ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ, ຈີນ ຫາລືກັນເລື່ອງນິວເຄລຍ ຂອງເກົາຫຼີເໜືອ


ທ່ານ Bosworth ທູດພິເສດຮັບຜິດຊອບກ່ຽວກັບການເຈລະຈາ
6 ຝ່າຍຂອງສະຫະລັດ
ທ່ານ Bosworth ທູດພິເສດຮັບຜິດຊອບກ່ຽວກັບການເຈລະຈາ 6 ຝ່າຍຂອງສະຫະລັດ

ທູດພິເສດຂອງຈີນຮັບຜິດຊອບການເຈລະຈາ 6 ຝ່າຍ
ກ່ຽວກັບເລື່ອງນິວເຄລຍຂອງເກົາຫຼີເໜືອ ຈະພົບປະກັບ
ນັກການທູດອະວຸໂສຂອງສະຫະລັດທີ່ກຸງວໍຊິງຕັນໃນວັນ
ພຸດມື້ນີ້.

ເອກອັກຄະລັດຖະທູດ Wu Dawei ຈະພົບປະກັບຮອງ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Jim
Steinberg ແລະທ່ານ Steven Bosworth ທູດພິ
ເສດ ຮັບຜິດຊອບກ່ຽວກັບການເຈລະຈາ 6 ຝ່າຍຂອງ
ສະຫະລັດ.

ການເດີນທາງມາຢ້ຽມຢາມສະຫະລັດຂອງທ່ານ Wu ມີຂຶ້ນທ່າມກາງການເຄື່ອນໄຫວ
ທາງດ້ານການທູດຮວມທັງການເດີນທາງໄປຢ້ຽມຢາມຈີນໃນສັບປະດາແລ້ວຂອງທ່ານ
ກິມ ຈົງ ອິລຜູ້ນຳຂອງເກົາຫຼີເໜືອ. ມີລາຍງານວ່າ ທ່ານກິມ ຈົງ ອິລ ໄດ້ບອກ
ປະທານປະເທດຈີນວ່າ ທ່ານຢາກໃຫ້ມີການ​ໄຂການເຈລະຈາ 6 ຝ່າຍ ຄືນໂດຍໄວ.

ເກົາຫຼີເໜືອໄດ້ຍ່າງອອກຈາກກອງປະຊຸມເຈລະຈາ 6 ຝ່າຍ ໃນເດືອນເມສາ ປີ 2009
ຊຶ່ງກອງປະຊຸມທີ່ວ່ານີ້ ແມ່ນພົວພັນກັບສອງເກົາຫຼີ ສະຫະລັດ ຈີນ ຣັດເຊຍ ແລະຍີ່ປຸ່ນ. ອຳນາດການປົກຄອງຂອງເກົາຫຼີເໜືອໄດ້ຢຸດເຊົາການປະຊຸມ ຫຼັງຈາກອົງການສະຫະປະ ຊາຊາດໄດ້ທຳການລົງໂທດລຸນຫລັງການທົດລອງອາວຸດນິວເຄລຍ ແລະລູກສອນໄຟ ໄລຍະໄກຂອງພຽງຢາງ.

XS
SM
MD
LG