ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາເຖິງເວລານີ້ ກຸ່ມຕາລີບານ ບໍ່ມີຜົນງານຫຍັງເລີຍ ທີ່ເປັນຈິງ ໃນຄວາມໝັ້ນໝາຍ ໃນການຕໍ່ຕ້ານການກໍ່ການຮ້າຍ


ພວກສະມາຊິກກຸ່ມຕາລີບານ ນັ່ງຢູ່ຕໍ່ໜ້າພາບແຕ້ມໃສ່ຝາກຳແພງຂອງແມ່ຍິງຄົນນຶ່ງຢູ່ດ້ານຫຼັງໜາມໝາກຈັບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 21 ກັນຍາ 2021.
ພວກສະມາຊິກກຸ່ມຕາລີບານ ນັ່ງຢູ່ຕໍ່ໜ້າພາບແຕ້ມໃສ່ຝາກຳແພງຂອງແມ່ຍິງຄົນນຶ່ງຢູ່ດ້ານຫຼັງໜາມໝາກຈັບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 21 ກັນຍາ 2021.

ພວກຄົນທີ່ກຳລັງສັງເກດເບິ່ງ ການຈັດຕັ້ງລັດຖະບານແລະປະຕິບັດການຄວບຄຸມອັຟການິສຖານຂອງກຸ່ມຕາລີບານຢູ່ນັ້ນແມ່ນມີຄວາມລະມັດລະວັງເພີ້ມຂຶ້ນ ຕໍ່ການໃຫ້ຄຳປະຕິຍານໂດຍພວກຜູ້ນຳຂອງກຸ່ມດັ່ງກ່າວ ທີ່ຄ້ຳປະກັນວ່າ ຈະບໍ່ໃຫ້ອົງການກໍ່ການຮ້າຍໃດໆສາມາດນຳໃຊ້ປະເທດເປັນຖານທີ່ໝັ້ນໃນການໂຈມຕີຕໍ່ສະຫະລັດໄດ້ອີກ.

ຄຳໝັ້ນໝາຍໃນການຕໍ່ຕ້ານການກໍ່ການຮ້າຍຂອງກຸ່ມຕາລີບານເປັນສ່ວນນຶ່ງທີ່ສຳຄັນຂອງຂໍ້ຕົກລົງໂດຮາ ປີ 2020 ເຊິ່ງໄດ້ແຜ້ວທາງໃຫ້ສະຫະລັດຖອນໂຕ ແລະໃນທີ່ສຸດຖອນກອງກຳລັງທະຫານອອກຈາກອັຟການິສຖານ. ເຖິງຢ່າງໃດກໍຕາມພວກຄົນບາງສ່ວນກໍໄດ້ສັນລະເສີນວິທີການດຳເນີນທຸລະກິດຂອງກຸ່ມຕາລີບານ ທີ່ໃຫ້ການຮ່ວມໄມ້ຮ່ວມມືກັບວໍຊິງຕັນໃນການຖອນກຳລັງ ແຕ່ກໍບໍ່ມີສັນຍານທີ່ວ່າ ຈະມີການກະທຳທີ່ແທ້ຈິງເລີຍ.

“ດຽວນີ້ ເປັນເວລາ ສໍາລັບກຸ່ມຕາລີບານ ທີ່ຈະສະແດງໃຫ້ເຫັນວ່າ ຄວາມໝັ້ນໝາຍຂອງພວກເຂົາທີ່ຈະບໍ່ອະນຸຍາດໃຫ້ດິນແດນຂອງອັຟການິສຖານ ຖືກນຳໃຊ້ໂດຍກຸ່ມ ISIS-K ຫຼືກຸ່ມກໍ່ການຮ້າຍອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພຂອງສະຫະລັດ ຫຼືບັນດາພັນທະມິດຂອງຕົນ ແລະແນ່ນອນວ່າ ບໍ່ແມ່ນເລື້ອງທີ່ສຳຄັນສຳລັບຊາວອັຟການິສຖານຜູ້ບໍລິສຸດທັງຫຼາຍ” ນັ້ນແມ່ນຄຳເວົ້າ ຂອງໂຄສົກກະຊວງການຕ່າງປະເທດສະຫະລັດທີ່ໄດ້ກ່າວຕໍ່ວີໂອເອ ໃນເງື່ອນໄຂຂອງການປິດບັງຊື່ເພື່ອທີ່ຈະສົນທະນາກ່ຽວກັບເລື້ອງທີ່ລະອຽດອ່ອນນີ້.

