ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໄຕ້ຫວັນ ກ່າວວ່າ ການ​ຈັດສົ່ງເຮືອບິນລົບ F-16 ຂອງ ສະຫະລັດ ຖືກເລື່ອນເວລາອອກໄປ ຍ້ອນບັນຫາດ້ານ ຊອຟແວ


ທະຫານຖືທຸງກອງທັບອາກາດໄຕ້ຫວັນ ຍ່າງຜ່ານເຮືອບິນລົບ F-16V ທີ່ຖືກປັບປຸງໃໝ່ຢູ່ຖານທັບອາກາດ ເຈຍຢີ, ໄຕ້ຫວັນ, 18 ພະຈິກ, 2021.
ທະຫານຖືທຸງກອງທັບອາກາດໄຕ້ຫວັນ ຍ່າງຜ່ານເຮືອບິນລົບ F-16V ທີ່ຖືກປັບປຸງໃໝ່ຢູ່ຖານທັບອາກາດ ເຈຍຢີ, ໄຕ້ຫວັນ, 18 ພະຈິກ, 2021.

ການ​ສັ່ງ​ຊື້​ເຮືອ​ບິນ​ລົບ F-16 ໃໝ່​ທີ່​ທັນ​ສະ​ໄໝ 66 ລຳ​ຂອ​ງ ໄຕ້​ຫວັນຈາກ​ສະ​ຫະ​ລັດ ຈະ​ບໍ່​ແລ້ວ​ສຳ​ເລັດ​ຈົນ​ຮອດ​ປີ 2026 ຍ້ອນ​ບັນ​ຫາ​ດ້ານ​ຊອ​ຟ​ແວ, ອີງ​ຕາມ​ການ​ກ່າວ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ຈິວ ໂກ-ເຊັງ (Chiu Kuo-Cheng) ໃນ​ວັນ​ພະ​ຫັດ​ວານນີ້, ອັນ​ເປັນ​ຂີດ​ໝາຍ​ການຫຼ້າ​ຊ້າ​ໃນ​ການ​ນຳ​ສົ່ງ​ອາ​ວຸດ​ຄັ້ງຫຼ້​າ​ສຸດ​ຂອງ ສະ​ຫະ​ລັດ ນັບ​ຕັ້ງ​ແຕ່​ຜູ້​ຜະ​ລິດ​ໄດ້​ຫັນ​ຄວາມ​ສົນ​ໃຈ​ຂອງ​ເຂົາ​ເຈົ້າ​ໄປ​ໃສ່ ຢູ​ເຄ​ຣນ ຫຼັງ​ຈາກ ຣັດ​ເຊຍ ໄດ້​ທຳ​ການ​ບຸກ​ລຸກ​ໃນ​ປີ​ກາຍນີ້.

ໃນ​ຕົ້ນ​ເດືອນນີ້, ລັດ​ຖະ​ມົນ​ຕີປ້ອງ​ກັນ​ປະ​ເທດ​ຂອງ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ໄດ້​ກ່າວ​ວ່າ ການ​ເລື່ອນ​ເວ​ລາ​ແມ່ນ​ຜົນ​ຂອງ​ການ​ລົບ​ກວນ​ຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ, ແຕ່​ໃນ​ວັນ​ພະ​ຫັດ​ວານນີ້​ທ່ານ​ໄດ້​ກ່າວ​ຕື່ມ​ວ່າ ການຫຼ້າ​ຊ້າ​ແມ່ນ​ຍ້ອນ​ບັນ​ຫາ​ຊອ​ຟ​ແວຄວບ​ຄຸມ​ການ​ບິນ.

ທ່ານ ຈິວ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ສະ​ພາ​ແຫ່ງ​ຊາດ​ວ່າ “ຕາມ​ຫຼັກ​ການ​ແລ້ວ​ພາຍ​ໃນ​ປີ 2026 ເຮືອ​ບິນທັງ​ໝົດ 66 ລຳ​ຈະ​ຖືກ​ສົ່ງ​ມາ​ຮອດ. ມັນ​ບໍ່​ມີ​ບັນ​ຫາ​ກັບ​ສິ່ງນີ້​ຢ່າງ​ແນ່ນອນ.”

ສະ​ຫະ​ລັດ ໄດ້​ອະ​ນຸ​ມັດ​ການ​ຂາຍ​ເຮືອ​ບິນ​ລົບ F-16 ຂອງ​ບໍ​ລິ​ສັດ Lockheed Martin ມູນ​ຄ່າ 8 ຕື້​ໂດ​ລາ​ໃຫ້​ ໄຕ້​ຫວັນ​ ໃນ​ປີ 2019. ເມື່ອ​ມັນ​ແລ້ວ​ສຳ​ເລັດ, ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ ຈະ​ເຮັດ​ໃຫ້​ເກາະ​ນັ້ນ ​ມີ​ເຮື​ອ​ບິນ​ລົບ F-16 ຫຼາຍກວ່າ 200 ລຳ, ເຊິ່ງຫຼາຍ​ທີ່​ສຸດ​ ໃນ​ທະ​ວີບ​ເອ​ເຊຍ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG