ເກົາຫຼີໃຕ້ກ່າວວ່າ ຈະຫຼວດທີ່ບັນທຸກດາວທຽມວິທະຍາສາດ
ຂຶ້ນສູ່ຫ້ວງ ອະວະກາດ ໄດ້ລະເບີດຂຶ້ນໃນວັນພະຫັດມື້ນີ້
ຫລັງຈາກຖືກສົ່ງຂຶ້ນໄປໄດ້ບໍ່ດົນ.
ລັດຖະມົນຕີວິທະຍາສາດແລະເທັກໂນໂລຈີ ທ່ານ AHN
BYONG-MAN ກ່າວວ່າ ພວກຄວບຄຸມທາງພາກພື້ນດິນ
ບໍ່ສາມາດຕິດຕໍ່ກັບຈະຫຼວດ NARO-1 ໄດ້ ປະມານ 137
ວິນາທີ ຫຼັງຈາກສົ່ງຂຶ້ນໄປ.
ຈະຫຼວດ NARO-1 ຊຶ່ງເປັນໂຄງການຮ່ວມມືລະຫວ່າງ
ຣັດເຊຍແລະເກົາ ຫຼີໃຕ້ໄດ້ຖືກສົ່ງຂຶ້ນຈາກສູນກາງອະວະ
ກາດນາໂຣທີ່ຕັ້ງຢູ່ນອກແຄມຝັ່ງທະເລ ທາງທິດໃຕ້ຂອງເກົາຫລີໃຕ້ ໃນເວລາພຽງ 24
ຊົ່ວໂມງ ຫຼັງຈາກພວກວິສະວະກອນໄດ້ຍົກເລີກການພະຍາຍາມຈັດສົ່ງຈະຫຼວດດັ່ງກ່າວ
ຍ້ອນມີບັນຫາກ່ຽວກັບ ລະບົບດັບໄຟ ຢູ່ຖານສົ່ງ.
ເກົາຫລີໃຕ້ ໄດ້ສົ່ງຈະຫຼວດ NARO-1 ຂຶ້ນສູ່ຫ້ວງອະວະກາດ ມາຄັ້ງນຶ່ງແລ້ວຢ່າງສຳເລັດ
ຜົນ ໃນເດືອນສິງຫາປີກາຍ ແຕ່ບໍ່ສາມາດນຳເອົາດາວທຽມ ເຂົ້າສູ່ວົງໂຄຈອນໄດ້.
ການສູນເສຍຈະຫຼວດ NARO-1 ໃນຄັ້ງນີ້ ແມ່ນເປັນການຖອຍຫລັງຢ່າງໃຫຍ່ ສຳລັບ
ໂຄງການອະວະກາດພາຍໃນປະເທດຂອງເກົາຫຼີໃຕ້ ທີ່ລ້າຫລັງບັນ ດາປະເທດຄູ່ແຂ່ງ
ໃນເອເຊຍເຊັ່ນ ອິນເດຍ ຈີນ ແລະຢິ່ປຸ່ນ.