ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການເລືອກຕັ້ງ ໃນ ເກົາຫຼີໃຕ້


ແຜນທີ່ເກົາຫຼີໃຕ້
ແຜນທີ່ເກົາຫຼີໃຕ້

ພັກລັດຖະບານ ຂອງເກົາຫຼີໃຕ້ ໄດ້ເສຍໄຊ ແບບບໍ່ຄາດຄິດ ໃນການເລືອກຕັ້ງ ທ້ອງຖິ່ນ ໃນມື້ວັນພຸດ ວານນີ້.

ອີງຕາມ ຜົນການນັບ ຄະແນນສຽງ ທີ່ນຳອອກເຜີຍແຜ່ ໂດຍຄະນະກຳມາທິການ ເລືອກຕັ້ງແຫ່ງຊາດ ຂອງເກົາຫຼີໃຕ້ແລ້ວ ພັກໃຫຍ່ແຫ່ງຊາດ ທີ່ນິຍົມ ແນວທາງເດີມ ຂອງປະທານາທິບໍດີ LEE MYUNG BAK ໄດ້ຊະນະ ແຕ່ພຽງ 6 ຕຳແໜ່ງ ໃນການແຂ່ງຂັນເລືອກຕັ້ງ ເຈົ້າຄອງກຳແພງນະຄອນ ແລະເຈົ້າແຂວງ ທີ່ສຳຄັນໆ 16 ຕຳແໜ່ງ ຂະນະທີ່ ພັກປະຊາທິປັດ ຊຶ່ງເປັນພັກຝ່າຍຄ້ານ ຊະນະ 7 ຕຳແໜ່ງ.

ຜູ້ສະມັກ ທີ່ບໍ່ສັງກັດພັກ 2 ຄົນ ແລະຜູ້ສະມັກ ຈາກພັກຝ່າຍຄ້ານ ທີ່ນ້ອຍໆພັກນຶ່ງ ໄດ້ຊະນະ ຕຳແໜ່ງທີ່ເຫຼືອ.

ບັນດາຜູ້ສະມັກ ຂອງພັກລັດຖະບານ ຊະນະ ໃນການແຂ່ງຂັນ ເອົາຕຳແໜ່ງ ເຈົ້າຄອງນະຄອນຫຼວງໂຊລ ແລະເຈົ້າແຂວງໆ GYEONGGI ທີ່ຕັ້ງຢູ່ອ້ອມແອ້ມ ແຕ່ເສຍໄຊ ໃນການເລືອກຕັ້ງ ເອົາຕຳແໜ່ງ ເຈົ້າຄອງກຳແພງ ເມືອງທ່າອິນຈອນ.

ທ່ານ CHING MOON JOON ປະທານ ພັກໃຫຍ່ແຫ່ງຊາດ ຂອງເກົາຫຼີໃຕ້ ໄດ້ຍື່ນໃບລາອອກ ໃນວັນພະຫັດມື້ນີ້ ໃນລະຫວ່າງ ການປະຊຸມ ຄະນະນຳພາຂອງພັກ.

ການຈົມກຳປັ່ນລົບ ຂອງເກົາຫຼີໃຕ້ ໃນວັນທີ 26 ມີນາຜ່ານມາ ທີ່ທາງກຸງໂຊລ ຖິ້ມໂທດໃສ່ ເກົາຫຼີເໜືອນັ້ນ ໄດ້ເປັນເງົາບົດບັງ ການເລືອກຕັ້ງ ເພື່ອແຂ່ງຂັນ ເອົາຕຳແໜ່ງຕ່າງໆ 4 ພັນຕຳແໜ່ງ ໃນມື້ວັນພຸດ ວານນີ້.

XS
SM
MD
LG