ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ Snowden ຈະຖະແຫຼງຂ່າວ ທີ່ສະໜາມບິນ ກຸງມົສກູ


ທ້າວ Edward Snowden ຖະແຫລງການຕໍ່ບັນດາກຸ່ມ ສິດທິມະນຸດ ຢູ່ທີ່ ເດີ່ນເຮືອບິນ ໃນກຸງມົສກູ
ທ້າວ Edward Snowden ຖະແຫລງການຕໍ່ບັນດາກຸ່ມ ສິດທິມະນຸດ ຢູ່ທີ່ ເດີ່ນເຮືອບິນ ໃນກຸງມົສກູ
ບັນດາກຸ່ມປົກ​ປ້ອງ​ສິດທິ​ມະນຸດແລະ​ນັກ​ກົດໝາຍຣັດ​ເຊຍ ​ຢືນ
ຢັນວ່າ ​ອະດີດ​ພະນັກງານສັນຍາ​ຮັບ​ຈ້າງ ​ຂອງ​ອົງການສືບ​ລັບ
ສະຫະລັດ ທ້າວ Edward Snowden ຈະ​ຈັດການປະຊຸມຖະ​
ແຫລ​ງຂ່າວທີ່​ສະໜາມ​ບິນ​ໃນ​ກຸງ​ມົສກູ ບ່ອນ​ທີ່​ລາວໄດ້​ພັກ​ເຊົາ​
ຊົ່ວຄາວ ​ເປັນ​ເວລາ​ສາມ​ອາທິດ ໃນ​ຂະນະ​ທີ່​ຊອກ​ຫາ ປະ​ເທດ
ທີ່​ຈະ​ໃຫ້ບ່ອນ​ລີ້​ໄພ​ແກ່​ລາວ.

ຫົວໜ້າ​ອົງການນິລະໂທດກຳສາກົນສາຂາຣັດ​ເຊຍ ທ່ານ
Sergei Nikitin ​ໄດ້​ກ່າວ​ວ່າ ກຸ່ມ​ຂອງ​ທ່ານ​ໄດ້​ຮັບອີແມລເຊື້ອ​
ເຊີນ​ໃຫ້​ເຂົ້າ​ຮ່ວມ​ໃນ​ວັນ​ສຸກ​ມື້​ນີ້ ​ແລະ​ກໍຈະໄປຮ່ວມ. ອົງການ​
ຂ່າວ​ຂອງຣັດ​ເຊຍລາຍ​ງານ​ວ່າ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ
Human Rights Watch ​ແລະ​ອົງການ​ວ່າ​ດ້ວຍ​ຄວາມໂປ່​ງ
​ໃສ​ສາກົນ ຫລືTransparency International ກໍ​ໄດ້​ຮັບ​ການ​
ເຊື້ອ​ເຊີນ​ ເຊັ່ນ​ດຽວ​ກັນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ກ່າວ​ວ່າ ການ​ປະຊຸ​ມໄດ້​ກຳນົດໃສ່​
ວັນ​ສຸກ​ມື້​ນີ້ ທີ່​ບໍລິ ​ເວນ​ລໍຖ້າການ​ເດີນທາງ​ຕໍ່ ​ຂອງ​ສະໜາມ​ບິນ.

ຜູ້ຕາງໜ້າກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ໄດ້ພິມ​ເຜີຍ​ແຜ່ ອີ​ແມລ​ຂອງທ້າວ Snowden ​ໃນ​ວັນ​ສຸກມື້​ນີ້ ທີ່​ກ່າວ​ຫາ​ວ່າສະຫະລັດວ່າ ພວມ “ປຸກລະດົມ​ແບບຜິດ​ກົດໝາຍ" ​ເພື່ອ​ປະຕິ​ເສດ ສິດທິໃນ​ການ​ຊອກ​ຫາ​ບ່ອນ​ລີ້​ໄພ ຂອງ ທ້າວ Snowden.

ທ້າວ Snowden ອາຍຸ 30 ປີ ​ໄດ້ເປີດ​ເຜີຍລາຍລະ​ອຽດຄວາມ​ລັບ ກ່ຽວ​ກັບ ໂຄງການ​ຕິດຕາມ​ສອດ​ແນມ​ເບິ່ງ​ການ​ໃຊ້​ໂທລະ​ສັບ​ແລະ​ອິນ​ເຕີ​ແນັດຂອງປະຊາ ຊົນ​ໂດຍ​ອົງ
ການຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດສະຫະລັດ.

ສະຫະລັດ ກໍາລັງ​ຊອກ​ຫາ​ຊ່ອງ​ທາງເພື່ອນໍາເອົາທ້າວ Snowden ມາ​ດຳ​ເນີນ ຄະດີ ​ໃນ​ຂໍ້​ຫາ​ຈາລະ​ກຳ ​ແຕ່​ຣັດ​ເຊຍ ​ໄດ້​ປະຕິ​ເສດທີ່​ຈະ​ສົ່ງໂຕ​ຜູ້ກ່ຽວ ໃຫ້​ແກ່ ສະຫະລັດ ​ໃນ​ຂະນະ​ທີ່​ຮຽກຮ້ອງໃຫ້​ລາວ ໜີ​ໄປ​ຢູ່​ປະ​ເທ​ດອື່ນ.

ບັນດາ​ຜູ້​ນໍາ​ປະ​ເທດ ​ເວ​ເນ​ຊູ​ເອລາ ນິກາຣາກົວ ​ແລະ ​ໂບລີເວ​ຍ ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ຮັບ​ເອົາທ້າວ Snowden​. ​ແຕ່​ການເດີນທາງ ​ໄປ​ຈາກກຸງ​ມົສ​ໂກ ຂອງ ທ້າວ Snowden ນັ້ນ ມີ​ຄວາມ​ຫຍຸ້ງຍາກ ​ເພາະວ່າສະຫະລັດ​ໄດ້ລົບ​ລ້າງ​ຖອນ ໜັງສື​ເດີນທາງ​ຂອງ​ຜູ້ກ່ຽວ. ​
XS
SM
MD
LG