ປະເທດ Morocco ໄດ້ຊົມເຊີຍການມາເຖິງຂອງເຮືອບິນທີ່ໃຊ້ພະລັງແສງຕາເວັນ ຫຼືໂຊລາ ທີ່ບິນຈາກນະຄອນ Madrid ປະເທດສະເປນ ໄປຍັງນະຄອນຫຼວງ Rabat ປະເທດ Morocco ຊຶ່ງເປັນຖ້ຽວບິນຂ້າມທະວີບເທື່ອທໍາອິດຂອງໂລກ ໂດຍເຮືອບິນທີ່ມີຄົນຂັບ ທີ່ບໍ່ໃຊ້ນໍ້າມັນເຊື້ອໄຟ.
ເຄຶ່ອງບິນທີ່ໃຊ້ພະລັງແສງຕາເວັນຫຼືໂຊລາໄດ້ສໍາເລັດການເດີນທາງໄລຍະທາງ 830 ກິໂລແມັດ ໃນຕອນບ່າຍວັນອັງຄານວານນີ້ ແລະແລ່ນລົງສະໜາມບິນນາໆຊາດຂອງນະຄອນ Rabat ຫຼັງຈາກບິນອອກຈາກເມືອງ ຫຼວງຂອງປະເທດສະເປນໄດ້ 19 ຊົ່ວໂມງ. ນັກບິນພຽງຄົນດຽວຂອງເຮືອບິນດັ່ງກ່າວ ຄື ນາຍ Bertrand Piccard ນັກຜະຈົນໄພຊາວສວີສ ໄດ້ຫົວຍິ້ມເວລາລຸກອອກຈາກຫ້ອງບັງຄັບເຮືອບິນແລະຖືກຕ້ອນຮັບໂດຍບັນດາສະມາຊິກ
ທີມງານຂອງລາວ ພ້ອມທັງບັນດາເຈົ້າໜ້າທີ່ Morocco.
ນັກບິນ Piccard ກ່າວວ່າ ການບິນຂ້າມຊ່ອງແຄບ Gibraltar ບ່ອນທີ່ແຍກທະວີບຢູໂຣບກັບອາຟຣິກາ ຂອງເຮືອບິນນັ້ນ ຖືວ່າເປັນຊ່ວງທີ່ວິເສດສຸດ ທີ່ສະແດງໃຫ້ເຫັນຄວາມໂດດເດັ່ນປະການນຶ່ງໃນອາຊີບຂອງລາວ.
ຄະນະຈັດທໍາຖ້ຽວບິນດັ່ງກ່າວນີ້ ໄດ້ເລືອກເອົາປະເທດ Morocco ເປັນປາຍທາງຂອງຖ້ຽວບິນແບບທີ່ບໍ່ເຄີຍມີມາກ່ອນ ເພື່ອເນັ້ນຍໍ້າແຜນການ ຂອງປະເທດອາຟຣິກາເໜືອດັ່ງກ່າວ ທີ່ຈະສ້າງໂຮງງານໄຟຟ້າທີ່ໃຊ້ແສງ ຕາເວັນທີ່ໃຫຍ່ທີ່ສຸດຂອງໂລກ. ທ່ານ Mustafa Bakkoury ຫົວໜ້າອົງ ການພະລັງງານໂຊລາຂອງໂມຣອກໂກ ໄດ້ຕ້ອນຮັບນັກບິນ Piccard ທີ່ສະໜາມບິນ ແລະກ່າວວ່າ ໂມຣອກໂກໄດ້ແບ່ງປັນຫຼືມີສ່ວນຮັບຮູ້ນຳຂ່າວຄາວຂອງນັກບິນ ກ່ຽວກັບຄວາມສໍາຄັນຂອງພະລັງງານທີ່ໝຸນໃຊ້ຄືນໃໝ່ໄດ້ນັ້ນ.
ເບິ່ງເຮືອບິນລົງຈອດ ທີ່ນະຄອນຫລວງຣາບັດ: