ໃນວັນອັງຄານວານນີ້ ບັນດາທະນາຍຄວາມຂອງ Twitter Facebook ແລະ Google
ໄດ້ກ່າວຕໍ່ ສະມາຊິກສະພາ ວ່າ ໜ່ວຍງານຕ່າງໆ ຂອງຣັດເຊຍ ໄດ້ນຳໃຊ້ລະບົບສື່ສານ
ຂອງພວກເຂົາເຈົ້າ ເພື່ອເຜີຍແຜ່ຄວາມແຕກແຍກ ແລະ ຂໍ້ມູນຜິດໆ ໃນລະຫວ່າງ ການ
ໂຄສະນາຫາສຽງ ຂອງປະທານາທິບໍດີ ປີ 2016 ແຕ່ບໍ່ໄດ້ໃຫ້ຄວາມສຳຄັນ ເຖິງຄວາມ
ຮ້າຍແຮງຂອງຄວາມພະຍາຍາມ ເຫຼົ່ານັ້ນ.
ທີ່ປຶກສາໃຫຍ່ຂອງ Facebook ທ່ານ Colin Stretch ໄດ້ໃຫ້ການຕໍ່ອະນຸຄະນະ
ກຳມະການ ຕຸລາການ ຂອງສະພາສູງ ວ່າ “ພວກຄົນຕ່າງຊາດ ໄດ້ໃຊ້ບັນຊີປອມ ເພື່ອ
ລົງໂຄສະນາ ຢູ່ໃນ Facebook ແລະ Instagram ເຖິງຊາວອາເມຣິກັນ ຫຼາຍລ້ານ
ຄົນ ຕະຫຼອດລະຍະສອງປີ. ໂຄສະນາ ແລະ ຂໍ້ຄວາມທີ່ນຳມາລົງ ທັງຫຼາຍເຫຼົ່ານີ້
ສ່ວນຫຼາຍແມ່ນຍຸຍົງໃສ່ຮ້າຍປ້າຍສີ. ບາງສ່ວນແມ່ນບາດຫູບາດຕາແທ້ໆເລີຍ.”
ທ່ານ Sean Edgett ວ່າການທີ່ປຶກສາໃຫຍ່ ຂອງ Twitterໄດ້ກ່າວວ່າ ບໍລິສັດ ໄດ້
ສຶກສາຄົ້ນຄວ້າເບິ່ງ ທຸກໆຂໍ້ຄວາມທີ່ຂຽນລົງ ຈາກວັນທີ 1 ກັນຍາ ຫາ ວັນທີ 15 ພະຈິກ
ປີ 2016 ແລະ ໄດ້ພົບເຫັນວ່າ ເນື້ອໃນໃຈຄວາມທີ່ພົວພັນກັບການເລືອກຕັ້ງ ນຳລົງ
ຢ່າງອັດຕະໂນມັດ ໂດຍບັນຊີໃສ່ຮ້າຍຂອງຣັດເຊຍ “ທຽບເບິ່ງແລ້ວແມ່ນນ້ອຍຫຼາຍ.”
ທ່ານໄດ້ກ່າວວ່າ ບັນຊີໃສ່ຮ້າຍ ມີຢູ່ “ປະມານ 1 ຕໍ່ 100 ຂອງເປີເຊັນ ບັນຊີ Twitter
ທັງໝົດ” ໃນລະຫວ່າງ ເວລາການສຶກສາຄົ້ນຄວ້ານັ້ນ.
ທ່ານໄດ້ກ່າວຕື່ມວ່າ “Twitter ເຊື່ອວ່າ ກິດຈະກຳໃດໆ ແບບນັ້ນ ຈະໃຫຍ່ເທົ່າໃດ
ກໍຕາມ ແມ່ນວ່າ ຮັບເອົາບໍ່ໄດ້ ແລະ ພວກເຮົາເຫັນດີວ່າ ພວກເຮົາຕ້ອງເຮັດໃຫ້ດີ
ກວ່ານີ້ ເພື່ອສະກັດກັ້ນມັນ.”
Twitter ໄດ້ເອົາມາດຕະການ ຕໍ່ພວກທີ່ສົງໄສວ່າ ເປັນບັນຊີໃສ່ຮ້າຍຂອງຣັດເຊຍ ໂດຍ
ການຍົກເລີກ 2,752 ບັນຊີ ແລະ ຈັດຕັ້ງປະຕິບັດ ທີມງານໃໝ່ຫຼາຍທີມ ທີ່ເອົາໃຈໃສ່
“ເພື່ອຍົກລະດັບຄຸນນະພາບ ຂອງຂໍ້ມູນທີ່ຜູ້ຊົມໃຊ້ເຫັນ” ດັ່ງທີ່ທ່ານ Edgett ໄດ້ກ່າວ
ໄປນັ້ນ.
Facebook ໃນຂະນະດຽວກັນ ໄດ້ກ່າວວ່າ ຕົນ ຈະວ່າຈ້າງຜູ້ຄົນຕື່ມອີກ ເພື່ອໃຈ້ແຍກ
ແລະ ໃນເວລາທີ່ຈຳເປັນ ໃຫ້ເອົາເນື້ອຫາອອກໄປ ແລະ ຢັ້ງຢືນ ແລະ ພິມລົງຊື່ສຽງຂອງ
ຜູ້ທີ່ລົງໂຄສະນາການເລືອກຕັ້ງ.
ໄດ້ມີການນຳສະເໜີ ຮ່າງກົດໝາຍ ທີ່ໄດ້ຮັບການສະໜັບສະໜູນ ຈາກທັງສອງພັກຢູ່ໃນ
ສະພາສູງ ທີ່ບັງຄັບໃຫ້ມີການເອົາບາດກ້າວຕ່າງໆ ທີ່ບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີ
ກ່າວວ່າ ພວກເຂົາເຈົ້າ ແມ່ນກຳລັງຈັດຕັ້ງປະຕິບັດດ້ວຍຕົນເອງຢູ່ແລ້ວ.
ທ່ານ Lindsey Graham ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດ South
Carolina ໄດ້ກ່າວວ່າ “ລະບົບສື່ສານເຫຼົ່ານີ້ ແມ່ນໄດ້ຖືກນຳໃຊ້ໂດຍຜູ້ຄົນ ທີ່ຫວັງ ທຳຮ້າຍພວກເຮົາ ແລະ ຫວັງທຳລາຍການດຳລົງຊີວິດຂອງພວກເຮົາ.”