາມາດ​ປັ່ນ​ເຄື່ອງ​ຈັກ ​ແລະ​ສາກ​ໝໍ້​ໄຟ ​ທີ່​ເກັບ​ພະລັງງານ​ໄວ້​ເພື່ອ​ໃຊ້​ໃນ​ຕອນ ກາງ​ຄືນ​ນັ້ນ.

ກະລຸນາອ່ານຂ່າວນີ້ເປັນພາສາອັງກິດເພີ້ມຕື່ມ

XS
SM
MD
LG