ລັດຖະສະພາເກົາຫລີໃຕ້ໄດ້ໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງການຄ້າເສລີກັບສະຫະລັດ ໃນ
ການລົງມະຕິທີ່ເປັນບັນຫາໂຕ້ແຍ່ງ ຊຶ່ງພາໃຫ້ເກີດຄວາມຮຸນແຮງຂຶ້ນໃນສະພາແຫ່ງຊາດ
ນັ້ນ.
ຮ່າງຍັດຕິດັ່ງກ່າວໄດ້ຖືກຮັບຜ່ານດ້ວຍຄະແນນສຽງເຫັນດີ 151 ສຽງຕໍ່ 7 ສຽງຄັດຄ້ານ
ໃນລະຫວ່າງເປີດກອງປະຊຸມນັດພິເສດໃນວັນອັງຄານມື້ນີ້.
ພວກສະມາຊິກສະພາຝ່າຍຄ້ານ ທີ່ມີຈໍານວນໜ້ອຍກວ່າ ໄດ້ສະແດງປະຕິກິລິຍາໂມໂຫໂທ
ໂສ ຕໍ່ການເຄື່ອນໄຫວເພື່ອບັງຄັບໃຫ້ມີການລົງມະຕິກັນ ໂດຍພາກັນຮ້ອງໂຮຄັດຄ້ານແລະບີບຂະນວນລະເບີດນໍ້າຕາໃຫ້ແຕກຂຶ້ນຢູ່ໃນສະພານັ້ນ.
ການລົງມະຕິດັ່ງກ່າວມີຂຶ້ນນຶ່ງເດືອນ ຫລັງຈາກລັດຖະສະພາສະຫະລັດໄດ້ໃຫ້ການອະນຸ
ມັດຕໍ່ຂໍ້ຕົກລົງການຄ້າເສລີດັ່ງກ່າວ ແລະປະທານາທິບໍດີບາຣັກໂອບາມາກໍໄດ້ລົງນາມເປັນ
ກົດໝາຍມີຜົນບັງຄັບໃຊ້ແລ້ວ.
ສົນທິສັນຍາດັ່ງກ່າວ ທີ່ເອີ້ນວ່າ ຂໍ້ຕົກລົງການຄ້າເສລີລະຫວ່າງເກົາຫລີແລະສະຫະລັດ
ໄດ້ມີການລົງນາມເມື່ອເກືອບ 4 ປີເຄິ່ງຜ່ານມາແລ້ວ ແລະເປັນສົນທິສັນຍາການຄ້າ ທີ່ມີ
ຄວາມສຳຄັນຫລາຍທີ່ສຸດສໍາລັບສະຫະລັດ ນັບແຕ່ມີການສົນທິສັນຍາການຄ້າເສລີອາເມ
ຣິກາເໜືອ ກັບການາດາ ແລະເມັກຊິໂກ ໃນປີ 1994.