ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ້າວ Snowden ຍັງຢູ່ທີ່ສະໜາມບິນ ໃນກຸງມົສກູ


ສະໜາມບິນ Sheremetyevo ທີ່ກຸງມົສກູ ບ່ອນທີ່ທ້າວ Snowden ຫລົບລີ້ຢູ່.
ສະໜາມບິນ Sheremetyevo ທີ່ກຸງມົສກູ ບ່ອນທີ່ທ້າວ Snowden ຫລົບລີ້ຢູ່.
ອະດີດພະນັກງານ​ສັນຍາຈ້າງຝ່າຍສືບລັບຂອງ​ສະຫະລັດ
ທ້າວ Edward Snowden ​ໃຊ້​ເວລາ ​ມື້​ທີ 4 ​ໃນ​ວັນ​ພຸດ​ມື້​ນີ້
ຫຼົບລີ້​ຈາກ​ສາຍຕາ​ຂອງ​ສາທາລະນະ​ຊົນ ຢູ່​ເດິ່ນບິນ​ແຫ່ງ​ນຶ່ງ
ໃນ​ກຸງ​ມົສກູ ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ສະຫະລັດ​ສືບ​ຕໍ່​ກົດ​ດັນ​ໃຫ້
ຣັດ​ເຊຍ​ສົ່ງ​ໂຕ​ຜູ້ກ່ຽວ​ໃຫ້​ຕົນ.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ຢືນຢັນ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ທ້າວ Snowden ​ພັກ​ຢູ່​ໃນ​ເຂດຢຸດ​ແວ່​ເພື່ອ​ຜ່ານໄປ​ຍັງ​ອີກ​ປະ​ເທດ​ນຶ່ງ ​ທີ່ສະໜາມ​ບິນ Sherenetyevo ​ແຕ່​ກ່າວ​ວ່າ​ ທ່ານ​ບໍ່​ມີ​ເຈດ​ຕະນາ​ໃດໆ ທີ່ຈະ​ບໍ່​ມອບ​ໂຕ​ຜູ້ກ່ຽວ​ໃຫ້​ ສະຫະລັດ.

​ທ່ານ Putin ​ໄດ້​ກ່າວ​ເຊ່ນ​ນັ້ນ ໃນ​ຂະນະ​ທີ່​ຢ້ຽມຢາມ​ປະ​ເທດ ຟິນ​ແລນ ​ໃນ​ມື້ວານ​ນີ້ ຊຶ່ງ​ທ່ານ​ໄດ້ຖື​ເບົາ​ຂໍ້​ກ່າວ​ຫາ​ທີ່ວ່າ ຣັດ​ເຊຍກໍາລັງ​ລະ​ເມີດ​ກົດໝາຍໃນເລື້ອງ​ນີ້ ​ວ່າ ​“​ບໍ່​ມີ​ເຫດ ຜົນ​ແລະໄຮ້​ສາລະ​.” ທ່ານ​ກ່າວ​ວ່າ ຣັດ​ເຊຍ​ ບໍ່​ມີຂໍ້​ຕົກລົງ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນກັບ​ສະຫະລັດ.

ທ້າວ Edward Snowden ໃນຕອນທີ່ໃຫ້ສໍາພາດກັບໝັງສືພິມ The Guardian
ທ້າວ Edward Snowden ໃນຕອນທີ່ໃຫ້ສໍາພາດກັບໝັງສືພິມ The Guardian
ທາງ​ການ​ສະ​ຫະລັດ​ຕ້ອງການ​ຕົວ​ທ້າວ Snowden ຍ້ອນ​ຜູ້ກ່ຽວ
ໄດ້​ເປີດ​ເຜີຍສອງ​ໂຄງ ການ​ສອດ​ແນມ​ທີ່​ສໍາຄັນ​ສຸດ​ຂອງ​ສະຫະ
ລັດ​ແລະ​ຂໍ້​ມູນ​ລັບ​ອື່ນໆ​ອີກ ແຕ່​ທ່ານ Putin ກ່າວ​ວ່າ ທ້າວ
Snowden ​ບໍ່​ໄດ້ເຮັດ​ຜິດ​ກົດໝາຍໃດໆ​ຢູ່​ໃນຣັດ​ເຊຍ. ທ່ານ​ຍັງ
​ກ່າວ​ອີກ ວ່າ ທ້າວ Snowden ​ມີ​ອິດ​ສະລະ​ ​ແຕ່​ວ່າ ຖ້າລາວ
ເລືອກ​ຈຸດໝາຍ​ຢາຍ​ທາງ​ຂອງ​ລາວໄດ້​ໄວ​ເທົ່າ​ໃດ ກໍຈະ​ຍິ່ງ​
ເປັນ​ການ​ດີ​ທີ່​ສຸດ.

ທ່ານ​ຍັງໄດ້ກ່າວອີກ​ວ່າ ທ້າວ Snowden ນັ້ນ​ບໍ່​ເຄີຍ​ເຮັດວຽກ​
ໃຫ້​ໜ່ວຍ​ສືບ​ລັບ​ຂອງຣັດ​ເຊຍ​ ຈັກ​ເທື່ອ ​ແລະທ່ານ​ຫວັງ​ວ່າ
ບັນຫາ​ດັ່ງກ່າວ​ນີ້ ຈະ​ບໍ່​ກະທົບຕໍ່​ສາຍ​ພົວພັນ​ກັບ​ກຸງວໍຊິງ​ຕັນ.

ເສັ້ນທາງທີ່ ທ້າວ Snowden ໃຊ້ໃນການເດີນທາງ
ເສັ້ນທາງທີ່ ທ້າວ Snowden ໃຊ້ໃນການເດີນທາງ
​ກ່ອນ​ໜ້າ​ນັ້ນ ​ໃນ​ວັນ​ອັງຄານ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງ
ປະ​ເທດສະຫະ​ລັດ ​ທ່ານ John Kerry ​ໄດ້​ກ່າວ​ວ່າ ສະຫະ
ລັດ​ບໍ່​ໄດ້ຊອກ​ຫາ​ການ​ປະ​ເຊີນໜ້າ​ກັນ ແລະ​ຮຽກຮ້ອງ​ໃຫ້
​ສະ​ງົບ​ສະຕິ​ອາລົມ​ແລະ​ມີເຫດຜົນ ​ໃນ​ກໍລະນີ​ຂອງ​ທ້າວ Snowden.

ທ້າ​ນ Snowden ​ໄດ້​ບິນ ໄປກຸງ​ມົສກູ ​ໃນ​ວັນ​ອາທິດ​ແລ້ວ​ນີ້​
ຈາກ​ຮົງ​ກົງ​ບ່ອນ​ທີ່​ລາວ​ໄດ້​ລົບ​ລີ້​ຢູ່​ນັ້ນ.
XS
SM
MD
LG