ເກົາຫລີໃຕ້ໄດ້ເລີ້ມທໍາການຊ້ອມລົບຢ່າງຂະໜານໃຫຍ່ຢູ່
ນອກຝັ່ງທະເລ ທາງພາກຕາເວັນຕົກຂອງຕົນ ອັນເປັນການ
ຕອບໂຕ້ຄັ້ງຫລ້າສຸດ ຕໍ່ການທີ່ເຮືອລົບລໍານຶ່ງຂອງຕົນຈົມນໍ້າ
ທີ່ຖິ້ມໂທດໃສ່ເກົາຫລີເໜືອນັ້ນ.
ມີກໍາປັ່ນລົບແລະເຮືອດໍານໍ້າປະມານ 30 ລໍາແລະເຮືອບິນ ອີກ 50 ລໍາ ແລະທະຫານ 4500 ຄົນ ປະກອບສ່ວນ ໃນການຊ້ອມລົບຕໍ່ຕ້ານເຮືອດໍານໍ້າ ໃນເຂດທະເລເຫລືອງ ໃກ້ໆກັບຊາຍແດນທາງທະເລທີ່ເປັນບັນຫາໂຕ້ແຍ່ງກັນກັບເກົາຫລີເໜືອນັ້ນ. ການຊ້ອມລົບທີ່ວ່ານີ້ຈະດໍາເນີນໄປ ຈົນຮອດວັນຈັນອາທິດໜ້າ.
ການຊ້ອມລົບຄັ້ງນີ້ ແມ່ນຕິດຕາມມາລຸນຫລັງການຊ້ອມລົບຮ່ວມທາງທະເລ ລະຫວ່າງ
ກໍາລັງເກົາຫລີໃຕ້ແລະສະຫະລັດໃນສັບປະດາຜ່ານມາແລະໄດ້ຖືກກະຕຸ້ນໃຫ້ມີຂຶ້ນ ຍ້ອນ
ການຈົມນໍ້າຂອງເຮືອລົບ Cheonan ທີ່ໄດ້ເຮັດໃຫ້ພວກທະຫານເຮືອເກົາຫລີໃຕ້ ເສຍຊີ
ວິດໄປ46 ຄົນນັ້ນ. ການສອບສວນສືບສວນຂອງນາໆຊາດສະຫລູບວ່າ ເຮືອ Cheonan
ຈົມນໍ້າ ຍ້ອນລະເບີດຕໍປີໂດທີ່ຍິງມາຈາກເຮືອດໍານໍ້າຂອງເກົາຫລີເໜືອ ແຕ່ທາງກຸງພຽງຢ້າງ
ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່ານັ້ນ.
ອຳນາດປົກຄອງເກົາຫລີເໜືອໄດ້ອອກຄໍາເຕືອນໃນວັນອັງຄານຜ່ານມາ ໂດຍຂົ່ມຂູ່ທີ່ຈະໃຊ້ ກຳລັງຕອບໂຕ້ຢ່າງແຂງແຮງ ຕໍ່ການຊ້ອມລົບທາງທະເລຂອງເກົາຫລີໃຕ້. ທາງຝ່າຍເກົາຫລີ ໃຕ້ນັ້ນກໍໄດ້ອອກຄໍາເຕືອນໃນວັນພຸດວານນີ້ ໂດຍ ພົນເຮືອຕີ Kim Kyung-sik ໃຫ້ຄໍາ ໝັ້ນສັນຍາວ່າ ຈະທໍາການໂຈມຕີໂຕ້ຕອບຄືນໂດຍທັນທີ ຖ້າຫາກເກົາຫລີເໜືອທໍາການໂຈມຕີຕົນໃນລະຫວ່າງການຊ້ອມລົບນັ້ນ.