ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນ ທີ່ໃຊ້ພະລັງງານ ແສງອາທິດ ບິນຮອບໂລກ ດ້ວຍຄວາມສຳເລັດ


Solar Plane
please wait
Embed

No media source currently available

0:00 0:01:50 0:00

ເຮືອບິນທີ່ໃຊ້ພະລັງງານແສງອາທິດ ທີ່ມີຊື່ວ່າ Solar Impulse 2 ໄດ້ກາຍມາເປັນ ເຮືອບິນລຳທຳອິດ ທີ່ໄດ້ບິນຮອບໂລກ ດ້ວຍພະລັງງານຈາກດວງອາທິດເທົ່ານັ້ນ.

ໃນວັນອັງຄານມື້ນີ້ ເຮືອບິນທີ່ເຮັດ​ເຮັດ​ໂດຍວິສະວະກຳຂອງປະເທດ Switzerland ໄດ້ລົງຈອດທີ່ ເມືອງ Abu Dhabi ບ່ອນທີ່​ເຮືອບິນ​ລຳ​ນີ້ໄດ້ເລີ້ມບິນອອກຈາກທີ່ນັ້ນ ໃນການເດີນ ທາງ 40 ພັນກິໂລແມັດ ທີ່ເລີ້ມຂຶ້ນໃນປີກວ່າໆແລ້ວນັ້ນ.

ເຮືອບິນ ພະລັງງານແສງອາທິດ ໄດ້ລົງຈອດຢູ່ 16 ​ແຫ່ງ ທົ່ວໂລກ ​ໂດ​ບປາດສະຈາກ ການ ໃຊ້ນ້ຳມັນໃດໆທັງນັ້ນ ແມ່ນແຕ່ຢົດດຽວ “ຈຸດປະສົງຂອງພວກເຮົາ ແມ່ນເພື່ອສືບຕໍ່ ຊຸກຍູ້ ສົ່ງເສີມໃຫ້ຜູ້ຄົນ ໜ່ວຍງານຕ່າງໆ ແລະລັດຖະບານ ທີ່ຈະນຳໃຊ້ລະບົບການດຽວກັນນີ້ ໃນພື້ນດິນ ບ່ອນທີ່ເຫັນວ່າເໝາະສົມ,” ນັ້ນແມ່ນຄຳເວົ້າຂອງທ່ານ Bertrand Piccard ປະທານບໍລິສັດ Solar Impulse 2 ແລະເປັນທັງນັກບິນ ທີ່ໄດ້ລະບຸໃນຖະແຫຼງການນັ້ນ.

ຫຼັງຈາກທີ່ໄດ້ຈອດແລ້ວ ທ່ານ Piccard ແມ່ນໄດ້ຖືກຕ້ອນຮັບຈາກນັກບິນດ້ວຍກັນ ທ່ານ Andre Borschberg. ທັງສອງແມ່ນໄດ້ໂອບກວດແລະຕົບມືກັນຢ່າງຕື່ນເຕັ້ນທີ່ສຸດ.

“ອານາຄົດແມ່ນສະອາດ. ອານາຄົດນັ້ນແມ່ນເປັນຂອງເຈົ້າ. ອານາຄົດນັ້ນແມ່ນດຽວນີ້. ມາ...ເຮົາມາພາກັນເຮັດໃຫ້ກ້າວໜ້າກ້ວາງໄກໄປກວ່ານີ້,” ຊຶ່ງນັ້ນ ແມ່ນຄຳເວົ້ຂອງທ່ານ Piccard ໄດ້ກ່າວຕໍ່ຝູງຊົນທີ່ລໍຄອຍຖ້າຕ້ອນຮັບພວກນັກບິນ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG