ເກົາຫລີໃຕ້ແລະ 5 ປະເທດເລາະແຄມແມ່ນໍ້າຂອງເກົາຫລີໃຕ້ກໍານົດຈະເປັນເຈົ້າພາບ
ຈັດການພົບປະຂອງບັນດານັກການທູດຈາກ 5 ປະເທດເລາະແຄມແມ່ນ້ຳຂອງໃນ
ພາກພື້ນເອເຊຍຕາເວັນອອກສຽງໃຕ້ຂຶ້ນໃນສັບປະດານີ້ ໃນຖານະເປັນພາກສ່ວນ
ນຶ່ງຂອງການ ຊຸກຍູ້ເພື່ອໃຫ້ມີການຮ່ວມໄມ້ຮ່ວມມືກັນເພີ່ມຂຶ້ນທາງດ້ານເສດຖະກິດ
ກັບພາກພື້ນທີ່ອຸດົມຮັ່ງມີໃນດ້ານແຫລ່ງຊັບພະຍາກອນນັ້ນ.
ອົງການຂ່າວ Yonhap ຂອງເກົາຫລີໃຕ້ກ່າວວ່າ ລັດຖະມົນຕີຕ່າງປະເທດເກົາຫລີ
ໃຕ້ ທ່ານ Kim Sung-hwan ຈະເປັນຜູ້ຕ້ອນຮັບພວກຄູ່ ຕໍາແໜ່ງຈາກມຽນມາ ກໍາ
ປູເຈຍ ສປປ ລາວ ຫວຽດນາມແລະໄທເພື່ອເຂົ້າຮ່ວມການພົບປະກັນ ທີ່ຈະມີຂຶ້ນໃນ
ວັນພະຫັດມື້ອື່ນແລະວັນສຸກມື້ຮືນີ້. ໂຄສົກເກົາຫລີໃຕ້ ກ່າວວ່າ ການພົບປະໂອ້ລົມສົນ
ທະນາກັນນີ້ຈະເພ່ງເລັງໃສ່ການຂະຫຍາຍການຮ່ວມໄມ້ຮ່ວມມືກັນໃນພາກສ່ວນເສດ
ຖະກິດແລະການພັດທະນານັ້ນ.
ອົງການຂ່າວ Yonhap ກ່າວວ່າ ການພົບປະກັນນີ້ ໄດ້ຖືກນໍາສະເໜີຂຶ້ນໃນປີແລ້ວ
ໂດຍປະທານາທິບໍດີເກົາຫລີໃຕ້ທ່ານ Lee Myung-bak ຫລັງຈາກກອງປະຊຸມສຸດ
ຍອດທີ່ຫວຽດນາມກັບບັນດາຜູ້ນໍາຈາກຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ.
ອົງການຂ່າວດັ່ງກ່າວເວົ້າຕື່ມວ່າ ການຄ້າຂາຍປະຈໍາປີລະຫວ່າງເກົາຫລີໃຕ້ແລະ 5
ປະເທດທີ່ເຂົ້າຮ່ວມປະຊຸມໄດ້ກະໂດດຈາກ 1 ຕື້ເຄິ່ງໂດລາໃນຊຸມປີ 1990 ຂຶ້ນມາ
ເປັນ 25 ຕື້ໂດລາໃນປີແລ້ວນີ້.
ແມ່ນໍ້າຂອງທີ່ມີຄວາມຍາວ 4800 ຫລັກກິໂລແມັດຊຶ່ງມີແຫລ່ງກໍາເນີດຈາກຈີນໄຫລ
ຜ່ານ 5 ປະເທດທີ່ເປັນແຂກຮັບເຊີນເຫລົ່ານີ້. ເກົາຫລີໃຕ້ ຍີ່ປຸ່ນແລະຈີນໄດ້ຈັບຕາເບິ່ງ
ຂົງເຂດດັ່ງກ່າວມາແຕ່ດົນນານແລ້ວ ກ່ຽວກັບແຫຼ່ງປ່າໄມ້ແລະຊັບພະຍາກອນບໍ່ແຮ່ທີ່
ມີຢູ່ຢ່າງຫຼວງຫຼາຍຂອງພວກປະເທດເຫລົ່ານີ້.