ພວກທະຫານຂອງກຸ່ມຕາລີບານ ຢືນຢູ່ດ້ານໜ້າຂອງປ້າຍສະໜາມບິນສາກົນໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ກັນຍາ 2021. ພາບຖ່າຍໂດຍ: (West Asia News Agency via Reuters)
ພວກທະຫານຂອງກຸ່ມຕາລີບານ ຢືນຢູ່ດ້ານໜ້າຂອງປ້າຍສະໜາມບິນສາກົນໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ກັນຍາ 2021. ພາບຖ່າຍໂດຍ: (West Asia News Agency via Reuters)

ໂຄສົກທ່ານນີ້ ກ່າວຕື່ມວ່າ “ພວກເຮົາກຳລັງເບິ່ງການກະທຳຂອງກຸ່ມຕາລີບານໃນທົ່ວປະເທດຢ່າງໃກ້ຊິດ. ພວກເຮົາຈະເຮັດໃຫ້ພວກເຂົາຮັບຜິດຊອບຕໍ່ການກະທຳ.”

ທັງເຈົ້າໜ້າທີ່ທະຫານແລະອົງການສືບລັບຂັ້ນສູງຂອງສະຫະລັດ ກໍໄດ້ມີຄຳເຫັນທີ່ກົງໄປກົງມາຍິ່ງກວ່ານັ້ນ.

“ຂ້າພະເຈົ້າບໍ່ຮູ້ເລີຍວ່າ ພວກເຂົາເຮັດຫຍັງແດ່ໃຫ້ແກ່ພວກເຮົາໃນຕອນນີ້” ນັ້ນແມ່ນຄຳເວົ້າຂອງນາຍພົນ ເຄັນເນັຕ “ແຟຣັກ” ແມັກເຄັນຊີ ຜູ້ບັນຊາການກອງກຳລັງທະຫານສະຫະລັດ ໃນເຂດພາກຕາເວັນອອກກາງ ຫຼື CENTCOM ທີ່ໄດ້ກ່າວໄປເມື່ອວັນສຸກທີ່ຜ່ານມາ ຕອນທີ່ໄດ້ຖືກສອບຖາມໂດຍວີໂອເອ ກ່ຽວກັບວ່າ ກຸ່ມຕາລີໄດ້ເຮັດຕາມຄຳໝັ້ນສັນຍາ ໃນການຕໍ່ຕ້ານ ການກໍ່ການຮ້າຍ ຫຼືບໍ່.

ຜູ້ອຳນວຍການຂອງສູນກາງຕໍ່ຕ້ານການກໍ່ການຮ້າຍແຫ່ງຊາດ ຫຼື NCTC ໄດ້ກ່າວຕໍ່ບັນດາສະມາຊິກສະພາ ໃນວັນອັງຄານວານນີ້ ວ່າ ໂດຍທີ່ກຸ່ມຕາລີບານ ດຽວນີ້ ຄວບຄຸມອັຟການິສຖານຢູ່ ພວກກຸ່ມກໍ່ການຮ້າຍຕ່າງໆເຊັ່ນວ່າ ກຸ່ມອາລ-ກາອີດາ ມີການພົວພັນກັນກັບກຸ່ມຕາລີບານມາຍາວນານ ແລະເຄືອຂ່າຍກຸ່ມລັດອິສລາມໃນອັຟການິສຖານ ທີ່ຮູ້ຈັກກັນໃນ IS-ໂຄຣາຊານ ຫຼື ISIS-K ນັ້ນ ອາດພະຍາຍາມທີ່ຈະແນເປົ້າໝາຍໃສ່ດິນແດນຂອງສະຫະລັດ ໃນເວລາພຽງປີດຽວ.

ທ່ານນາງຄຣິສຕີນ ອາບີຊາອິດ ເຈົ້າໜ້າທີ່ສືບລັບ ໄດ້ກ່າວວ່າ “ພວກເຮົາຕ້ອງຕິດຕາມເບິ່ງ ແລະປະເມີນຜົນວ່າ ອັນນັ້ນ ຈະເກີດຂຶ້ນໄວກວ່ານັ້ນຫຼືບໍ່.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG