ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ​ທີ່​ແລ່ນ​ດ້ວຍ ​ພະລັງງານ​ແສງ​ອາທິດ ລົງຈອດ ທີ່ສະເປນ ແລ້ວ


Solar Plane
please wait
Embed

No media source currently available

0:00 0:01:01 0:00

ເຮືອບິນ​ທີ່​ແລ່ນ​ດ້ວຍ​ພະລັງ​ແສງ​ອາທິດ​ໂດຍທັງ​ໝົດ​ ​ໄດ້​ລົງ​ຈອດ​ທີ່​ເມືອງ Seville ​ ໃນ​ປະເທດ Spain ຫຼັງ​ຈາກ​ໄດ້​ເດີນທາງ​ມາ​ເປັນ​ເວລາ 71 ຊົ່ວ​ໂມງຂ້າມມະຫາ​ສະມຸດ Atlantic ຈາກ New York.

​ເຮືອບິນ​ທີ່​ມີ​ບ່ອນ​ນັ່ງດຽວ ທີ່​ເອີ້ນ​ວ່າ Solar Impulse 2 ​ໄດ້​ບິນ​ອອກ​ຈາກ​ສະໜາມ​ບິນ ນາໆ​ຊາດ John F. Kennedy ​ໃນ​ເຊົ້າ​ວັນ​ຈັນຜ່ານ​ມາ​ນີ້ ​ໃນ​ຊ່ວງ​ທີ 15 ຂອງ​ການບິນ​ ​ຮອບ​ໂລກ.

ເຮືອບິນ​ທີ່​ແລ່ນ​ດ້ວຍ​ພະລັງງານ​ແສງ​ອາທິດ ​ໄດ້​ຂັບ​ໃນ​ຊ່ວງ​ການເດີນທາງ​ນີ້ ​ໂດຍ​ນັກ​ບິນ​ຊາວ Swiss ທ່ານ Bertran Piccard ດ້ວຍ​ຄວາມ​ໄວ​ສະ​ເລ່ຍ 70 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ.

ເຮືອບິນ​ Solar Impulse 2 ທີ່ເຮັດດ້ວຍ carbon fiber ຊຶ່ງ​ມີ​ປີກ​ຍາວ​ປະມານ 72 ​ແມັດ ຊຶ່ງ​ຍາວ​ກ່ວາ “ປີກ​ຂອງ​ເຮືອບິນ Boeing 747 ​ແລະ​ໜັກ​ປະມານລົດ​ຄັນ​ນຶ່ງ. ​ເຮືອບິນ​ທີ່​ປະກອບ​ດ້ວຍ​ແຜ່ນ​ຮັບ​ແສງ​ຕາ​ເວັນ 17,000 ​ແຜ່ນ ​ທີ່​ປະກອບ​ເຂົ້າ​ເປັນ​ປີກ ສາມາດເກັບ ​ພະລັງງານຈາກ​ແສງຕາ​ເວັນ ​ແລະ​ສາກ​ໝໍ້​ໄຟ​ຢູ່​ເທິງ​ເຮືອບິນ​ໄດ້.

​ເພື່ອນ​ຮ່ວມ​ຊາດແລະ​ເຮັດ​ທຸລະ​ກິດ​ນຳ​ກັນ​ກັບທ່ານ Piccard ທ່ານ Andre Borschberg ຈະເປັນ​ຜູ້​ຂັບຊ່ວງ​ສຸດ​ທ້າຍ​ຂອງ​ການ​ເດີນທາງ ແຕ່​ເມືອງ Seville ໄປ​ຫາ Abu Dhabi ຂອງ​ສະຫະລັດ Arab Emirates ບ່ອນ​ທີ່ການ​ເດີນທາງ​ເລີ່​ມຂຶ້ນ ​ໃນ​ເດືອນ​ມີນາ ປີ 2015 ຜ່ານ​ມາ​ນີ້.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG