ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຍົນພະລັງງານ ​ແສງ​ອາທິດ Solar Impulse 2 ຂຶ້ນບິນອ້ອມໂລກ ຕໍ່ໄປ


ພະນັກງານ ຈຸບິນ ຂອງເຮືອບິນ Solar Impulse 2 ກຳລັງຊຸກຍົນ ເຂົ້າສູ່ທ່າຈອດ ເພື່ອບິນຂຶ້ນ ຢູ່ທີ່ສະໜາມບິນ Nagoya ຫຼັງຈາກສະພາບອາກາດປ່ຽນແປງ ໄດ້ອຳນວຍ ໃຫ້ບິນຂຶ້ນໄດ້, ວັນທີ 24 ມິຖຸນາ 2015.
ພະນັກງານ ຈຸບິນ ຂອງເຮືອບິນ Solar Impulse 2 ກຳລັງຊຸກຍົນ ເຂົ້າສູ່ທ່າຈອດ ເພື່ອບິນຂຶ້ນ ຢູ່ທີ່ສະໜາມບິນ Nagoya ຫຼັງຈາກສະພາບອາກາດປ່ຽນແປງ ໄດ້ອຳນວຍ ໃຫ້ບິນຂຶ້ນໄດ້, ວັນທີ 24 ມິຖຸນາ 2015.

ເຮືອ​ບິນ​ພະລັງງານ​ແສງ​ອາທິດ​ ຂອງ​ປະ​ເທດ​ສວິດເຊີ​ແລນ
​ໄດ້​ບິນ​ຂຶ້ນສູ່​ທ້ອງຟ້າອີກ​ຄັ້ງ​ໜຶ່ງ ​ໃນ​ຄວາ​ມ​ພະຍາຍາມ​ ທີ່​ຈະ​
ບິນອ້ອມໂລກ ໄລຍະ​ທາງ 35,000 ກິ​ໂລ​ແມັດ ​ໂດຍ​ບໍ່​ຕ້ອງ​
ໃຊ້ນ້ຳມັນ​ເຊື້ອ​ໄຟ​ແມ່ນ​ແຕ່​ຢົດ​ດຽວ. ​ເຮືອບິນ​ດັ່ງກ່າວ​ທີ່​ມີ​ຊື່ວ່າ
Solar Impulse 2 ຫຼື Si2 ​ໄດ້​ບິນ​ອອກ​ຈາກ​ພາກ​ກາງ ຂອງ
​ຍີ່ປຸ່ນ ​ໃນ​ຕອນ​ເຊົ້າມືດ ວັນ​ຈັນ​ມື້​ນີ້ ຫຼັງຈາກ​ໄດ້​ຢຸດ​ແວ່ ເປັນ
​ເວລານຶ່ງ​ເດືອນ ໂດຍ​ບໍ່​ໄດ້​ກຳນົດ​ໄວ້ລ່ວງ​ໜ້າ.

Si2 ​ທີ່ຂັບ​ໂດຍນັກ​ບິນ​ຊາວ​ສະ​ວິດ​ເຊີ​ແລນ Andre
Borschberg ຊຶ່ງ​ເປັນ​ຜູ້ນຶ່ງ​ທີ່​ປະດິດ​ສ້າງ​ຍົນ​ດັ່ງກ່າວ ​ໄດ້​ບິນ​
ຂຶ້ນຈາກນະຄອນ Nagoya ປະ​ເທດ​ຍີ່ປຸ່ນ ​ເພື່ອ​ຈະບິນ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ອັນ​ເປັນ​ຊ່ວງ​ທີ່​ໄກ​ທີ່​ສຸດ ຂອງ​ການ​ເດີນທາງ​.

ຖ້າຫາກ​ສະພາບ​ອາກາດ ຢູ່ເໜືອ​ມະຫາ​ສະມຸດ​ປາຊີ​ຟິກ ບໍ່ເອື້ອ​ອຳນວຍ ​ເຮືອບິນກໍ​ຈະ​ຖືກ
​ຮຽກ​ກັບຄືນທັນທີ. ຢ່າງ​ໃດ​ກໍ​ຕາມ ຈະ​ມີ​ຈຸດໜຶ່ງ ຢູ່​ໃນ​ການບິນ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ
ທີ່​ເຮືອບິນຈະ​ບໍ່​ສາມາດ​ບິນ​ກັບ​ຄືນ​ໄປ​ຍີ່ປຸ່ນ​ໄດ້. ການບິນ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ​ໄປຍັງ​ ລັດຮາ​ວາຍ ນັ້ນ ​ແມ່ນ​ມີ​ຄວາມ​ສ່ຽງຫຼາຍ ​ເພາະວ່າ ບໍ່​ມີ​ບ່ອນ​ໃດ​ເລີຍ​ ທີ່​ສາມາດ​ລົງ​ຈອດ​ໄດ້ ​ໃນ​ເວລາ​ສຸກ​ເສີນ.

​ເຮືອບິນພະລັງ​ແສງຕາ​ເວັນ ບໍ່​ໄດ້​ມີ​ກຳນົດທີ່​ຈະ​ລົງ​ຈອດ​ໃນ​ຍີ່ປຸ່ນ ​ແຕ່​ໄດ້​ຖືກ​ຫັນປ່ຽນ​ໄປ​ທີ່​ນັ້ນ ​ເມື່ອ​ຕອນຕົ້ນ​ເດືອນ​ມິຖຸນາ ​ໃນ​ລະຫວ່າງ​ການ​ເດີນທາງ​ຈາກ ​ເມືອງ Nanjin ທາງພາກ ​ຕາ​ເວັນ​ອອກຂອງ​ຈີນ ​ໄປ​ຍັງລັດຮາ​ວາຍ ຍ້ອນ​ສະພາບ​ອາກາດ​ບໍ່​ດີ.

Solar Plane
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG