ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ນັກພັດທະນາສັງຄົມ ຢືນຢັນວ່າ ແມ່ຍິງລາວຕົກເປັນເຫຍື່ອ ຂອງການຄ້າມະນຸດສາກົນ ຫລາຍຂຶ້ນ


ຮູບປະກອບ-ບັນດາສະມາຊິກສະພາໃນ ຟີລິບປິນ ກໍາລັງພະຍາຍາມປາບປາມເຄືອຂ່າຍການຄ້າມະນຸດ, ແລະເຄືອຂ່າຍການຫຼອກລວງຂອງເງິນຄຣິບໂຕ ທີ່ກໍາລັງຂະຫຍາຍໂຕຂຶ້ນ. (Dave Grunebaum/VOA)
ຮູບປະກອບ-ບັນດາສະມາຊິກສະພາໃນ ຟີລິບປິນ ກໍາລັງພະຍາຍາມປາບປາມເຄືອຂ່າຍການຄ້າມະນຸດ, ແລະເຄືອຂ່າຍການຫຼອກລວງຂອງເງິນຄຣິບໂຕ ທີ່ກໍາລັງຂະຫຍາຍໂຕຂຶ້ນ. (Dave Grunebaum/VOA)

ນັກພັດທະນາສັງຄົມ ຢືນຢັນວ່າ ແມ່ຍິງລາວ ຕົກເປັນເຫຍື່ອ ຂອງການຄ້າມະນຸດ ສາກົນ ຫລາຍຂຶ້ນ. ໂດຍ​ສະ​ເພາະ​ແມ່ນ​ຖືກ​ຫລອກ​ລວງ​ໄປ​ແຕ່ງ​ງານ​ກັບ​ຄົນ​ຈີນ​ແລະ​ຖືກ​ບັງ​ຄັບ​ໃຫ້​ເປັນ​ໂສ​ເພ​ນີ​ໃນ​ຈີນ.

ຜູ້ປະສານງານອົງການພັດທະນາສັງຄົມອ່າງແມ່ນໍ້າຂອງ ​ຢືນຢັນ​ວ່າ ການ​ຄ້າ​ມະນຸດຂ້າມຊາດ​ ​ໂດຍ​ກຸ່ມ​ກໍ່​ອາ​ຊະ​ຍາ​ກຳ​ຈີນ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ ​ໂດຍຫວ່າງ​ມໍ່ໆ​ມາ​ນີ້, ມີ​ແມ່ຍິງ​ລາວ 30 ກວ່າ​ຄົນທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ແລະ​ສາມາດ​ຫຼົບໜີ​ອອກມາ​ຈາກ​ເຂດ​ເສດຖະກິດ​ພິ​ເສດສາມຫລ່ຽມຄຳ ຢູ່ເມືອງຕົ້ນເພັງ, ແຂວງບໍ່ແກ້ວ, ທີ້ໄດ້ໃຫ້ການຢືນຢັນວ່າພວກຕົນຖືກຫຼອກລວງ ແລະ ບັງຄັບໃຫ້ຂາຍບໍລິການທາງເພດໃຫ້ກັບລູກຄ້າຂອງເຄືອຂ່າຍການພະນັນ ແລະ ອາດຊະຍາກຳທາງອິນເຕີເນັດ ຫຼື Call Centers ທີ່ຊຸກເຊື່ອງຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ. ເຊິ່ງເປັນພື້ນທີ່ສໍາປະທານຂອງກຸ່ມບໍລິສັດດອກງິ້ວຄໍາຂອງຈີນ ແລະຜ່ານການສືບສວນ ສອບສວນ ແມ່ຍິງລາວທີ່ຕົກເປັນຜູ້ເຄາະຮ້າຍດັ່ງກ່າວ ກໍຍັງໃຫ້ການຢືນຢັນວ່າ ອາດຊະຍາກອນຈີນ ໄດ້ສົ່ງແມ່ຍິງລາວຫຼາຍຄົນໄປຈີນ ເພື່ອໄປແຕ່ງງານກັບຜູ້ຊາຍຊາວຈີນ ແລ້ວນໍາໄປຂາຍໃຫ້ຊ່ອງໂສເພນີໃນຈີນອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG