ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກໍາປັ່ນບັນທຸກເຮືອບິນສະຫະລັດ ນໍາພາ ການຊ້ອມລົບຮ່ວມ ກັບເກົາຫຼີໃຕ້ (ສະໄລດ໌ກັບວີດີໂອ)


ຮູບພາບແປວໄຟທີ່ພຸ່ງຂຶ້ນຈາກການຊ້ອມລົບຮ່ວມທີ່ໃຊ້ລູກກະສູນແທ້ຂອງ
ສະຫະລັດແລະເກົາຫຼີໃຕ້ ໃກ້ກັບຊາຍແດນເກົາຫຼີເໜືອ.
ວັນທີ 25 ມິຖຸນາ 2012.
ຮູບພາບແປວໄຟທີ່ພຸ່ງຂຶ້ນຈາກການຊ້ອມລົບຮ່ວມທີ່ໃຊ້ລູກກະສູນແທ້ຂອງ ສະຫະລັດແລະເກົາຫຼີໃຕ້ ໃກ້ກັບຊາຍແດນເກົາຫຼີເໜືອ. ວັນທີ 25 ມິຖຸນາ 2012.

​ໃນ​ການສະ​ແດງ​ກໍາລັງ ​ທີ່​ກອງທັບ​ເກົາຫຼີ​ໃຕ້​ເວົ້າ​ວ່າ ​ມີເປົ້າ​ໝາຍເພື່ອ​ໃຫ້ເປັນຄໍາ​ເຕືອນ​ຕໍ່​ເກົາຫຼີ​ເໜືອນັ້ນ ​ກຸ່ມ​ໂຈມ​ຕີ​ຂອງ​ກໍາ​ປັ່ນ​ບັນທຸກ​ເຮືອ ບິນ​ຂອງ​ກອງທັບ​ເຮືອ​ສະຫະລັດ​ລໍາ​ນຶ່ງ​ພວມດໍາ​ເນີນ​ການ​ຊ້ອມ​ລົບ​ກັນ​ທາງທະ​ເລ​ກັບ​ເກົາຫຼີ​ໃຕ້​ຢູ​ນອກ​ຝັ່ງ​ທະ​ເລ​ຂອງ​ແຫຼມ​ເກົາຫຼີ​ທີ່ຢູ່ຕົກ​ໃນ​ສະພາບ​ເຄ່ງ​ຕຶງ​ນັ້ນ.

ກໍາ​ປັ່ນ​ບັນທຸກ​ເຮືອບິນ USS George Washington ກໍາລັງນໍາພາ ພວກ​ເຮືອ​ໂຈມ​ຕີຂອງ​ຕົນ​ຈຸ​ນຶ່ງ ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ຂອງກອງ​ກໍາ​ປັ່ນ ລົບ​ແລະ​ເຮືອ​ດໍາ​ນໍ້າ 10 ລໍາຂອງ​ສະຫະລັດ ​ຢູ່​ນອກ​ຝັ່ງ​ທະ​ເລກໍ້າ​ຕາ​ເວັນ​ຕົກ​ຂອງ​ແຫຼມ​ເກົາຫຼີ. ​ ມີ​ເຮືອບິນ​ລົບ​ຫຼາຍ​ຮ້ອຍ​ລໍາ​ ປະກອບສ່ວນ​ໃນ​ການຊ້ອມ​ລົບ​ຮ່ວມ​ເປັນ​ເວລາ 3 ມື້ ​ຊຶ່ງ​ສິ້ນ​ສຸດ​ລົງ​ໃນ​ວັນ​ຈັນ​ມື້​ນີ້ ເຊ່ນ​ກັນ. ລວມທັງ​ໝົດແລ້ວ ມີ​ທະຫານ 8 ພັນ​ຄົນ​ຈາກ​ສະຫະລັດ​ແລະ​ເກົາຫຼີ​ໃຕ້ ​ເຂົ້າປະກອບສ່ວນ​ໃນ​ການ​ຊ້ອມ​ລົບ​ດັ່ງກ່າວ ຊຶ່ງ​ຕິດຕາມ​ມາ​ຕິດໆ​ ລຸນຫລັງການ​ຊ້ອມ​ລົບ​ທາງທະ​ເລ​ຢູ່​ທາງ​ກໍ້າ​ໃຕ້​ຂອງ​ແຫຼມ​ເກົາຫຼີ ​ໃນ​ວັນ​ພະຫັດ​ແລະ​ວັນ​ສຸກ​ແລ້ວ​ນີ້ ຊຶ່ງ​ກໍາລັງ​ປ້ອງ​ກັນ​ຕົນ​ເອງ​ທາງ​ທະ​ເລ​ຂອງ​ຍີ່ປຸ່ນ ​ເຂົ້າ​ປະກອບສ່ວນ​ຮ່ວມ​ກັບພວກ​ເຮືອລົບ​ອາ​ເມຣິກັນ​ແລະ​ເກົາຫຼີ​ໃຕ້​ນັ້ນ​.

​ແລະການ​ຊ້ອມ​ລົບທາງ​ທະ​ເລໃນ​ວັນ​ພະຫັດ​ແລະ​ວັນ​ສຸກ​ນັ້ນ ​ແມ່ນ​ໄດ້​ມີ​ຂຶ້ນ​ພ້ອມໆ​ກັນ​ກັບ​ການສະ​ແດງ​ກໍາລັງ​ທາງບົກ​ ຂອງ​ທະຫານ​ກອງທັບ​ບົກ​ຂອງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້​ ທີ່ໄດ້ທໍາ​ການ​ຊ້ອມ​ລົບ​ຮ່ວມ​ກັນ​ ເປັນ​ເວລາ 1 ມື້​ ໂດຍ​ໃຊ້ລູກ​ກະ​ສູນ​ແທ້ຄັ້ງ​ໃຫຍ່​ທີ່​ສຸດ ​ນັບ​ແຕ່​ສົງຄາມ​ເກົາຫຼີ​ຍຸດ​ຕິລົງ.

ຄວາມ​ເຄ່ງ​ຕຶງ​ໄດ້​ເພີ່ມ​ຂຶ້ນ​ຢູ່ໃນ​ລະດັບ​ສູງ​ໃນ​ແຫຼມ​ເກົາຫຼີ ນັບ​ແຕ່​ໄດ້​ມີ​ການ​ໂຈມ​ຕີ 2 ບັ້ນ​ໃນ​ປີ 2010 ທີ່​ມີ​ການ​ຖິ້ມ​ໂທດ​ໃສ່​ເກົາຫຼີ​ເໜືອແລະໄດ້​ເຮັດ​ໃຫ້​ປະຊາຊົນ​ເກົາຫຼີ​ໃຕ້​ເສຍ​ຊີວິດ​ໄປ 50 ຄົນ ສ່ວນ​ຫຼາຍແມ່ນທະຫານ​ນັ້ນ.

XS
SM
MD
LG