ນັກບິນຊາວສວິດຄົນນຶ່ງໄດ້ລົງຈອດທີ່ນະຄອນ Phoenix ລັດ
Arizona ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ຊຶ່ງເປັນ
ບ່ອນຢຸດແວ່ບ່ອນທໍາອິດ ໃນແຜນການບິນຂ້າມປະເທດ ແບບ
ທີ່ບໍ່ເຄີຍມີມາກ່ອນ ໂດຍເຮືອບິນທີ່ໃຊ້ພະລັງງານ ຈາກແສງຕາ
ເວັນທັງໝົດ.
ນັກພະຈົນໄພ ທ່ານ Bertrand Piccard ໄດ້ລົງຈອດໃນເວລາ
ປະມານຕອນທ່ຽງຄືນຊຶ່ງປົກຄຸມໄປດ້ວຍຄວາມມືດທັງໝົດໂດຍ
ເຮືອບິນ Solar Impulse ຊຶ່ງເປັນເຮືອບິນທີ່ມີຄົນຂັບລໍາທໍາອິດ
ທີ່ສາມາດບິນໃນຍາມກາງເວັນ ແລະກາງຄືນໄດ້ ໂດຍການໃຊ້
ແຕ່ພະລັງ ຂອງແສງຕາເວັນເທົ່ານັ້ນ.
ການບິນມາແຕ່ພາກເໜືອ ຂອງລັດຄາລິຟໍເນຍ ແມ່ນໃຊ້ເວລາ
ປະມານ 20 ຊົ່ວໂມງ ໃນຄວາມໄວສະເລ່ຍ 49 ກິໂລແມດຕໍ່ຊົ່ວ
ໂມງ.
ທ່ານ Piccard ແລະນັກບິນຄົນທີສອງ ທ່ານ Andre Borshberg ຊຶ່ງຈະປ່ຽນກັນຂັບເຮືອ
ບິນນັ້ນ ມີແຜນຢຸດແວ່ຫຼາຍແຫ່ງ ຄືທີ່ Phoenix, Dallas, St. Louise and Washington ກ່ອນຈະລົງຈອດຢູ່ບ່ອນສຸດທ້າຍ ທີ່ນະຄອນນິວຢອກ ໃນເດືອນໜ້ານີ້.