ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ​ແສງ​ອາທິດ ​​ເດີນທາງ​ໄປ ລັດຮາ​ວາຍ ສຳລັບ​ການບິນ​ ອ້ອມ​ໂລກ

ນັກ​ບິນ ​ແລະ ປະທານຂອງ Solar Impulse 2 ຊາວ ສະ​ວິດ​ເຊີ​ແລນ Bertrand Piccard, ຊ້າຍ, ຄຽງ​ຂ້າງ​ກັບ​ເຈົ້າ​ຊາຍ ອາລ​ເບີ​ທ໌ ທີ່ ສອງ​ ​ແຫ່ງປະ​​ເທດ ​ໂມ​ນາ​ໂຄ ກ່ອນ​ອອກ​​ເຮືອບິນ SI2 ທີ່ເມືອງ ນານກິ່ງ ປະເທດຈີນ ທີ 30 ພຶດສະພາ 2015.

ເຮືອບິນ​ພະ​ລັງ​ງານ​ແສງ​ອາທິດ ສະ​ວິດ​ເຊີແລນ ​ໄດ້​ບິນ​ຂຶ້ນ​ສູ່​ທ້ອງ
ຟ້າໃນຕອນ ເຊົ້າວັນອາທິດ​ມື້​ນີ້​ ສຳ​ລັບ​ການບິນ ຫົກ​ມື້​ຂ້າມມະຫາ
​ສະມຸດ​ປາຊີ​ຟິກ, ​ຊຶ່ງເປັນຊ່ວງທີ່​ຍາກ​ທີ່​ສຸດ​ຂອງ​ການບິນ​ອ້ອມ​ໂລກ
​ໂດຍ​ການ​ໃຊ້​ພຽງ​ແຕ່​ແສງ​ອາທິ​ດເພື່ອເປັນພະລັງງານໃຫ້​ເທົ່າ​ນັ້ນ.

​ເຮືອບິນ​ມີ​ຊື່ວ່າ Solar Impulse 2 ຫຼື Si2 ​ໄດ້​ບິນ​ອອກ​ຈາກ​ເດິ່ນ
ບິນນານ​ກິ່ງ ໃນພາກຕາເວັນອອກຂອງຈີນ ໂດຍມີ​ຈຸດມຸ່ງ​ໝາຍໄປ
ສູ່ລັດຮາ​ວາຍຂອງ​ສະຫະລັດ ເຊິ່ງມີໄລຍະທາງຍາວ 8,500 ກິໂລ
ແມັດ ຫ່າງ​ອອກ​ໄປ ຫຼັງຈາກ​ທີ່​ໄດ້ເລື່ອນ​ເວລາ​ການບິນ​ອອກເພື່ອ​
ລໍຖ້າ​ໃຫ້​ສະພາ​ບອາກາດ ​ເອື້ອ​ອຳນວຍ ​ເນື່ອງຈາກ​ບັນຫາ​ຄວາມ​
ປອດ​ໄພ.

ນີ້​ແມ່ນ​ຊ່ວງທີຫົກ​ຂອງ​ເຮືອບິນ​ລຳນີ້​ທີ່​ຈະ​ບິນ​ອ້ອມ​ໂລກ​ເ​ປັນ​ໄລຍະ​ທາງ​ໄກ 35,000 ກິ​ໂລ​ແມັດ.

​ເຮືອບິນ Solar Impulse 2 ​ໃນ​ການບິນ​ຂ້າມ​ປະ​ເທດ ​ໂອ​ມານ ເດີນທາງ​ໄປ​ເມືອງ ອາ​ເມ​ດາ​ບາດ ປະ​ເທດ​ອິນ​ເດນ, ທີ 10 ມີນາ 2015
​ເຮືອບິນ Solar Impulse 2 ​ໃນ​ການບິນ​ຂ້າມ​ປະ​ເທດ ​ໂອ​ມານ ເດີນທາງ​ໄປ​ເມືອງ ອາ​ເມ​ດາ​ບາດ ປະ​ເທດ​ອິນ​ເດນ, ທີ 10 ມີນາ 2015

Solar Impulse 2 ເປັນເຮືອບິນບ່ອນ​ນັ່ງ​ດຽວທີ່ເຮັດດ້ວຍ fiber
carbon ມີ​ປີກ​ ຍາວ 72 ​ແມັດເຊິ່ງຍາວ​ກວ່າ​ປີກເຮືອບິນໂບອິງ
747 ​ແລະ ມີ​ນ້ຳໜັກ​ປະ​ມານ​ເທົ່າ​ກັນກັບ​ລົດ​ເກັງ​ຄັນ​ໜຶ່ງ. ປີກ
​ຂອງມັນມີເຊ​ລ​ແສງ​ອາທິ​ດ ຕິດ​ຕັ້ງຢູ່ 17,000 ​ເຊ​ລ​ເຊິ່ງສາມາ​ດ
​ເກັບພະລັງງານ​ແສງ​ອາທິດ​ແລະ​ບິນໄດ້ໃນ​ເວລາ​ກາງຄືນ. ​

​ເຮືອບິນ Si2 ແມ່ນໃຊ້ເວລາໃນການສ້າງ 12 ປີ ແລະ ເປັນການ ປະດິດຂຶ້ນຂອງນັກວິທະຍາສາດຊາວສະວິດເຊີແລນ
ທ່ານ Bertrand Piccard ແລະ ທ່ານ Andre Borschberg.

ທັງສອງທ່ານໄດ້ກ່າວວ່າພວກເຮົາບໍ່ໄດ້ອອກມາເພື່ອທຳການປະຕິວັດ ອຸດສາຫະກຳ
ການບິນດອກ, ແຕ່ວ່າພວກເຂົາແມ່ນແນເປົ້າໃສ່ເພື່ອ ສະແດງວ່າ ແຫຼ່ງພະລັງງານອື່ນໆ
ແລະ ເທັກໂນໂລຈີໃໝ່ກໍ່ສາມາດ ບັນລຸສິ່ງທີ່ບາງຄົນຄິດວ່າມັນມີຄວາມເປັນໄປບໍ່ໄດ້.

Solar Plane
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG