ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກົດ​ໝາຍສື່​ສັງ​ຄົມ​ໃນ​ຫວຽດ​ນາມ ເຫັນ​ວ່າ ເປັນ​ການ​ທຳ​ລາຍ​ການສົນ​ທະ​ນາ​ໂຕ້​ຕອບກັນ ​ໃນ​ທາງ​ອອນ​ລາຍ

(ພາບ​ໃນ​ແຟມ) ຜູ້​ໃຊ້​ Facebook ກຳ​ລັງ​ໃສ່​ລະ​ຫັດ​ເພື່ອ​ເຂົ້າ​ໄປ​ໃນ​ບັນ​ຊີ​ Facebook ໂດຍ​ຜ່ານ​ໂທ​ລະ​ສັບ​ມື​ຖື ຢູ່​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍຂອງ​ຫວຽດ​ນາມ, ວັນ​ທີ 19 ພະ​ຈິກ, 2020
(ພາບ​ໃນ​ແຟມ) ຜູ້​ໃຊ້​ Facebook ກຳ​ລັງ​ໃສ່​ລະ​ຫັດ​ເພື່ອ​ເຂົ້າ​ໄປ​ໃນ​ບັນ​ຊີ​ Facebook ໂດຍ​ຜ່ານ​ໂທ​ລະ​ສັບ​ມື​ຖື ຢູ່​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍຂອງ​ຫວຽດ​ນາມ, ວັນ​ທີ 19 ພະ​ຈິກ, 2020

ການ​ເຄື່ອນ​ໄຫວຂອງ​ຫວຽດນາມ ​ເພື່ອ​ໃຫ້​ຜູ້​ໃຊ້​ສື່​ສັງ​ຄົມ​ອອນ​ລາຍທຸກ​ຄົນ​ຢືນຢັນ​ເຖິງ​ການ​ມີ​ຕົວ​ຕົນ​ຂອງ​ຕົນເອງ​ ໃນ​ແບບທີ່​ຈຳ​ກັດພື້ນ​ທີ່ ທີ່​ຍັງເຫລືອ​ໄວ້​ບໍ່​ພໍ​ເທົ່າ​ໃດ​ໃຫ້ແກ່​ພວກ​ຕຳ​ໜິ​ລັດ​ຖະ​ບານ ​ແລະໜັງສືພິມ​ອິດ​ສະ​ຫລະ, ອີງ​ຕາມພວກ​ນັກວິ​ເຄາະ​ກ່າວ​.

ກະຊວງ​ຖະ​ແຫຼ​ງຂ່າວ​ຫວຽດນາມ ​ໃນ​ຕົ້ນ​ເດືອນ​ພຶດສະພາ​ຜ່ານ​ມາ​ໄດ້​ປະກາດ​ການ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ໂທລະ​ຄົມ ​ເພື່ອ​ຮຽກຮ້ອງ​ໃຫ້​ບັນດາ​ເຄືອ​ຂ່າຍ​ສື່​ສັງຄົມ​ຂອງ​ຕ່າງ ປະ​ເທດ ​ແລະ ທ້ອງ​ຖິ່ນ ​ຢືນຢັນ​ການ​ມີຕົວ​ຕົນ​ຂອງ​ຜູ້​ໃຊ້. ຜູ້ໃດ​ທີ່ປະຕິເສດ ຫຼືບໍ່ປະຕິ ບັດຕາມ ສາມາດເຫັນ​ວ່າ ບັນຊີຂອງເຂົາເຈົ້າຖືກປິດ.

