ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ເຮຶອບິນ ໃຊ້ພະລັງງານ ແສງຕາເວັນ ກຳລັງບິນ ອ້ອມໂລກ


ນັກບິນ ທ່ານ Andre Boschberg (ຂວາ) ລົມກັບນັກບິນ Bertrand Piccard ຫລັງຈາກ ທ່ານ Boschberg ໄດ້ລົງສະໜາມບິນ Muscat ປະເທດ Oman.

ນັກ​ບິນ​ສອງຄົນ ທີ່ຫວັງວ່າ ຈະເດີນທາງອ້ອມໂລກດ້ວຍເຮືອ
ບິນ​ພະລັງ​ແສງຕາ​ເວັນັ້ນ ​ໄດ້​ລົງ​ຈອດ ​ຢູ່​ສະ​ໜາມ​ບິນ Ahme-
dabad ປະ​ເທດ​ອິນ​ເດຍ ​ໃນ​ຕອນ​ແລງ​ວັນ​ອັງ​ຄານ​ມື້​ນີ້​ ຊຶ່ງເປັນ
ບ່ອນຢຸດແວ່ແຫ່ງທີ​ສອງ​ ໃນ​ການ​ເດີນທາງຂອງພວກເຂົາເຈົ້າ.

​ນັກວິທະຍາສາດສະ​ວິສ ທ່ານ Andre Borshberg ​ແລະທ່ານ
Bertrand Piccard ​ໄດ້​ບິນຂື້ນຈາກ​ສະໜາມ​ບິນ Muscat
ປະ​ເທດ Oman ເມື່ອ 16 ຊົ່ວໂມງ​ກ່ອນ ​ໃນ​ການເດີນທາງໄລຍະ
1,465 ກິ​ໂລ​ແມັດ ຂອງ​ເຂົາ​ເຈົ້າ.

ແຜນທີ ເຮືອບິນ ທີ່ໃຊ້ພະລັງແສງຕາເວັນ
ແຜນທີ ເຮືອບິນ ທີ່ໃຊ້ພະລັງແສງຕາເວັນ

ທ່ານ Borshberg ​ແລະ ທ່ານ Piccard ​ໄດ້​ເລີ້ມ​ການເດີນ
ທາງພະ​ຈົນ​ໄພ​ອ້ອມ​ໂລກ​ຂອງ​ເຂົາ​ເຈົ້າ ທີ່ Abu Dhabi ​ໃນ
​ວັນ​ຈັນ​ທີ່​ຜ່ານ​ມາ. ​ເຂົາ​ເຈົ້າ ມີ​ແຜນ​ທີ່​ຈະ​ບິນ​ອ້ອມ​ໂລກ ໂດຍ
ບໍ່ໃຊ້ນໍ້າມັນເຊື້ອໄຟແມ່ນແຕ່ຢົດ​ດຽວ ຈະ​ໃຊ້ແຕ່​ພະລັງ​ທີ່​ເກັບ​
ຈາກ​ຕາ​ເວັນ ​ແລະ​ເກັບ​ໄວ້​ຢູ່ໃນ​ພວກ​ໝໍ້​ໄຟ​.

ທ່ານ Piccard ​ໄດ້​ເປັນ​ຄົນ​ທຳ​ອິດທີ່​ບິນ​ອ້ອມ​ໂລກ​ ໂດຍບາ​
ລູນ.

ທ່ານກ່າວ​ວ່າ ທ່ານ ແລະ​ທ່ານ Boschberg ແມ່ນຈະ​ພິສູດ
​ໃຫ້​ເຫັນ​ວ່າ ​ແຫ​ລ່ງ​ພະລັງງານທາງເລືອກແລະ​ເທັກ​ໂນ​ໂລ​ຈີ​ໃໝ່ສາມາດ​ເຮັດ​ທີ່​ສິ່ງ​ເປັນ​ໄປ​
ບໍ່​ໄດ້ນັ້ນ ​ເປັນ​ໄປ​ໄດ້.

ບັນ​ບິນ​ທັງ​ສອງ​ ຄາດ​ວ່າ ຈະ​ໃຊ້​ເວລາ​ຫ້າ​ເດືອນ ​ບິນໃນໄລຍະທາງ 35,000 ກິ​ໂລ​ແມັດ
ຈາກ Abu Dhabi ​ແລະ​ກັບ​ຄືນ​ໄປຫາທີ່ນັ້ນອີກ.

ຫລັງ​ຈາກປະເທດອິນ​ເດຍແລ້ວ ​ເຂົາ​ເຈົ້າ​ມີ​ແຜນ​ຢຸດ​ຢູ່ແວ່ທີ່ມຽນມາ ຈີນ ລັດຮາ​ວາຍ ກັບ ສາມຫົວເມືອງສະຫະລັດໃນ​ແຜ່ນດິນໃຫຍ່ອາເມຣິກາ ​ແລະ​ຂື້ນຢູ່​ກັບ​ສະພາບ​ການໃນການ
ຢຸດແວ່ຢູ່ພາກ​ໃຕ້​ຢູ​ໂຣບ ຫລື​ອາ​ຟຣິກາ​ເໜືອ.

Solar plane around the world
please wait

No media source currently available

0:00 0:01:33 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG