ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ພະລັງງາານແສງອາທິດ ຈະລົງຈອດ ທີ່ຮາວາຍ


ເຮືອບິນພະລັງງານແສງອາທິດ Solar Impulse 2 ຂະນະທີ່ຈອດຢູ່ ສະໜາມບິນ Nagoya ປະເທດຍີ່ປຸ່ນ (24 ມິຖຸນາ, 20158
ເຮືອບິນພະລັງງານແສງອາທິດ Solar Impulse 2 ຂະນະທີ່ຈອດຢູ່ ສະໜາມບິນ Nagoya ປະເທດຍີ່ປຸ່ນ (24 ມິຖຸນາ, 20158

ເຮືອບິນພະລັງງານແສງອາທິດ ຂອງສວິສເຊີແລນ ມີກຳນົດທີ່
ຈະລົງຈອດຢູ່ລັດຮາວາຍ ໃນວັນສຸກມື້ນີ້ ຫລັງຈາກ ໄດ້ບິນໄກ
ເປັນປະຫວັດການຂ້າມມະຫາສະມຸດປາຊີຟິກຊຶ່ງເປັນຊ່ວງໄລ ຍະທີ່ມີຄວາມສ່ຽງສູງທີ່ສຸດໃນການເດີນທາງອອ້ມໂລກ 35 ພັນ
ກິໂລແມັດ ໂດຍບໍ່ຕ້ອງໃຊ້ນ້ຳມັນພຽງແຕ່ຢົດດຽວ.

ນັກບິນຂອງເຮືອ​ບິນ Solar Impulse 2 ທ່ານ Andre Borsch-
berg ເວລານີ້ ໄດ້ທຳລາຍສະຖິຕິ ທີ່ມີມາແຕ່ກ່ອນ ໃນການບິນ
ດ່ຽວໄກທີ່ສຸດເປັນປະຫວັດການທີ່ຄອງຕຳແໜ່ງໂດຍນັກຜະຈົນ
ໄພອາເມຣິກັນ ທ່ານ Steve Fossett.

ທ່ານ Borchberg ໄດ້ມ້ອຍຫລັບໄປເປັນເວລາ 20 ນາທີ ໃນລະຫວ່າງການເດີນທາງຢູ່ ໃນບ່ອນຄົນຂັບທີ່ສ້າງພິເສດໃນຂະນະທີ່ເຮືອບິນຢູ່ພາຍໃຕ້ການຄວບຄຸມໂດຍເຄື່ອງຂັບ ອັດຕະໂນມັດ.

ເຮືອ​ບິນ Solar Impulse 2 ໄດ້ບິນຂຶ້ນ ຈາກສະໜາມບິນ Nagoya ປະເທດຍີ່ປຸ່ນ ໃນ ຕອນເຊົ້າວັນຈັນຜ່ານມາຫລັງຈາກໄດ້ຢຸດພັກແບບບໍ່ມີໝາຍກຳນົດລ່ວງໜ້າເປັນເວລາ ນຶ່ງເດືອນ. ເຮືອບິນລຳດັ່ງກ່າວນີ້ ໄດ້ໄປລົງ ທີ່ເມືອງ Nagoya ຍ້ອນສະພາບດິນຟ້າອາ
ກາດບໍ່ດີ ໃນຕົ້ນເດືອນມິຖຸນາທີ່ຜ່ານມາໃນລະຫວ່າງທີ່ພວມເດີນທາງແຕ່ນະຄອນນານ
ຈິງທາງພາກຕາເວັນອອກຂອງຈີນໄປຍັງລັດຮາວາຍ. ຈຸດໝາຍປາຍທາງສຸດທ້າຍຂອງ ເຮືອບິນລຳນີ້ ແມ່ນ Abu Dhabi.

ເຮືອ​ບິນ Solar Impulse 2 ແມ່ນປະດິດໂດຍນັກວິທະຍາສາດຊາວສວິສ 2 ຄົນຄືທ່ານ Borschberg ແລະທ່ານ Bertrand Piccard. ພວກທ່ານໄດ້ໃຊ້ເວລາ 12 ປີ ໃນການ ສ້າງເຮືອບິນດັ່ງກ່າວ.

Solar Plane
please wait
Embed

No media source currently available

0:00 0:00:24 0:00

XS
SM
MD
LG