ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ຫ້າມນໍາ​ເຂົ້າ ອາຫານ​ທະ​ເລ​​ 35 ຊະນິດ ຈາກ​ຍີ່ປຸ່ນ


ແຜນທີ່ປະເທດຍີ່ປຸ່ນ
ແຜນທີ່ປະເທດຍີ່ປຸ່ນ

​ເກົາຫຼີ​ໃຕ້​ໄດ້​ອອກ​ຄຳ​ສັ່ງ​ຫ້າມຊົ່ວຄາວ​ໃນ​ການນໍາ​ເຂົ້າອາຫານ​ທະ​ເລ 35 ຊະນິດຈາກ​ຍີ່ປຸ່ນ ​ເພາະ​ຢ້ານ​ວ່າອາຫານ​ທະ​ເລເຫຼົ່ານີ້ອາດ​ຍັງ​ມີກໍາມັນ​ຕະ ພາບ​ລັງສີ ທີ່​ມາຈາກ​ໄພພິບັດ​ນິວ​ເຄຼຍ​ເມື່ອ​ປີກາຍ​ນີ້​ເຈືອ​ປົນຢູ່.

ກະຊວງ​ອາຫານ ກະ​ເສດ ປ່າ​ໄມ້ ​ແລະ​ການ​ປະມົງ​ຂອງ​ເກົາຫຼີ​ໃຕ້ເວົ້າວ່າ ຄຳ​ສັ່ງຫ້າມ​ທີ່​ວ່າ​ນີ້​ເປັນມາດຕະ​ການ​ຊົ່ວຄາວແມ່ນ​ເພື່ືອປ້ອງ​ກັນບໍ່​ໃຫ້ຊາ​ວ​ເກົາຫຼີ​ໃຕ້​ບໍລິໂພ​ກ​ຜະລິດ​ພັນ​ໃດໆກໍ​ຕາມ​ທີ່​ມາ​ຈາກເຂດ​ນໍ້າ​ທີ່ຢູ່ໃກ້​ກັບ​ໂຮງ ​ໄຟຟ້າ​ຟູ​ກູ​ຊິ​ມະ​.

​ໂຮງ​ໄຟຟ້າ​ຟູ​ກູ​ຊິ​ມະ ທີ່​ຕັ້ງ​ຢູ່​ຝັ່ງ​ທະ​ເລ​ກໍ້າ​ຕາ​ເວັນ​ອອກສຽງ​ເໜືອ​ຂອງຍີ່ປຸ່ນ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃຊ້​ການ​ບໍ່​ໄດ້ ​ເມື່ອ​ເດືອນມີນາປີ​ກາຍ ​ຍ້ອນ​ໄດ້​ເກີດ ແຜ່ນດິນ​ໄຫວ​ແລະຄື້ນຟອງ​ສຸ​ນາ​ມິ​ຄັ້ງ​ໃຫຍ່ທີ່​ເປັນ​ເຫດ​ໃຫ້​ຈັກ​ຂອງໂຮງໄຟ ຟ້າ​ລະລາຍ​ເປັນ​ບາງສ່ວນ ​ແລະ​ປ່ອຍ​ກໍາ​ມັນ​ຕະພາບ​ລັງສີ​ທີ່​ອັນຕະລາຍ​ໄປ​ສູ່​ພື້ນ​ທີ່​ອັນ​ກວ້າງ​ໄກ.

ລະດັບ​ກໍາ​ມັນ​ຕະພາບ​ລັງສີ​ໃນ​ອາຫານ​ທະ​ເລ​ຈາກ​ເຂດ​ຟູ​ກູ​ຊິ​ມະ ​ແມ່ນ​ໄດ້ ລົດຕໍ່າລົງ​ຢ່າງ​ຊ້າໆ ​ແຕ່​ຜະລິດ​ຕະພັນ​ປາຈາກ​ເຂດ​ທີ່ໄດ້​ຮັບ​ຜົນກະທົບ​ນັ້ນ ຍັງ​ຖືກ​ຫ້າມ​ບໍ່​ໃຫ້​ນໍາ​ອອກ​ຂາຍ. ຜະລິດ​ຕະພັນ​ດັ່ງກ່າວ​ທີ່​ໄດ້ຮັບ​ອະນຸຍາດ​ໃຫ້​ນໍາ​ອອກ​ຂາຍ​ໄດ້ເທົ່າ​ເຖິງ​ດຽວ​ນີ້ ​ແມ່ນ​ໄດ້​ມີ​ການ​ສັ່ງ​ ແບບ​ທີ່​ຍັງ​ບໍ່​ແນ່ ນອນ​ເທື່ອ​ຈາກ​ພວກ​ຜູ້​ຊື້ເທົ່າ​ນັ້ນ.

ອາຫານ​ທະ​ເລ ​ທີ່​ຖືກ​ສັ່ງ​ຫ້າມ​ນໍາ​ເຂົ້າ ​ເມື່ອ​ວັນ​ພຸດ​ມື້​ນີ້ ​ໂດຍ​ເກົາຫຼີ​ໃຕ້ນັ້ນ ​ແມ່ນ​ໂຮມ​ທັງ​ປາຫຼາຍຊະນິດ ຫອຍ​ ແລະ​ເໝັ້ນຫຼືຫອຍ urchin ຊຶ່ງ​ເປັນ​ຜະລິດຕະພັນ​ທີ່​ໄດ້​ມີ​ຄຳສັ່ງ​ຫ້າມ​ບໍ່​ໃຫ້​ນໍາ​ອອກ​ຂາຍແລ້ວ​ໃນ​ຍີ່ປຸ່ນ. ການ​ເຄຶ່ອນ​ໄຫວຄັ້ງ​ລ່າ​ສຸດ ກໍ​ຄື​ບັດ​ນີ້ ​ກຸງ​ໂຊ​ລໄດ້​ສັ່ງ​ຫ້າມຈໍາພວກ​ອາຫານ​ທະ​ເລ​ຍີ່ປຸ່ນທັງ​ໝົດ 64 ຊະນິດ​ ເຂົ້າ​ໄປ​ຍັງເກົາຫຼີ​ໃຕ້.

XS
SM
MD
LG