ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ແລະມຽນມາ ເຊັນຂໍ້ຕົກລົງ​ຮ່ວມມືພັດທະນາ ຊັບພະຍາກອນທໍາມະຊາດ


ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak
ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak

ເກົາຫຼີໃຕ້ ໄດ້ເຊັນຂໍ້ຕົກລົງສະບັບ​ນຶ່ງ ​ເພື່ອຮ່ວມມືໃນການພັດທະນາຊັບພະຍາກອນທໍາມະ
ຊາດຂອງມຽນມາ ຊຶ່ງຮວມທັງນໍ້າມັນແລະແຮ່ທາດທີ່​ເອີ້ນ​ວ່າ rare earth ຫລືດິນຫາຍາກ
ນໍານັ້ນ.

ເກົາຫຼີໃຕ້ ແມ່ນໄດ້ກາງຕໍ່ ນໍາພະລັງງານແລະຊັບບພະຍາກອນທີ່ຕ້ອງນໍາເຂົ້າຈາກຕ່າງປະ
ເທດ ແລະກໍໄດ້ພະຍາຍາມຊອກ​ຫາແຫ​ລ່ງທີ່​ສາມາດ​ສະໜອງ ໃຫ້ຕົນ​ໄດ້ຢ່າງພຽງພໍແລະ
ສະໝໍ່າສະເໝີພວກວັດຖຸ​ດິບ​ຕ່າງໆ​ທີ່​ຈໍາ​ເປັນ​ສໍາລັບພາກສ່ວນ​ການຜະລິດຂອງ​ຕົນນັ້ນ.
ເຈົ້າໜ້າທີ່ເກົາຫລີ​ໃຕ້ໄດ້ປະກາດຂ່າວ ການຕົກລົງກັບມຽນມາໃຫ້​ຊາບໃນວັນອາທິດວານນີ້.

ກະຊວງການເສດຖະກິດໃນນະ​ຄອນ​ຫລວງໂຊລ ກ່າວວ່າ ທັງສອງປະເທດໄດ້ຕົກລົງທີ່​ຈະ
ດໍາ​ເນີນໂຄງການສຶກສາແລະວິໄຈທໍລະນີຮ່ວມກັນແລະຈະພັດທະນາໂຄງການຮ່ວມກັນອີກ.

ເວລາ​ນີ້ ບໍລິສັດ​ເກົາຫລີ​ໃຕ້ກຸ່ມນຶ່ງ ພາຍ​ໃຕ້​ການ​ນໍາພາ​ຂອງບໍລິສັດ​ການ​ຄ້າ​ຍັກ​ໃຫຍ່
Daewoo ກໍກໍາລັງດໍາເນີນໂຄງການພັດທະນາບໍ່ແກ໊ສ ຢູ່ນອກຝັ່ງທະເລຂອງມຽນມາ.



XS
SM
MD
LG