ກະ​ຊວງນັ້ນ​ກ່າວ​ວ່າ ການ​ປ່ຽນ​ແປງ​ດັ່ງ​ກ່າວ - ຊຶ່ງຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ເວ​ລາຕໍ່​ໄປ​ໃນ​ປີ 2023 - ແມ່ນ​ມີ​ຄວາມຈຳ​ເປັນ​ເພື່ອ​ຕ້ານ​ການກໍ່ ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ແນັດ. ແຕ່ນັກຊ່ຽວຊານດ້ານສິດທິທາງດິຈິຕອລ ແລະເສລີ ພາບດ້ານຂ່າວສານກ່າວວ່າ ມັນຈະເຮັດໃຫ້ຍາກຂຶ້ນສໍາລັບປະຊາຊົນ ທີ່ຈະຕຳ​ໜິລັດ ຖະບານ ໃນປະເທດທີ່ຖ້າຜູ້ໃດເຮັດແນວນັ້ນຢ່າງ​ເປີດ​ເຜີຍມັກຈະຖືກຮາ​ວີລົບ​ກວນ.

(ພາບ​ໃນ​ແຟມ) ຜູ້​ຂຽນ​ຂ່າວ​ລົງ​ໃນ​ອິ​ເຕີ​ແນັດ ຫລື blogger ທີ່​ໂດ່ງ​ດັງ, ນາງ Nguyen Ngoc Nhu Quynh (ຊ້າຍ) ຢືນ​ເພື່ອ​ໄຕ່​ສວນ​ຄະ​ດີ ຢູ່ແຂວງ Khanh Hoa, ທາງ​ພາກ​ກາງ​ຂ້ອນ​ໄປ​ທາງ​ໃຕ້​ຂອງ​ຫວຽດ​ນາມ, ວັນ​ທີ 29 ມິ​ຖຸ​ນາ, 2017. ນາງ​ຖືກ​ກ່າວ​ຫາ​ວ່າ ໃຫ້​ຂໍ້​ມູນ​ບິດ​ເບືອນ​ຕໍ່​ນະ​ໂຍ​ບາຍຂອງ​ລັດ​ຖະ​ບານ ແລະໃສ່​ຮ້າຍ​ປ້າຍ​ສີ​ພັກ​ຄອມ​ມີວ​ນິ​ສຢູ່​ໃນ​ການ​ຂຽນ​ລົງ Facebook ຂອງ​ນາງ.

"ການບັງຄັບຜູ້ໃຊ້ອິນເຕີແນັດໃຫ້ປະຖິ້ມການ​ເປັນຕົວຕົນທີ່ແທ້ຈິງຂອງພວກເຂົາເຈົ້າ ແລະເສຍສະຫລະສິດ​ໃນການປິດບັງຊື່ຂອງ​ຕົນ ແມ່ນຈະ​ເຮັດ​ໃຫ້​ສິດເສລີພາບໃນ ການສະແດງຄວາມຄິດເຫັນຢູ່ໃນອິນເຕີແນັດນັ້ນ​ຖືກ​ປິດ​ລົງ ເຊິ່ງເປັນສິ່ງທີ່ອັນຕະ ລາຍຫຼາຍກ່ວາອາຊະຍາກໍາທາງດິຈິຕອລບາງຢ່າງທີ່ກະ​ທຳໂດຍຄົນທີ່​ມີບໍ່​ເທົ່າ​ໃດ​ຄົນນັ້ນອີກ," ອີງ​ຕາມທ່ານທຣິງ ຮີວ​ ລອງກ່າວ.

ຜູ້​ກໍ່​ຕັ້ງ​ກຸ່ມ​ຂຽນ​ຂ່າວ ​ແລະ ຄົ້ນ​ຄ້ວາທີ່​ຊື່​ວ່າ ຄວາມ​ຄິດ​ລິ​ເລີ້ມ​ທາງ​ກົດ​ໝາຍ​ສຳລັບ​ຫວຽດ​ນາມ​ຫລື Legal Initiative for Vietnam ແມ່ນ​ເຕີບ​ໃຫຍ່​ຢູ່​ຫວຽດນາມ ​ແຕ່​ປັດຈຸ​ບັນ ອາ​ໄສ​ຢູ່​ໄຕ້​ຫວັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG